ຫັນປ່ຽນຂະແໜງກະສິກຳເປັນກຸນແຈສູ່ອະນາຄົດ ແລະ ຄວາມຢູ່ລອດ

     ອີງຕາມບົດລາຍງານໃໝ່ ຂອງທະນາຄານພັດທະນາອາຊີ (ເອດີບີ) ເມື່ອວັນທີ 22 ກັນຍາຜ່ານມານີ້ທີ່ປະເທດຟີລິບປິນ ໃຫ້ຮູ້ວ່າ: ລັດຖະບານຂອງປະເທດໃນພາກພື້ນອາຊີ-ປາຊີຟິກ ຕ້ອງຫັນປ່ຽນ ຂະແໜງກະສິກໍາໃຫ້ມີຄວາມທັນສະໄໝ, ທົນທານຕໍ່ກັບທຸກສະພາບອາກາດ ແລະ ສົມດຸນເພີ່ມສູງຂຶ້ນ, ໃນຂະນະທີ່ພາກພື້ນ ຟື້ນໂຕຈາກການລະບາດຂອງພະຍາດໂຄວິດ-19 ທັງນີ້ ການເພີ່ມຜະລິດຕະພາບທາງດ້ານກະສິກໍາ ແລະ ລາຍຮັບ ເປັນປັດໄຈສໍາຄັນ ໃນການຕໍ່ສູ້ກັບຄວາມທຸກຍາກ, ເຊິ່ງ ເອດີບີ ໄດ້ຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆ ດໍາເນີນນະໂຍບາຍທີ່ປະສົມປະສານລວມທັງເຕັກໂນໂລຊີ, ການລົງທຶນດ້ານພື້ນຖານໂຄງລ່າງ, ນະວັດຕະກຳ ແລະ ການປັບປຸງລະບຽບການ ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ການພັດ ທະນາເສດຖະກິດຢ່າງຕໍ່ເນື່ອງ.

     ທ່ານ ໂຈເຊບ ສເວັກລິຈ ເຈອາຣ ຜູ້ວ່າການແທນຫົວໜ້ານັກເສດຖະສາດຂອງ ເອດີບີ ໄດ້ໃຫ້ຮູ້ວ່າ: ໃນຫຼາຍທົດສະວັດທີ່ຜ່ານມາຂະແໜງກະສິກໍາ ໄດ້ສະໜັບສະໜູນການເຕີບໂຕທາງດ້ານເສດ ຖະກິດຢ່າງວ່ອງໄວ ໃນພາກພື້ນອາຊີ ແລະ ປາຊີຟິກ, ແຕ່ສິ່ງທ້າທາຍຫຼາຍຢ່າງໄດ້ເລັ່ງທວງໃຫ້ປັບປຸງ ແລະ ຫັນປ່ຽນໃນຂະແໜງການດັ່ງກ່າວ ນັບຕັ້ງແຕ່ການລະບາດພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ ແລະ ການຂະຫຍາຍຕົວຂອງຕົວເມືອງ ໂດຍນະໂຍບາຍທີ່ສະໜັບສະໜູນຕໍ່ການຫັນປ່ຽນນີ້ ມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ປະຊາຊົນ ມີອາຫານການກິນ ແລະ ປົກປ້ອງການຟື້ນຟູ ພ້ອມທັງການພັດທະນາແບບຍືນຍົງໃນພາກພື້ນ.

