ທ່ານແນ່ໃຈແລ້ວບໍ ວ່າອາຫານທີ່ທ່ານກິນແຕ່ລະມື້ປອດໄພ?

ໂດຍທົ່ວໄປ ການເປັນພິດຂອງອາຫານມີສາມປະເພດຄື: 

  1. ອາຫານເປັນພິດຈາກການປົນເປື້ອນດ້ວຍສານເຄມີ ເປັນຕົ້ນແມ່ນ ຈາກຢາປາບສັດຕູພືດ ແລະ ຢາຕ້ານເຊື່ອທີ່ສີດໃຫ້ຈາໍພວກສັດລ້ຽງຕ່າງໆ, ທີ່ຊາວ ກະສິກອນໃຊ້ເຂົ້າໃນການປູກຝັງລ້ຽງສັດ ເພື່ອຜະລິດອາຫານປ້ອນຕະຫຼາດ, ສານເຄມີບາງຢ່າງຍັງຄົງຫຼົງເຫຼືອຕິດຄ້າງນຳອາຫານທີ່ພວກເຮົາກິນ. 
  2. ອາຫານທີ່ປົນເປື້ອນດ້ວຍຈຸລະຊີບເຊັ່ນ: ເຊື້ອພະຍາດ, ແບັກທີເຣຍ, ເຊື້ອເຫັດ ແລະ ເຊື້ອລາ ເຫຼົ່ານີ້ເປັນຕົ້ນ. ເຊື້ອຈຸລະຊີບດັ່ງກ່າວນີ້ຈະເກີດຂຶ້ນ ເມື່ອຂະບວນການຜະລິດອາຫານບໍ່ສະອາດ,ບໍ່ຖືກຫຼັກອານາໄມ ຫຼື ມາຈາກການເກັບຮັກສາອາຫານທີ່ບໍ່ເຫມາະສົມ.
  3. ອາຫານທີ່ປົນເປື້ອນສານກັນບູດ ແລະ ສີອາຫານທີ່ບໍ່ປອດໄພ ແລະ ຜິດກົດຫມາຍ ເພາະບາງຈາໍພວກຂອງສານເຫຼົ່ານີ້ແມ່ນບໍ່ໄດ້ຖືກຮັບຮອງຈາກ ກົມອາຫານ ແລະ ຢາ, ແຕ່ຖືກນຳໃຊ້ໂດຍພໍ່ຄ້າ ຫຼື ແມ່ຄ້າບາງຄົນທີ່ບໍ່ມີ ຈັນຍາບັນໃນອາຊີບຂອງຕົນ. ຕົວຢ່າງສານກັນບູດໄດ້ແກ່: ສານບາແຣກສ໌ (Borax) ແລະ ຟໍມາລີນ (Formalin) ຫຼື ຟ໋ອກໂມນທີ່ຮູ້ກັນວ່າເປັນນ້ໍາຢາອາບສົບນັ້ນເອງ. ສຳລັບສີປະສົມອາຫານທີ່ອັນຕະລາຍນັ້ນບາງຄັ້ງພໍ່ຄ້າ ຫຼື ແມ່ຄ້າໃສ່ເພື່ອເຮັດໃຫ້ອາຫານເບິ່ງເປັນຕາແຊບ, ແຕ່ເມື່ອກິນແລ້ວຈະ ເຮັດໃຫ້ມີຜົນຮ້າຍຕໍ່ສຸຂະພາບ.

