ປອ. ຄຳຫຼ້າ ອິນຄະວິໄລ

ບຸກຄົນຕົວແບບທາງດ້ານການອະນຸລັກຊີວະນາໆພັນ

ຮອງຫົວໜ້າຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ, ຜູ້ອຳນວຍການສູນຄວາມເປັນເລີດດ້ານຊີວະນາໆພັນ ມະຫາວິທະຍາໄລແຫ່ງຊາດລາວ. ສູນ​ຄວາມ​ເປັນ​ເລີດ​ດ້ານຊີວະນາໆພັນ ຂຽນຫຍໍ້ວ່າ “ສຊພ” ມີພາລະບົດໃນການ​ຄົ້ນ​ຄວ້າ, ການສອນ ແລະ ການຝຶກອົບຮົມທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການອະນຸລັກ. ຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ ຍັງມີບົດບາດສໍາຄັນໃນວຽກງານການຄຸ້ມຄອງຊັບສິນທາງປັນຍາ, ວຽກງານແຜນການ-ການຮ່ວມມື ຄຽງຄູ່ໄປກັບການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພ້ອມທັງ ຊີ້ນໍາ ແລະ ຄຸ້ມຄອງວຽກງານຂອງສູນຄົ້ນຄວ້າຈີນ ແລະ ສູນຄົ້ນຄວ້າອື່ນໆຂອງ ມະຫາວິທະຍາໄລແຫ່ງຊາດລາວ.

    ປອ. ຄຳຫຼ້າ ເປັນຜູ້ຊ່ຽວຊານດ້ານຊີວະນາໆພັນຫອຍທາກ ເຊິ່ງເປັນສາຂາການຄົ້ນຄວ້າທີ່ຍັງບໍ່ມີນັກວິທະຍາສາດຫຼາຍຄົນສຶກສາດ້ານນີ້ໂດຍສະເພາະ. ໃນປີ 2019, ລາວໄດ້ເຜີຍແຜ່ປຶ້ມທີ່ສຳຄັນ ທີ່ບັນທຶກ 231 ຊະນິດຂອງຫອຍທາກໃນລາວ, ເຊິ່ງໃນເມື່ອກ່ອນມີພຽງແຕ່ 79 ຊະນິດທີ່ໄດ້ບັນທຶກໄວ້ໃນເອກະສານ. ໃນວັນທີ 7 ຕຸລາ 2024, ລາວໄດ້ປະກາດຄົ້ນພົບ ຫອຍທາກໃໝ່ 2 ຊະນິດ, ເຊິ່ງເຮັດໃຫ້ໄດ້ເຫັນເຖິງຄວາມສຳຄັນທາງດ້ານນິເວດວິທະຍາຂອງລາວ. ຫອຍທາກມີບົດບາດສໍາຄັນໃນຕ່ອງໂສ້ ອາຫານ ແລະ ການຮັກສາຄວາມຊຸ່ມຊື່ນໃນລະບົບນິເວດ, ໃນຂະນະດຽວກັນກໍຍັງເປັນແຫຼ່ງອາຫານຂອງສັດຕ່າງໆ. ຢ່າງໃດກໍຕາມ, ຫອຍທາກບາງຊະນິດກໍມີຄວາມສ່ຽງ ເນື່ອງຈາກວ່າການບໍລິໂພກ ແລະ ການຊື້-ຂາຍໃນຕະຫຼາດ ໂດຍສະເພາະແມ່ນສາຍພັນ Hemiplecta ແລະ Cychlophorus

ຢ່າງທີ່ຮູ້ກັນດີວ່າ ເມືອກຫອຍທາກສາມາດເພີ່ມຄວາມຊຸ່ມຊື່ນໃຫ້ຜິວໜັງ. ນອກຈາກນັ້ນ, ເມືອກຫອຍທາກຍັງມີຄຸນສົມບັດຊ່ວຍຕ້ານການແກ່ກ່ອນໄວ ເນື່ອງຈາກວ່າມັນປະກອບດ້ວຍສານຕ່າງໆ ບໍ່ວ່າຈະເປັນສານ peptides ແລະ ສານຕ້ານອະນຸມູນອິດສະລະທີ່ຊ່ວຍໃນການສັງເຄາະ ຄໍລະເຈນ (collagen) ແລະ ຄວາມຍືດຫຍຸ່ນ. ໂດຍອີງໃສ່ຄວາມຮູ້ຄວາມສາມາດທີ່ສະສົມປະສົບການໃນໄລຍະຜ່ານມາ, ປອ. ຄຳຫຼ້າ ຈຶ່ງມີແຜນລິເລີ່ມຄົ້ນຄວ້າຄວາມເປັນໄປໄດ້ໃນການໃຊ້ນໍ້າເມືອກຫອຍທາກເພື່ອສ້າງເຊລໍາບໍາລຸງຜິວ.

Short Bio

Full name:

ປອ. ຄຳຫຼ້າ ອິນຄະວິໄລ

Date of Birth:

2 May 1975

Place of Birth:

Current Residence:

ບ້ານຕານມີໄຊ ນະຄອນຫຼວງວຽງຈັນ

Education:

ປະລິນຍາເອກ

Current Profession:

ຮອງຫົວໜ້າຫ້ອງຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ ມຊ ແລະ ຜູ້ອຳນວຍການສູນຄວາມເປັນເລີດດ້ານຊີວະນາໆພັນ ມຊ

Motto:

Share

Recent Champions