ເລື່ອງເລົ່າ ແລະ ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ

ຕຸດ​ສົງ­ການ ຫມາຍ​ເຖິງ​ພະ​ອາທິດ​ໄດ້​ເຄື່ອນ​ຍ້າຍ​ຈາກ​ປີ​ເກົ່າ​ເຂົ້າສູ່​ປີ​ໃຫມ່

ບຸນປີໃໝ່ລາວ ຫຼື ເອີ້ນວ່າ ສົງການ ເປັນບຸນປະເພນີອີກອັນໜຶ່ງຂອງລາວເຮົາ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງ ຄືໂດຍທົ່ວໄປເລ່ີມແຕ່ວັນທີ່ 13 ຫາ 15 ຂອງເດືອນເມສາ ເຊ່ິງເປັນເດືອນທ່ີຮ້ອນ ທ່ີສຸດໃນຮອບປີ. ນອກຈາກປະເທດລາວເຮົາແລ້ວ ກໍຍັງມີອີກຫຼາຍປະເທດ ທີ່ສະຫຼອງສົງການເໝືອນກັນ ເຊ່ັນ ປະເທດໄທ, ກຳປູເຈຍ ແລະ ມ່ຽນມ້າ.

ໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊ່ັນ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້ທ່ີມີກ່ິນຫອມ ເຊັ່ນ ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ,ດອກດາວເຮືອງ, ດອກຄູນ ແລະ ອ່ືນໆ ເຊິ່ງເພິ່ນເອົາມາປະສົມໃສ່ກັນ ເພ່ືອປຸງແຕ່ງນ້ຳຫອມສົງພະ. ນອກຈາກນັ້ນ ເພ່ິນຍັງເອົາດອກ ແລະ ໃບຄູນ ມາເໜັບໄວ້ນຳປະຕູບ້ານປະຕູເຮືອນ ເພາະມີຄວາມເຊ່ືອວ່າເປັນສີລິມົງຄຸນ. ນ້ຳຫອມສົງພະ ແມ່ນປະສົມຈາກນ້ຳ, ຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ ດ່ັງທ່ີກ່າວມານັ້ນ.

ອີງຕາມປະເພນີ ທີ່ສືບເນ່ືອງມາແຕ່ບູຮານນະການ ບຸນປີໃໝ່ລາວ ແກ່ ຍາວ 3 ວັນຄື: ວັນສັງຂານໄປ ຫຼື ວັນສັງຂານລ່ວງ ເຊິ່ງໝາຍເຖິງ ວັນສົ່ງທ້າຍປີເກ່ົາ, ວັນເນົາ ເຊິ່ງໝາຍເຖິງວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ້ມຕົ້ນຂອງປີໃໝ່ນັ້ນເອງ.

ກ່ຽວກັບວັນບຸນ ປີໃໝ່ລາວ ຫຼື ວັນສົງການນີ້ ມີນິທານເລ່ືອງໜ່ຶງໄດ້ ກ່າວໄວ້ວ່າ:

ກາລະຄັ້ງໜ່ຶງນານມາແລ້ວ ມີລູກເສດຖີຄົນໜຶ່ງ ຊ່ື ທຳມະປະລະກຸມມານຫຼື ເອີ້ນວ່າ ທຳມະບານ ເປັນຄົນມີຄວາມຮູ້, ສະຫຼາດຫຼັກແຫຼມ ແລະ ສາມາດເຂົ້າໃຈພາສານົກໄດ້. ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ ແກ່ປວງຊົນທັງຫຼາຍ ເຊ່ິງເຮັດໃຫ້ຄົນທັງຫຼາຍ ສັດທາ ແລະ ເຄົາລົບນັບຖື ຈົນມີຊ່ືສຽງເລືອງລືໄປທ່ົວພິພົບ ຈົນເຮັດໃຫ້ ພະຍາພົມ ກະບິນລະພົມ ຢາກທົດສອບຄວາມສະຫຼາດຂອງທຳມະປະລະກຸມມານ. ພະຍາກະບິນລະພົມ ຈ່ຶງໄດ້ສະເດັດລົງມາຫາທຳມະປະລະກຸມມານ ແລະ ຕັ້ງຄຳຖາມຂຶ້ນ 3 ຂ້ໍ ຄື:

  1. ຕອນເຊົ້າ ສີລິຂອງຄົນຢູ່ໃສ ?
  2. ຕອນທ່ຽງ ສີລິຂອງຄົນຢູ່ໃສ ? 
  3. ຕອນກາງຄືນ ສີລິຂອງຄົນຢູ່ໃສ ?