ເພື່ອຫຼີກລ້ຽງ ແລະ ຫຼຸດຜ່ອນຄວາມສ່ຽງຈາກການເປັນພິດຂອງອາຫານ ໂດຍສະເພາະສານຕົກຄ້າງຂອງຢາປາບສັດຕູພືດໃນພັກ ແລະ ໝາກໄມ້ ສາມາດປະຕິບັດໄດ້ດັ່ງນີ້:

  • ເລືອກບໍລິໂພກຜັກ ແລະ ໝາກໄມ້ຈາກຕະຫຼາດປອດສານພິດທີ່ມີການກວດກາ ແລະ ຢັ້ງຢືນໂດຍໜ່ວຍງານທີ່ເຊື່ອຖືໄດ້
  • ບໍລິໂພກພືດທີ່ເຮົາປູກເອງ ຫຼື ແຫຼ່ງທີ່ເຮົາຮູ້ຈັກວ່າເພິ່ນບໍ່ໄດ້ນາໍໃຊ້ຢາປາບສັດຕູພືດ.
  • ຫຼີກລ້ຽງກິນຜັກ ແລະ ຫມາກໄມ້ທີ່ມີການລາຍງານວ່າມີລະດັບສານຕົກຄ້າງສູງ, ໂດຍສະເພາະຈຳພວກຜັກ ແລະ ຫມາກໄມ້ນຳເຂົ້າ.
  • ໝັ່ນຕິດຕາມຂໍ້ມູນຂ່າວສານຈາກສື່ຕ່າງໆເຊັ່ນ: ຫນັງສືພິມ, ວິທະຍຸ, ໂທລະພາບ, ສື່ອອນລາຍ ແລະ ອິນຕີເນັດທີ່ເຊື່ອຖືໄດ້ ວ່າມີພືດຜັກຈຳນວນໃດແດ່ ທີ່ມັກມີສານຕົກຄ້າງສູງ.

ເພື່ອຫຼຸດຄວາມສ່ຽງກໍລະນີຫຼີກລ້ຽງບໍ່ໄດ້:

  • ເຮົາຄວນກິນຜັກສຸກແທນທີຈະກິນດິບເພາະວ່າຄວາມຮ້ອນສາມາດທໍາລາຍສານຕົກຄ້າງໄດ້.
  • ສໍາລັບຜັກ ແລະ ຫມາກໄມ້ທີ່ບໍ່ສາມາດຕົ້ມໄດ້, ທ່ານຄວນລ້າງດີໆກ່ອນນໍາມາຮັບປະທານ. ນອກນັ້ນ, ທ່ານສາມາດປອກເປືອກຜັກ ແລະ ຫມາກໄມ້ເພາະສານເຄມີມັກຕົກຄ້າງພາຍນອກຂອງພືດ.

ຂັ້ນຕອນວິທີການລ້າງຜັກ ແລະ ຫມາກໄມ້ເພື່ອຫຼຸດຜ່ອນຄວາມສ່ຽງຈາກສານຕົກ ຄ້າງຈາກຢາປາບສັດຕູພືດ:

  • ລ້າງດ້ວຍນໍ້າສະອາດ ຫຼື ນໍ້າໄຫຼຈາກກ໋ອກ ເພື່ອກໍາຈັດຄາບສົກກະປົກຕ່າງໆລວມເຖິງສານເຄມີບາງສ່ວນ.
  • ແຊ່ຜັກ ແລະ ຫມາກໄມ້ໃນນໍ້າ ປະສົມນໍ້າສົ້ມສາຍຊູ ປະມານ 2-3 ບ່ວງແກງ ແລ້ວປະໄວ້ດົນປະມານ 5 -10 ນາທີ, ຄວາມຈິງແລ້ວ ການລ້າງຜັກ ແລະ ໝາກໄມ້ ເພື່ອຫຼຸດສານຕົກຄ້າງມີຫຼາຍວິທີເຊັ່ນ: ລ້າງດ້ວຍນໍ້າສົ້ມສາຍຊູ, ດ່າງທັບທິມ,ໂຊດຽມໄບຄາໂບເນດ, ນ້ໍາເກືອ, ນໍ້າລ້າ. ໂດຍອີງຕາມຜົນການສຶກສາທີ່ສະເຫນີໃນກອງປະຊຸມວິຊາການສານເຄມີກໍາຈັດສັດຕູພືດ, ໃນວັນທີີ 27 ມີນາ 2015, ທີ່ສະຖາບັນວິໄຈຈຸລາພອນ ຈັດຂຶ້ນໂດຍເຄື່ອຄ່າຍເຕືອນໄພ ສານເຄມີກໍາຈັດສັດຕູພືດ ແລະ ສາໍນັກງານກອງທຶນ ສູນສົ່ງເສີມສຸຂະພາບແຫ່ງປະເທດໄທ, ນ້ໍາສົ້ມສາຍຊູມີປະສິດທິພາບຫລາຍກວ່າໝູ່ໃນການລ້າງສານຕົກຄ້າງ ຂອງຢາຂ້າສັດຕູພືດທີ່ມັກພົບເຫັນຕົກຄ້າງຫຼາຍກວ່າໝູ່ເຊັ່ນສານເຄມີຊື່ວ່າ: ໄຊເປີເມຕຣິນ (Cypermethin), ຄຼໍໄພຣີຟອດສ໌ (Chlorpyrifos). ໂພຣເຟໂນຟອດສ (Profenofos), ໂອເມໂທເອດ (Omethoate),ຄາໂບຟູຣານ(Carbofuran), ແລະ ເມໂຕມີລ (Methomyl).
  • ລ້າງດວຍນໍ້າສະອາດ ຫຼື ນໍ້າໄຫຼເພື່ອສະລ້າງນໍ້າສົ້ມສາຍຊູ ແລະ ສານເຄມີອອກຈາກຜັກ ແລະ ຫມາກໄມ້.

