ຊີວະນາໆພັນກະສິກຳແມ່ນຫຍັງ?
ຊີວະນາໆພັນ ໝາຍເຖິງຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດທີ່ໜ້າມະຫັດສະຈັນ ຊ່ວຍໃຫ້ກະສິກຳ, ປ່າໄມ້, ແລະ ທົ່ງຫຍ້າອຸດົມສົມບູນໄປດ້ວຍຜະລິດຕະຜົນ ບໍ່ວ່າຈະເປັນເຂົ້າ, ຜັກ, ໝາກໄມ້ ແລະ ພືດສະໝຸນໄພທີ່ນຳມາປູກເພື່ອບໍລິໂພກເປັນອາຫານ. ນອກຈາກນີ້ ຍັງລວມເຖິງສັດຫຼາກຫຼາຍຊະນິດທີ່ສາມາດນຳມາລ້ຽງ, ພືດ ແລະ ເຫັດຈາກປ່າທຳມະຊາດ, ປາຈາກແມ່ນໍ້າ, ແມງໄມ້ ແລະ ສັດຈາກພື້ນດິນທີ່ມີຄຸນປະໂຫຍດ. ສິ່ງທີ່ມີຊີວິດທີ່ຫຼາກຫຼາຍເຫຼົ່ານີ້ ແມ່ນມີຄວາມສຳຄັນຫຼາຍສຳລັບຊຸມຊົນໃນປະເທດລາວເຊັ່ນ ສະໜອງອາຫານທີ່ມີຄຸນຄ່າທາງໂພຊະນາການ, ຊັບພະຍາກອນທີ່ເປັນຢາອັນຊົງຄຸນຄ່າ, ເຄື່ອງກໍ່ສ້າງເຮືອນຊານ ແລະ ຍັງຕິດພັນກັບຄຸນຄ່າທາງມໍລະດົກທຳມະຊາດຂອງເຮົາອີກດ້ວຍ. ດັ່ງນັ້ນ, ຈຶ່ງປະຕິເສດບໍ່ໄດ້ວ່າຊີວະນາໆພັນກະສິກຳ ມີບົດບາດຄວາມສຳຄັນຊ່ວຍຄໍ້າປະກັນໃຫ້ເຮົາສາມາດເຂົ້າເຖິງ ແລະ ນໍາໃຊ້ຊັບພະຍາກອນເຫຼົ່ານີ້ໄດ້ເປັນຢ່າງດີ.
ອີງຕາມອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ, ຊີວະນາໆພັນກະສິກຳ ຄືຄວາມຫຼາກຫຼາຍ ແລະ ວິວັດທະນາການຂອງສັດ, ພືດ ແລະ ບັນດາສິ່ງທີ່ມີຊິວິດຂະໜາດນ້ອຍທີ່ຖືກນຳໃຊ້ດ້ວຍວິທີທາງກົງ ແລະ ທາງອ້ອມໂດຍນຳໃຊ້ເປັນອາຫານ ແລະ ສຳລັບການກະເສດ ລວມເຖິງຜະລິດຕະຜັນພືດຜົນ, ສັດລ້ຽງ, ປ່າໄມ້ ແລະ ການປະມົງ ເຊິ່ງປະກອບດ້ວຍຄວາມຫຼາກຫຼາຍທາງພັນທຸກຳຂອງຊັບພະຍາກອນ (ຊະນິດພັນ, ສາຍພັນ) ແລະ ຊະນິດພັນທີ່ນໍາໃຊ້ເປັນອາຫານ, ອາຫານສັດ, ເຄື່ອງນຸ່ງຫົ່ມ, ເຊື້ອເພີງ ແລະ ຢາປິ່ນປົວພະຍາດ. ນອກນັ້ນ ຍັງລວມເຖິງສາຍພັນທີ່ບໍ່ໄດ້ເກັບກູ້ ເຊິ່ງມີບົດບາດໃນການຊ່ວຍສົ່ງເສີມຂະບວນການຜະລິດ (ຈຸລິນຊີໃນດິນ, ສັດນັກລ່າ ແລະ ແມງໄມ້ ນັກປະສົມເກສອນ) ແລະ ສາຍພັນຕ່າງໆທີ່ອາໄສຢູ່ໃນສະແວດລ້ອມທີ່ກວ້າງໃຫ່ຍ ເຊິ່ງມີບົດບາດໃນການຊ່ວຍສະໜັບສະໜຸນລະບົບນິເວດກະສິກຳ (ການກະເສດ, ການລ້ຽງສັດ, ປ່າໄມ້, ແລະ ສັດນໍ້າ) ເຊັ່ນດຽວກັບຄວາມຫຼາກຫຼາຍທາງດ້ານລະບົບນິເວດກະສິກຳ.[1]
ພູມມິທັດທີ່ໃຫ້ຄຸນປະໂຫຍດຫຼາກຫຼາຍ
