ປີເຕີ (Peter Brakels)
ທ່ານ ປີເຕີ (Peter Brakels) ເປັນຜູ້ປະສານງານໂຄງການດ້ານຊະນິດພັນ ແລະ ພື້ນທີ່ອະນຸລັກຂອງ IUCN Laos. ວຽກຂອງລາວເນັ້ນໃສ່ການອະນຸລັກຊີວະນາໆພັນ, ການຕິດຕາມຊະນິດພັນ ແລະ ການກຳນົດ ແລະ ຈັດການພື້ນທີ່ສຳຄັນຕໍ່ທຳມະຊາດ. ໂດຍການເຮັດວຽກຮ່ວມກັບພາກລັດ, ອົງກອນທີ່ບໍ່ຫວັງຜົນກຳໄລ, ຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ມະຫາວິທະຍາໄລ ເພື່ອສະໜັບສະໜູນການວາງແຜນອະນຸລັກ ແລະ ການແບ່ງປັນຄວາມຮູ້. ສ່ວນສຳຄັນໜຶ່ງໃນວຽກຂອງ ປີເຕີ ແມ່ນການເຊື່ອມໂຍງ ຄວາມຮູ້ທ້ອງຖິ່ນ ເຂົ້າກັບ ວິທະຍາສາດດ້ານການອະນຸລັກ. ລາວສະໜັບສະໜູນຊາວບ້ານ ແລະ ຊຸມຊົນຊົນເຜົ່າໃຫ້ເຂົ້າຮ່ວມການສຳຫຼວດສັດປ່າ ເຊັ່ນ ການຕິດຕັ້ງກ້ອງດັກຖ່າຍ ແລະ ການບັນທຶກສຽງສັດປ່າ. ຄວາມຮູ້ຂອງຄົນໃນທ້ອງຖິ່ນກ່ຽວກັບສັດປ່າ, ປ່າໄມ້ ແລະ ພູມສັນຖານ ສາມາດໃຫ້ຂໍ້ມູນທີ່ເປັນປະໂຫຍດໃນການຈຳແນກຊະນິດພັນ, ເຂົ້າໃຈໄພຄຸກຄາມ ແລະ ສະໜັບສະໜູນວຽກງານອະນຸລັກ. ປີເຕີ ຍັງມີສ່ວນຮ່ວມໃນການກຳນົດພື້ນທີ່ ແລະ ລະບົບນິເວດທີ່ມີຄຸນຄ່າ ຊຶ່ງຢູ່ນອກຂອບເຂດອະນຸລັກທີ່ຖືກປະກາດຢ່າງເປັນທາງການ. ວຽກຂອງລາວໄດ້ຊ່ວຍສຳຫຼວດ ແລະ ຈັດແຜນທີ່ຫຼາຍກວ່າ 80 ພື້ນທີ່ […]
ສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ (ສສພສຊ)
ສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ (ສສພສຊ) ສ້າງຕັ້ງຂຶ້ນໃນປີ 1988 ໂດຍມີພາລະກິດໃນການສົ່ງເສີມກະສິກຳທີ່ຍືນຍົງໃຫ້ແກ່ຊາວກະສິກອນໃນເຂດຊົນນະບົດ. ສະມາຄົມຍັງມຸ່ງເນັ້ນການສົ່ງເສີມນະວັດຕະກຳທ້ອງຖິ່ນ, ການເພີ່ມຜົນຜະລິດ ແລະ ການຜະລິດຝຸ່ນຊີວະພາບໂດຍນຳໃຊ້ວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນ. ຫຼັງຈາກຕ້ອງຢຸດການດຳເນີນງານໄລຍະໜຶ່ງເນື່ອງຈາກຂໍ້ຈຳກັດດ້ານການເຂົ້າເຖິງຕະຫຼາດ, ສະມາຄົມໄດ້ກັບມາດຳເນີນງານອີກຄັ້ງຢ່າງສຳເລັດໃນປີ 2012 ພາຍໃຕ້ການນຳພາຂອງ ປອ. ສີສະຫຼຽວ ສະແຫວງສຶກສາ. ປັດຈຸບັນ ຫ້ອງການຂອງສະມາຄົມຕັ້ງຢູ່ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ມີພະນັກງານປະຈຳ ຈຳນວນ 6 ຄົນ. ຕະຫຼອດໄລຍະທີ່ຜ່ານມາ, (ສສພສຊ) ໄດ້ມີບົດບາດສຳຄັນໃນການຂັບເຄື່ອນກະສິກຳອິນຊີ ແລະ ການພັດທະນາຊົນນະບົດຢ່າງຍືນຍົງໃນ ສປປ ລາວ ໂດຍສະເພາະການຜະລິດສິນຄ້າກະສິກຳອິນຊີ ເຊັ່ນ ຊາ, ເຂົ້າ, ນ້ຳເຜິ້ງ ແລະ ໝາກໄມ້. ນອກຈາກນັ້ນ ສະມາຄົມຍັງມຸ່ງເນັ້ນການຍົກລະດັບຄຸນນະພາບຊີວິດຂອງຊາວກະສິກອນ ຜ່ານການເສີມສ້າງຄວາມຮູ້, ທັກສະ ແລະ ຄວາມສາມາດໃນການຮັບມືກັບຄວາມທ້າທາຍ. ວິໄສທັດຂອງ ສສພສຊ ຄື ການສົ່ງເສີມສັກຍະພາບຂອງຊາວໜຸ່ມ ແລະ ຊາວກະສິກອນລາຍຍ່ອຍ ໂດຍການພັດທະນາຄວາມຮູ້ ແລະ ທັກສະດ້ານກະສິກຳ, ສົ່ງເສີມການຜະລິດແບບອິນຊີ […]


