ການປູກໝາກເຜັດຂາຍເປັນສິນຄ້າ ເຮັດໃຫ້ຄອບຄົວມີລາຍຮັບໝັ້ນທ່ຽງ

ປະຈຸບັນລັດຖະບານແຫ່ງ ສປປ ລາວ, ເວົ້າລວມ ເວົ້າສະເພາະແມ່ນການນໍາຂອງແຂວງໄຊຍະບູລີແມ່ນໄດ້ຊຸກຍູ້ ແລະ ສົ່ງເສີມປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດທົ່ວແຂວງໃນການສ້າງອາຊີບດ້ວຍການຜະລິດກະສິກໍາເປັນສິນຄ້າເຊັ່ນ: ການປູກ-ການລ້ຽງ ເພື່ອສ້າງລາຍຮັບເຂົ້າຄອບຄົວ, ເຖິງວ່າການສ້າງລາຍຮັບດັ່ງກ່າວນັ້ນນະບໍ່ຫຼາຍ, ແຕ່ກໍ່ເປັນລາຍຮັບທີ່ບໍລິສຸດ, ທີ່ເຮັດດ້ວຍເຫື່ອໄດ້ມາດ້ວຍແຮງຊຶ່ງສາມາດແກ້ໄຂຊິວິດປະຈໍາວັນຂອງຄອບຄົວໄດ້.

ທ້າວ ພົງ ທ່ຽງທໍາ ປະຈຸບັນຢູ່ບ້ານຄໍ້າ ອາຍຸ 28 ປີ, ອາຊີບອາສາສະໝັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທີ່ເຮັດອາຊີບເສີມດ້ວຍການປູກໝາກເຜັດຂາຍໄດ້ໃຫ້ຮູ້ວ່າ: ໃນຄອບຄົວມີທັງໝົດ 5 ຄົນ, ແຮງງານຕົ້ນຕໍໍ 2 ຄົນ, ແຮງງານສໍາຮອງ 3 ຄົນ, ເລີ່ມປູກໝາກເຜັດມາແຕ່ປີ 2015 ເປັນຕົ້ນ, ແຕ່ບໍ່ປະສົບຜົນສໍາເລັດ, ໃນປີ 2016 ຈຶ່ງໄດ້ໄປທັດສະນະແລກປ່ຽນບົດຮຽນການປູກໝາກເຜັດເປັນສິນຄ້ານໍາສະຫະກອນປະຕິຮູບທີ່ດິນທ່າວັງຜາ, ຈັງຫວັດນ່ານ, ປະເທດໄທ, ຈາກນັ້ນກໍ່ໄດ້ກັບມາລົງມືປູກທົດລອງ, ໂດຍນໍາໃຊ້ເຕັກນິກໃໝ່ເຂົ້າຊ່ວຍເຫັນວ່າໄດ້ຮັບໝາກຜົນ, ປີທໍາອິດສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 5,3 ໂຕນ, ສ້າງລາຍຮັບເຂົ້າຄອບຄົວໄດ້ທັງໝົດ 23,6 ລ້ານກີບຕໍ່ລະດູການຜະລິດ, ຜົນຜະລິດດັ່ງກ່າວແມ່ນສົ່ງຂາຍໃຫ້ສະຫະກອນປະຕິຮູບທີ່ດິນທ່າວັງຜາ, ຂາຍໄປຕ່າງເມືອງ ແລະ ຕ່າງແຂວງຈໍານວນໜຶ່ງ, ໃນລາຄາ 5 ພັນກີບຕໍ່ກິໂລກຼາມ.
ຕໍ່ຜົນສໍາເລັດດັ່ງກ່າວ ທ້າວ ພົງ ທ່ຽງທໍາ ແມ່ນໄດ້ຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງເພື່ອປູກໝາກເຜັດ, ໂດຍໄດ້ສ້າງເປັນກຸ່ມ, ເບື້ອງຕົ້ນມີສະມາຊິກ 15 ຄອບຄົວ, ໃນເນື້ອທີ່ 2,8 ເຮັກຕາ, ຜົນຜະລິດໄດ້ 22,5 ໂຕນ, ສ້າງລາຍຮັບໃຫ້ສະມາຊິກກຸ່ມທັງໝົດໄດ້ 93,5 ລ້ານກີບ, ໂດຍສະເລ່ຍໃສ່ຄອບຄົວໜຶ່ງໄດ້ 6,3 ລ້ານກີບຕໍ່ຄອບຄົວຕໍ່ລະດູການຜະລິດ, ປະຈຸບັນມີສະມາຊິກໃໝ່ເພີ່ມຈາກ 15 ຄອບຄົວມາເປັນ 42 ຄອບຄົວ, ມີ 6 ບ້ານຄື: ບ້ານຄໍ້າ, ບ້ານລັບ, ບ້ານດອນໄຈ, ບ້ານນາອອນ ແລະ ບ້ານຫົວນາ, ໃນເນື້ອທີ່ລວມທັງໝົດ 8,2 ເຮັກຕາ, ໄດ້ຜົນຜະລິດລວມທັງໝົດ 72,2 ໂຕນ ໃນນັ້ນສົ່ງອອກໃຫ້ສະຫະກອນປະຕິຮູບທີ່ດິນທ່າວັງຜາຈໍານວນ 38,4 ໂຕນ, ສົ່ງໃຫ້ສະຫາກອນຫົງສາຈໍານວນ 6,8 ໂຕນ, ໃນລາຄາ 4,2 ພັນກີບຕໍ່ກິໂລ, ຈໍາໜ່າຍພາຍໃນເມືອງ 18 ໂຕນ, ສົ່ງອອກຕ່າງເມືອງ 9 ໂຕນ, ສາມາດສ້າງລາຍຮັບໃຫ້ສະມາຊິກກຸ່ມລວມທັງໝົດໄດ້ 324 ລ້ານກີບຕໍ່ລະດູການຜະລິດ, ໂດຍສະເລ່ຍໃສ່ຄອບຄົວໜຶ່ງໄດ້ 7,7 ລ້ານກີບຕໍ່ຄອບຄົວຕໍ່ລະດູການຜະລິດ.
   ທ້າວ ພົງ ທ່ຽງທໍາ ຍັງໃຫ້ຮູ້ຕື່ມອີກວ່າ: ການປູກໝາກເຜັດເປັນອາຊີບເສີມເຖິງແມ່ນວ່າຈະສ້າງລາຍຮັບໃຫ້ຄອບຄົວໄດ້ນ້ອຍກໍ່ຕາມແຕ່ການຜະລິດແມ່ນມີຄວາມປອດໄພສູງ, ບໍ່ໃຊ້ສານເຄມີ ແລະ ເນັ້ນເລື່ອງຄວາມປອດໄພໃຫ້ຜູ້ປູກຜູ້ບໍລິໂພກເປັນຫຼັກ.

ແຫຼ່ງຂໍ້ມູນ: ໜັງສືພີມເສດຖະກິດ-ສັງຄົມ

Share