Skip to content
ລາວ
English
Facebook-f
Youtube
X-twitter
Envelope
Home
Discover
Stories
Lao Kitchen
News
About
X
Home
Discover
Species
Champions
Library
Stories
Lao Kitchen
News
About
About Pha Khao Lao
What is Agrobiodiversity?
Our Team
Partners and Contributors
Get Involved
X
Home
»
Stories
»
ແຈ່ວບອງເຂົ້າຂົ້ວຊຽງຂວາງ
ແຈ່ວບອງເຂົ້າຂົ້ວຊຽງຂວາງ
Last updated on November 6, 2026
(first published: November 6, 2026)
by ບົວວອນ ທິບພາວັນ
Lao Kitchen
ແຈ່ວບອງຊຽງຂວາງມີຫຼາກຫຼາຍລົດຊາດ ຢ່າງເຊັ່ນແຈ່ວບອງເຂົ້າຂົ້ວຊຽງຂວາງ ເຊິ່ງເປັນອີກໜຶ່ງອາຫານທີ່ຊາວເມືອງຄໍາ ແຂວງຊຽງຂວາງນິຍົມເຮັດກິນ.
ສ່ວນປະກອບ:
ໝາກເຜັດ
ເຂົ້າຂົ້ວ
ຜັກທຽມ
ໝາກມາດ
ໜໍ່ໄມ້ສົ້ມ
ເກືອ
ແປ້ງນົວ
ນໍ້າຕານ
ຂັ້ນຕອນການປຸງແຕ່ງ
ນໍາໝາກເຜັດໄປຂົ້ວແລ້ວນໍາໄປຕໍາໃຫ້ລະອຽດປະມານ 1 ບ່ວງແກງ
ເອົາໜໍ່ໄມ້ສົ້ມ ແລະ ນໍ້າໜໍ່ໄມ້ສົ້ມປະມານ 1 ບ່ວງຈອງ ປະສົມກັບນໍ້າ 1 ຈອກ ແລ້ວນໍາໄປຕົ້ມໃຫ້ສຸກ, ປະໄວ້ໃຫ້ເຢັນ
ຂົ້ວໝາກມາດໃຫ້ມີກິ່ນຫອມ, ຫຼັງຈາກນໍາໄປຕໍາໃຫ້ລະອຽດ ປະມານ 1 ບ່ວງກາເຟ
ປອກຜັກທຽມ ແລ້ວນໍາໄປຂົ້ວໃຫ້ສຸກ ຫຼັງຈາກນັ້ນກໍຕໍາໃຫ້ລະອຽດ
ນຳໝາກມາດ ແລະ ຜັກທຽມທີ່ກຽມໄວ້ແລ້ວນັ້ນມາຕຳເຂົ້າກັນ ຫຼັງຈາກນັ້ນໃສ່ໝາກເຜັດຕໍາລະອຽດແລ້ວຕື່ມ ເກືອ, ແປ້ງນົວ, ນໍ້າຕານລົງແລ້ວຕໍາໃຫ້ເຂົ້າກັນ
ຈາກນັ້ນເອົາໜໍ່ໄມ້ສົ້ມທີ່ຕົ້ມສຸກແລ້ວນັ້ນ ລົງໄປໃສ່ ແລ້ວຕື່ມເຂົ້າຂົ້ວລົງ ພ້ອມກັບຕື່ມນໍ້າໜໍ່ໄມ້ສົ້ມລົງໜ້ອຍໜຶ່ງ ຈາກນັ້ນຕໍາໃຫ້ເຂົ້າກັນອີກຄັ້ງ
ຊິມເບິ່ງລົດຊາດຕາມໃຈມັກ ຖືວ່າຮັບປະທານໄດ້ແລ້ວ.
Share
Prev
Previous
Baked fish in banana leaves (Naep Pa Siw)
Next
ໝົກປາແດກ
Next
See also
ແຈ່ວບອງຊຽງຂວາງ
ແຈ່ວບອງ
ຜະລິດຕະພັນແຈ່ວບອງຊຽງຂວາງ
Recent Stories
Duck Stew with Rocket Greens
October 21, 2026
Stir-Fried Melientha with Eggs
October 20, 2026
Fish Soup with Soap Pod Leaves
October 20, 2026
Galangal Dipping Sauce (Jeow Kha)
October 20, 2026
Clear Paddy Straw Mushroom Soup with Melientha Vegetables
October 19, 2026