ປອ. ສົມພູທອນ ເປັນນັກວິໄຈທາງດ້ານຄວາມຫຼາກຫຼາຍ, ການອະນຸລັກສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນລາວ, ຕັ້ງແຕ່ຍັງນ້ອຍ ລາວມີຄວາມສົນໃຈດ້ານການກະສິກຳ, ເຮັດໃຫ້ລາວເລືອກສຶກສາດ້ານກະສິກຳຢູ່ມະຫາວິທະຍາໄລແຫ່ງຊາດລາວ (NUoL). ແຕ່ພາຍຫຼັງລາວໄດ້ຄົ້ນພົບວ່າ ຕົນເອງມີຄວາມສົນໃຈຕໍ່ສັດຫຼາຍກວ່າພືດ. ດັ່ງນັ້ນ ໃນປີ 2002 ລາວຈຶ່ງຈົບການສຶກສາດ້ານວິທະຍາສາດສັດ ໂດຍມີຄວາມຊຳນານສະເພາະດ້ານສັດ.
ໃນປີ 2006 ໃນຂະນະທີ່ລາວເຮັດວຽກຢູ່ສູນຄົ້ນຄວ້າຊັບພະຍາກອນນ້ຳ (Living Aquatic Resource Research Center – LARReC) ພາຍໃຕ້ກົົົົົມລ້ຽງສັດ ແລະ ການປະມົງ ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ລາວໄດ້ຮັບໂອກາດຂຽນວິທະຍານິພົນປະລິນຍາໂທດ້ານຄວາມຫຼາກຫຼາຍທາງຊີວະນາໆພັນ ໂດຍມຸ່ງເນັ້ນໃສ່ “ປາຕີນ” (Lao Warty Newt – Laotriton laoensis) ຊຶ່ງເປັນຊະນິດພັນທີ່ກຳລັງຖືກຄຸກຄາມ. ອາຈານເປັນນັກສຶກສາຄົນທຳອິດທີ່ອຸທິດວິທະຍານິພົນເພື່ອສຶກສາປະຫວັດຊີວິດຕາມທຳມະຊາດ, ການແຜ່ກະຈາຍ ແລະ ການອະນຸລັກຂອງຊະນິດພັນນີ້ ດ້ວຍຜົນງານວິໄຈຂອງລາວຕໍໍກັບປາຕີນ ຈຶ່ງກາຍເປັນສັດເຄິ່ງບົກເຄິ່ງນໍ້າຊະນິດທຳອິດທີ່ໄດ້ຮັບການຄຸ້ມຄອງຢ່າງເປັນທາງການໂດຍລັດຖະບານລາວ (ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງບັນຊີ ຫຼື ບັນຊີ II).
ປອ. ສົມພູທອນ ໄດ້ສຶກສາຕໍ່ລະດັບປະລິນຍາເອກດ້ານຊີວະວິທະຍາ ຢູ່ມະຫາວິທະຍາໄລກະເສດສາດ ປະເທດໄທ, ເນື່ອງຈາກໃນລາວຍັງບໍ່ມີຫຼັກສູດດັ່ງກ່າວ. ອາຈານໄດ້ສຳເລັດການສຶກສາໃນປີ 2015 ແລະ ກັບມາເຮັດວຽກຢູ່ກະຊວງກະສິກຳ. ແຕ່ອາຈານຍັງຄິດຮອດວຽກພາກສະໜາມ ແລະ ວຽກຄົ້ນຄວ້າ. ອາຈານໄດ້ກ່າວວ່າ: “ຂ້ອຍຢາກຝຶກຝົນຄົນຮຸ່ນໃໝ່ໃຫ້ເປັນນັກສຶກສາສັດເລືອຄານ–ສັດເຄິ່ງບົກເຄິ່ງນໍ້າຂອງລາວ.” ດັ່ງນັ້ນ ໃນປີ 2016 ລາວຈຶ່ງກັບໄປເຮັດວຽກທີ່ມະຫາວິທະຍາໄລແຫ່ງຊາດ ເພື່ອສືບຕໍ່ວຽກຄົ້ນຄວ້າດ້ານຄວາມຫຼາກຫຼາຍຂອງສັດເລືອຄານ ແລະ ສັດເຄິ່ງບົກເຄິ່ງນໍ້າ.
ຜົນງານວິໄຈຂອງອາຈານສ່ວນໃຫຍ່ມຸ່ງເນັ້ນໃນແຂວງໄຊສົມບູນ, ຊຽງຂວາງ, ຫຼວງພະບາງ ແລະ ຫົວພັນ. ອາຈານໄດ້ມີສ່ວນຮ່ວມໃນງານຄົ້ນຄວ້າທີ່ນຳໄປສູ່ການຄົ້ນພົບຊະນິດພັນໃໝ່ໜຶ່ງໃນກຸ່ມ Tylototriton asperrimus ຢູ່ພາກກາງຂອງລາວ (Stuart et al., 2010). ໃນປີ 2012 ອາຈານໄດ້ຕີພິມຜົນງານກ່ຽວກັບ Lao Newt (Laotriton laoensis) ແລະ ໃນປີ 2015 ອາຈານໄດ້ຕີພິມບົດຄົ້ນຄວ້າວ່າດ້ວຍຄວາມແຕກຕ່າງທາງຮູບຮ່າງ ແລະ ລະດັບໂມເລກຸນຂອງກຸ່ມ Tylototriton ໃນລາວ (Somphouthone et al., 2015). ໃນປີ 2024 ອາຈານຍັງໄດ້ມີສ່ວນຮ່ວມໃນການຄົ້ນພົບຊະນິດພັນໃໝ່ອີກໜຶ່ງຊະນິດໃນແຂວງເຊກອງ.
ໃນປີ 2018 ປອ. ສົມພູທອນ ໄດ້ຮັບການຍົກຍ້ອງໃຫ້ເປັນນັກຄົ້ນຄວ້າດີເດັ່ນ.

Full name:
ປອ. ສົມພູທອນ ພິມມະຈັກ
Date of Birth:
Place of Birth:
Current Residence:
Education:
Current Profession:
ນັກວິໄຈທາງດ້ານຄວາມຫຼາກຫຼາຍທາງດ້ານສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນ ສປປ ລາວ
Motto:


