ສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ (ສສພສຊ)
ສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ (ສສພສຊ) ສ້າງຕັ້ງຂຶ້ນໃນປີ 1988 ໂດຍມີພາລະກິດໃນການສົ່ງເສີມກະສິກຳທີ່ຍືນຍົງໃຫ້ແກ່ຊາວກະສິກອນໃນເຂດຊົນນະບົດ. ສະມາຄົມຍັງມຸ່ງເນັ້ນການສົ່ງເສີມນະວັດຕະກຳທ້ອງຖິ່ນ, ການເພີ່ມຜົນຜະລິດ ແລະ ການຜະລິດຝຸ່ນຊີວະພາບໂດຍນຳໃຊ້ວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນ. ຫຼັງຈາກຕ້ອງຢຸດການດຳເນີນງານໄລຍະໜຶ່ງເນື່ອງຈາກຂໍ້ຈຳກັດດ້ານການເຂົ້າເຖິງຕະຫຼາດ, ສະມາຄົມໄດ້ກັບມາດຳເນີນງານອີກຄັ້ງຢ່າງສຳເລັດໃນປີ 2012 ພາຍໃຕ້ການນຳພາຂອງ ປອ. ສີສະຫຼຽວ ສະແຫວງສຶກສາ. ປັດຈຸບັນ ຫ້ອງການຂອງສະມາຄົມຕັ້ງຢູ່ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ມີພະນັກງານປະຈຳ ຈຳນວນ 6 ຄົນ. ຕະຫຼອດໄລຍະທີ່ຜ່ານມາ, (ສສພສຊ) ໄດ້ມີບົດບາດສຳຄັນໃນການຂັບເຄື່ອນກະສິກຳອິນຊີ ແລະ ການພັດທະນາຊົນນະບົດຢ່າງຍືນຍົງໃນ ສປປ ລາວ ໂດຍສະເພາະການຜະລິດສິນຄ້າກະສິກຳອິນຊີ ເຊັ່ນ ຊາ, ເຂົ້າ, ນ້ຳເຜິ້ງ ແລະ ໝາກໄມ້. ນອກຈາກນັ້ນ ສະມາຄົມຍັງມຸ່ງເນັ້ນການຍົກລະດັບຄຸນນະພາບຊີວິດຂອງຊາວກະສິກອນ ຜ່ານການເສີມສ້າງຄວາມຮູ້, ທັກສະ ແລະ ຄວາມສາມາດໃນການຮັບມືກັບຄວາມທ້າທາຍ. ວິໄສທັດຂອງ ສສພສຊ ຄື ການສົ່ງເສີມສັກຍະພາບຂອງຊາວໜຸ່ມ ແລະ ຊາວກະສິກອນລາຍຍ່ອຍ ໂດຍການພັດທະນາຄວາມຮູ້ ແລະ ທັກສະດ້ານກະສິກຳ, ສົ່ງເສີມການຜະລິດແບບອິນຊີ […]