ໂດຍທົ່ວໄປແລ້ວ ກະສິກຳອາດຈະສຸມໃສ່ການປູກພຽງແຕ່ຫນຶ່ງ ຫຼື ສອງພືດຕົ້ນຕໍ, ແຕ່ພູມມິທັດທີ່ໃຫ້ຄຸນປະໂຫຍດຫຼາກຫຼາຍເຊິ່ງເປັນອົງປະກອບຫຼັກຂອງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳ ໃຊ້ວິທີການທີ່ແຕກຕ່າງກັນ. ເນື່ອງຈາກ ບໍ່ໄດ້ມີເປົ້າໝາຍທີ່ຈະປູກພຽງແຕ່ເຂົ້າ ແລະ ຜັກເທົ່ານັ້ນ, ແຕ່ຕ້ອງການສ້າງສະພາບແວດລ້ອມທີ່ສົມດຸນເພື່ອໃຫ້ສິ່ງທີ່ມີຊີວິດທັງຫມົດສາມາດຈະເລີນເຕີບໂຕໄດ້. ພູມມິທັດທີ່ໃຫ້ຄຸນປະໂຫຍດຫຼາຍຈະໄດ້ຮັບການເພິ່ງພາອາໄສຈາກສິ່ງທີ່ມີຊີວິດນາໆຊະນິດ ດ້ວຍການປະສົມປະສານລະຫວ່າງອົງປະກອບທາງທຳມະຊາດ. ດັ່ງເຊັ່ນ, ນົກສາມາດຊ່ວຍຄວບຄຸມສັດຕູພືດຕາມທໍາມະຊາດ ໃນຂະນະທີ່ແມງໄມ້ຊ່ວຍປະສົມເກສອນພືດ, ສິ່ງນີ້ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຄວາມຕ້ອງການຢາປາບສັດຕູພືດ ແຕ່ຍັງຊ່ວຍປັບປຸງຄຸນນະພາບການຜະລິດດ້ານກະສິກຳອີກດ້ວຍ
ຈິນຕະນາການພາບພູມມິທັດສຳລັບປະຊາຊົນລາວເຊັ່ນວ່າ ໃຈກາງບ້ານມີນາເຂົ້າສ່ອງແສງສີເຫຼືອງລະຍິບລະຍັບ ອ້ອມຮອບດ້ວຍພືດຜົນ ແລະ ຮົ້ວທີ່ເຕັມໄປດ້ວຍໄມ້ດອກເບັ່ງບານ, ໝູ່ເຜິ້ງບິນໄປມາ ແລະ ໄມ້ໄຜ່ຕັ້ງສູງສະຫງ່າ ເຊັ່ນດຽວກັນກໍມີປາລອຍໄປມາຢູ່ໜອງນໍ້າ, ແມ່ໄກ່ທີ່ກຳລັງຈັດການກັບອາຫານເສດເຫຼືອ, ແລະ ຊາວບ້ານກຳລັງເກັບເຫັດໃນປ່າແຄມບ້ານ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າພື້ນທີ່ເຫຼົ່ານີ້ບໍ່ພຽງແຕ່ຊ່ວຍສະໜອງກິດຈະກຳທາງການກະເສດ ແຕ່ເປັນພູມມິທັດທີ່ສາມາດນໍາໃຊ້ໄດ້ຄຸນປະໂຫຍດທີ່ຫຼາກຫຼາຍ ບໍ່ວ່າຈະເປັນການຄໍ້າປະກັນສະບຽງອາຫານ, ສ້າງລາຍຮັບຈາກພືດຜົນ, ຜັກ, ປາ ແລະ ສັດລ້ຽງ. ນອກນັ້ນ, ຍັງສາມາດຊ່ວຍປົກປັກຮັກາສິ່ງແວດລ້ອມດ້ວຍການຄວບຄຸມສັດຕູພືດຕາມກົດເກນທາງທໍາມະຊາດ ແລະ ຈັດການຊັບພະຍາກອນຢ່າງຍືນຍົງອີກດ້ວຍ.
[1] FAO (1999): Agricultural Biodiversity, Multifunctional Character of Agriculture and Land Conference, Background Paper 1, Maastricht, September 1999. https://www.fao.org/3/x2775e/X2775E03.htm