ໂດຍວາງ ເງ່ືອນໄຂໄວ້ວ່າ: ຖ້າຕອບບໍ່ໄດ້, ພະຍາພົມກະບິນລະພົມ ຈະຕັດຫົວທ້າວທຳມະປະລະກຸມມານ; ຖ້າຫາກ ວ່າຕອບໄດ້ ພະຍາ ພົມກະບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາ ແກ່ທ້າວ ທຳມະປະລະກຸມານ ໄປຄົ້ນຄິດ 7 ວັນ. ພໍເຖິງວັນຖ້ວນ 3 ທ້າວທຳມະປະລະກຸມມານ ກໍຍັງ ຄິດຫາຄຳຕອບບໍ່ໄດ້ ຈ່ຶງຄິດວ່າຕົນຈະຕ້ອງຕາຍຍ້ອນ ຄົມດາບຂອງພະຍາ ກະບິນລະພົມ ເພ່ືອປະໂຫຍດອັນໃດ ຕົນຈະໜີໄປຕາຍເອົາດາບໜ້າ ຈະບໍ່ດີກ່ວາບໍ. ເວົ້າແລ້ວ ລາວກໍ່ອອກເດີນທາງ, ພໍຮອດຍາມຄ່ຳລາວໄດ້ໄປ ນອນຢູ່ກ້ອງຕົ້ນຕານ, ກໍ່ບັງເອີນ ໄດ້ຍິນນົກອິນຊີຜົວເມຍ ຄູ່ໜຶ່ງ ເຊິ່ງອາໄສຢູ່ເທິງຕົ້ນຕານ ລົມກັນ. ນົກຕົວເມຍຖາມຜົວວ່າ ມື້ອ່ືນນີ້ ພວກເຮົາຈະເອົາອັນໃດມາເປັນອາຫານ, ນົກຕົວຜົວຈຶ່ງຕອບວ່າ ຈະໄດ້ກິນຊາກສົບ ຂອງ ທຳມະປະລະກຸມມານທ່ີພະຍາກະບິນລະພົມ ຈະຂ້າເພາະຕອບຄຳຖາມ ບໍ່ໄດ້. ເມ່ືອນົກຕົວເມຍ ຖາມວ່າຄຳຖາມນັ້ນເປັນຄືແນວໃດ ນົກຕົວຜູ້ ກໍເລີຍເວົ້າສູ່ເມຍຟັງ ແລະ ບອກຄຳຕອບພ້ອມຄື: ຕອນເຊົ້າ ສີລິຂອງຄົນຢູ່ທ່ີໜ້າ ດ່ັງນັ້ນ ຄົນທັງຫຼາຍ ຈ່ິງເອົານ້ຳ ສວ່າຍໜ້າ, ຍາມທ່ຽງສີລິຂອງຄົນຢູ່ເອິກ ຄົນທັງຫຼາຍ ຈ່ຶງເອົານ້ຳ ແລະ ຂອງຫອມ ລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນ ຄົນທັງຫຼາຍຈ່ຶງເອົານ້ຳລ້າງຕີນກ່ອນເຂົ້ານອນ. ເມື່ອ ທຳມະປະລະກຸມມານ ໄດ້ຍິນດ່ັງນັ້ນ ກໍຈື່ຈຳເອົາ ແລ້ວກໍ່ຕ່າວກັບຄືນມາ ຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ໃນວັນຕໍ່ມາ.