ເຖິງຢ່າງໃດກໍຕາມ, ວິທີການປ້ອງກັນຕ່າງໆທີ່ກ່າວມາທັງຫມົດນີ້ເປັນການແກ້ໄຂບັນຫາສະເພາະຫນ້າຂອງຜູ້ບໍລິໂພກເທົ່ານັ້ນ, ຜູ້ບໍລິໂພກສາມາດຜັກດັນການຜະລິດຂອງຊາວກະສິກອນ ໃຫ້ຜະລິດຜັກ ແລະ ຫມາກໄມ້ທີ່ປອດໄພໃນການບໍລິໂພກຜ່ານອຳນາດການຊື້ຂອງຜູ້ບໍລິໂພກເອງ. ທີ່ສໍາຄັນ, ຄວາມຮຽກຮ້ອງຕ້ອງການອາຫານທີ່ປອດໄພຂອງຜູ້ບໍລິໂພກເອງ ກໍຄືພໍ່ແມ່ປະຊາຊົນອາດສາມາດຜັກດັນໃຫ້ເກີດນະໂຍບາຍການຄຸມຄ້ອງຜູ້ບໍລິໂພກໄດ້ເຊັ່ນກັນ. ການແກ້ໄຂບັນຫາທີ່ດີສຸດແມ່ນຕ້ອງອາໄສຂອດນະໂຍບາຍການຄຸ້ມຄອງຜູ້ບໍລິໂພກ ໂດຍການສົ່ງເສີມການກະສິກໍາອິນຊີ ແລະ ການຜະລິດກະສິກໍາແບບປອດໄພ ໃຫ້ກວ້າງຂວາງ ແລະ ໄດ້ມາດຕະຖານ, ບັງຄັບໃຊ້ກົດລະບຽບກ່ຽວກັບການນາໍໃຊ້ຢາປາບສັດຕູພືດຢ່າງເຄັ່ງຄັດ,ໂດຍສະເພາະຍົກເລີກການນໍາໃຊ້ສານເຄມີທີ່ມັກພົບເປັນຕົກຄ້າງກໍຄືຈຳພວກສານທີ່ມີຄວາມອັນຕະລາຍສູງ ອີງຕາມມາດຕະຖານຂອງ ປະເທດ ແລະ ສາກົນ, ລວມເຖິງການກວດກາພືດຜັກ ແລະ ຫມາກໄມ້ນໍາເຂົ້າຈາກຕ່າງປະເທດຢາງຈິງຈັງ.

ຂໍ້ມູນ ບສກຮ LURUS

Share