ດ່ັງນັ້ນ ພະຍາກະບິນລະພົມ ຈ່ຶງຕ້ອງໄດ້ຕັດຫົວຂອງຕົນເອງ ດັ່ງທ່ີ ໄດ້ວາງເງ່ືອນໄຂໄວ້. ກ່ອນຕັດຫົວຂອງຕົວເອງ ພະຍາກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າ ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ;  ຖ້າຫົວຂອງພໍ່ຫາກຕົກລົງໃສ່ ແຜ່ນດິນ ໄຟກໍຈະໃໝ້ໂລກ; ຖ້າໂຍນຂຶ້ນໄປ ເທິງຟ້າ ກໍຈະເກີດໄພ ແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະມຸດ ນ້ຳກໍຈະແຫ້ງ. ດ່ັງນັ້ນ ໃຫ້ພວກລູກ ທັງ 7 ຄົນເອົາພາພານ ມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳຄັນທະທຸລີ ທ່ີພູເຂົາໄກລາດ ແລະ ບູຊາດ້ວຍເຄ່ືອງ ສັກກາລະທິບຕ່າງໆດ້ວຍເຖີ້ນ.

ເມ່ືອຄົບຮອບເວລາ ໃນແຕ່ລະປີ ດັ່ງ ວັນປີໃໝ່ ຫຼື ວັນສັງຂານ ລູກສາວທັງ 7 ກໍປ່ຽນຜ່ຽນ ກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາ ທັງຫຼາຍ ມາເຊີນເອົາຫົວຂອງ ພະຍາ ພົມກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອອ້ມເຂົາພະສຸເມນ. ຫຼັງຈາກນັ້ນ ຂະບວນ ກໍນຳຫົວຂອງພະຍາກະບິນລະພົມ ໄປໄວ້ທ່ີເດີມ.    ສະນັ້ນ ເພິ່ນຈຶ່ງເອີ້ນ ລູກສາວທັງ 7 ຂອງ ພະຍາກະບິນລະພົມ ວ່າ ນາງສັງຂານ ແຕ່ນັ້ນມາ. ນາງສັງຂານທັງ 7 ນີ້ສະເດັດ ມາໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນສັນຍາລັກໃຫ້ແກ່ແຕ່ລະວັນເຊັ່ນວ່າ

  • ນາງສັງຂານຜູ້ທ່ີເປັນສັນຍາລັກໃຫ້ແກ່ ວັນເສົາ ແມ່ນ ນາງມະໂນທອນ ທັດດອກຜັກຕົບ, ລາວມັກຊີ້ນຊາຍ (ສັດປະເພດຟານ) ມີອາວຸດ ຄື ມືຂວາຖືກົງຈັກ ມືຊ້າຍຖື ຕຣີສູນ (ຫອກສາມງ່າມ) ພາຫະນະ ແມ່ນ ນົກຍຸງ;
  • ວັນອາທິດ ຊ່ືວ່ານາງທຸງສະເທວີ ມັກກິນ ໝາກເດ່ືອເປັນອາຫານ ຖືອາວຸດຄື ມືຂວາຖື ກົງຈັກ ມືຊ້າຍຖື ສັງ(ຫອຍສັງ) ແລະ ພາຫະນະແມ່ນ ຄຸດ.
  • ສັນຍາລັກຂອງວັນຈັນ ແມ່ນ ນາງ ໂຄຣາຄະ ທັດ ດອກກາງຂອບ (ແມ່ນຊື່ຂອງດອກໄມ້ຊະນິດຫນື່ງ) ເຄ່ືອງປະດັບ ເປັນແກ້ວ ແລະ ມຸກ, ອາຫານ ໄດ້ແກ່ນ້ຳນົມ ໃນມື ຖື ພະຂັນ (ດາບ) ມືຊ້າຍ ຖືໄມ້ເທົ້າ, ພາຫະນະ ແມ່ນ ເສືອ;
  • ວັນອັງຄານແມ່ນ ນາງ ຣາກສະ ທັດດອກບົວຫຼວງ ພ້ອມດ້ວຍເຄ່ືອງປະດັບແກ້ວໂມຣາ, ອາຫານ ແມ່ນ ໂລຫິດ (ເລືອດ) ມືຂວາຖື ຕຼີສູນ ມືຊ້າຍຖືທະນູ ພາຫະນະ ແມ່ນ ໝູ.
  • ສັນຍາລັກຂອງວັນພຸດ ແມ່ນ ນາງ ມຸນທາ ທັດດອກຈຳປາ ພ້ອມດ້ວຍ ເຄ່ືອງປະດັບແກ້ວພິທູນ,ອາຫານ ແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍ ຖືໄມ້ເທົ້າ ພາຫະນະ ແມ່ນ ລໍ.
  • ສັນຍາລັກຂອງວັນພະຫັດ ແມ່ນ ນາງ ກິຣິນີ ທັດດອກມົນທາ (ແມ່ນຊື່ຂອງດອກໄມ້ ຊະນິດຫນື່ງ) ພອ້ ມດວ້ ຍເຄື່ອງປະດບັ ແກ້ວ ມໍລະກົດ , ອາຫານແມນ່ ຖວົ່ ງາ, ມືຂວາຖືຂໍ ມືຊ້າຍຖືປືນ ພາຫະນະ ແມ່ນ ຊ້າງ.
  • ສັນຍາລັກຂອງວັນສຸກ ແມ່ນ ນາງ ກິມິທາທັດດອກຈັງກອນ ພ້ອມ ດ້ວຍເຄ່ືອງປະດັບແກ້ວບຸດສະຣາຄຳ, ອາຫານ ແມ່ນ ກ້ວຍນ້ຳ,ອາວຸດໃນມືຂວາ ແມ່ນພະຂັນ, ມືຊ້າຍ ຖືພິນ, ພາຫະນະ ແມ່ນ ຄວາຍ.

ອີງຕາມປະເພນີສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວ

ຍາມເຊົ້າຄົນທັງປວງພາກັນອອກໄປເຮັດບຸນ ຕັກບາດຢູ່ວັດ, ໄຫ້ວພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບທຽນ ແລະ ກໍນິມົນເອົາພະພຸດທະຮູບ ລົງມາຈາກຮ້ານພະ ເພື່ອມາປະດິດ ສະຖານໄວ້ທ່ີໂຮງ ເພ່ືອຫົດສົງ ເອີ້ນວ່າ “ເອົາພະລົງ”. ເມ່ືອເຖິງ ເວລາຄ່ຳຄືນ ໃນລະຫວ່າງວັນ ສັງຂານນີ້ ກໍພາກັນກໍ່ພະທາດ ເຈດີ ດ້ວຍດິນຊາຍ ເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະ ເທດສະໜາ, ເຮັດບັງສະກຸນເພື່ອເຮັດ ທານຫາ ຜູ້ທີ່ລ່ວງລັບໄປ ຕາມສັດທາຂອງໃຜລາວ ດັ່ງນີ້ ເປັນຕົ້ນ.

ເມ່ືອເຖິງວັນທ່ີສາມ ຄືວັນສັງຂານຂຶ້ນ ພະພິກຂຸສົງ ກໍຈະນິມົນ ເອົາພະພຸດທະຮູບທຸກອົງ ຂຶ້ນຄືນໄວ້ແທ່ນເດີມ ເຊ່ິງເຮົາ ເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫຼື ວັນຂຶ້ນປີໃໝ່ນັ້ນເອງ ຫັຼງຈາກ ທ່ີນິມົນພະຂຶ້ນແທ່ນຄືນ ແລ້ວ ພິທີການສະເຫີຼມ ສະຫຼອງ ປີໃໝ່ລາວກໍສິ້ນສຸດລົງ.

ໃນໄລຍະຕົ້ນຂອງປີໃໝ່ນີ້ ແຕ່ລະຄອບຄົວ ກໍມັກຈັດບາສີສູ່ຂວັນກັນເພ່ືອຮັບໂຊກໄຊໃໝ່.
 

ທີ່ມາ watmai.com.au

Share