     ໃນຂະນະດຽວກັນນັ້ນ ທາງອົງການອາຫານ ແລະ ການກະເສດ ຂອງອົງການສະຫະປະຊາຊາດ ໄດ້ລາຍງານຕື່ມອີກວ່າ: ນອກຈາກການລະບາດຂອງພະຍາດ ແລະ ການປ່ຽນແປງດິນຟ້າອາກາດ ສິ່ງທີ່ທ້າທາຍທີ່ສຸດ ຕໍ່ກັບຂະແໜງກະສິກໍາ ທີ່ພວມປະເຊີນຢູ່ໃນອາຊີ ກໍຄື ການປ່ຽນແປງຂອງສະພາບອາກາດທີ່ຮ້າຍແຮງ ພວມຂົ່ມຂູ່ຕໍ່ກັບການຜະລິດພືດຜັກທັນຍາຫານ ແລະ ຄວາມຍືນຍົງໂດຍລວມ ຊຶ່ງນັບແຕ່ປີ 2008 ຫາ 2018 ອາຊີ ໄດ້ປະສົບກັບຄວາມເສຍຫາຍຈາກໄພພິບັດ ໃນການປູກພືດຜັກທັນຍາຫານ ແລະ ການລ້ຽງສັດ ຄິດເປັນມູນຄ່າເກືອບ 207 ພັນລ້ານໂດລາສະຫະລັດ ຫຼື ເທົ່າກັບ 74% ຂອງຈໍານວນມູນຄ່າເສຍຫາຍທັງໝົດໃນທົ່ວໂລກ ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ນະໂຍບາຍຂອງລັດຖະບານ ສາມາດສົ່ງເສີມດ້ວຍຫຼາຍທາງອອກເຊັ່ນ ມີລະບົບເຕືອນໄພເບື້ອງຕົ້ນ ສຳລັບສະພາບອາກາດທີ່ຮ້າຍແຮງ, ພື້ນຖານໂຄງລ່າງກະສິກໍາ ທີ່ທົນທານຕໍ່ກັບທຸກສະພາບອາກາດ ພ້ອມດ້ວຍວິທີການປະຕິບັດໃນການຜະລິດ ແລະ ການປະກັນໄພພືດທີ່ມີລາຄາພໍຮັບໄດ້. ພ້ອມກັນນີ້, ສິ່ງທ້າທາຍອື່ນໆຍັງລວມເຖິງ ຜົນກະທົບດ້ານລົບຂອງການຂະຫຍາຍຕົວຂອງຕົວເມືອງຢ່າງວ່ອງໄວ ຕໍ່ກັບຜະລິດຕະພາບທາງດ້ານແຮງງານທີ່ເຮັດວຽກໃນຟາມ, ການປ່ຽນແປງການເລືອກບໍລິໂພກອາຫານ ເຊັ່ນ: ມີຄວາມຕ້ອງການໃນການບໍລິໂພກຊີ້ນເພີ່ມຂຶ້ນ ແລະ ພື້ນຖານໂຄງລ່າງທີ່ຫຼ້າສະໄໝ ໂດຍສະເພາະໃນດ້ານການຄຸ້ມຄອງນໍ້າ ແລະ ຊົນລະປະທານ, ມາດຕະການສະໜັບສະໜູນຂອງລັດຖະບານ ທີ່ຕອບສະໜອງບໍ່ໄດ້ຕໍ່ກັບສະພາບຄວາມເປັນຈິງ.

     ນອກຈາກນີ້, ຍັງມີການພັດທະນາໃນຂົງເຂດຕ່າງໆເຊັ່ນ: ເຕັກໂນໂລຊີດິຈີຕອນ ແລະ ການລ້ຽງສັດນໍ້າ ເຊິ່ງມີທ່າແຮງທີ່ຈະຊ່ວຍໃນການຫັນປ່ຽນຂະແໜງກະສິກໍາ ໃນພາກພື້ນອາຊີ ແລະ ປາຊີຟິກ ຊຶ່ງປັດຈຸບັນ ຜົນຜະລິດຈາກການລ້ຽງສັດນໍ້າໃນພາກພື້ນອາຊີ ແລະ ປາຊີຟິກ ກວມເຄິ່ງໜຶ່ງຂອງຜົນຜະລິດທາງການປະມົງຂອງໂລກ ແລະ ພວມເຕີບໂຕຢ່າງໄວວາ ປະມານ 90% ຂອງການລ້ຽງສັດນໍ້າ ແມ່ນຢູ່ໃນອາຊີ ໃນຂະນະດຽວກັນທາງດ້ານເຕັກໂນໂລຊີດິຈີຕອນ ລວມທັງໂທລະສັບມືຖື ແລະ ຊິ້ນສ່ວນຕ່າງໆ ສາມາດເພີ່ມຄວາມຮູ້ທາງດ້ານເຕັກນິກ ທ່າມກາງຈຳນວນຊາວກະສິກອນ ຜູ້ຜະລິດເປັນສິນຄ້າຂະໜາດນ້ອຍ 350 ລ້ານຄົນໃນພາກພື້ນ, ທັງຊ່ວຍປັບໂຕເຂົ້າກັບວິທີການປະຕິບັດ ທີ່ມີນະວັດຕະກຳ ພ້ອມທັງໄດ້ຮັບຂໍ້ມູນຂ່າວສານທາງການຕະຫຼາດໃໝ່ໆ.

 

ຂ່າວ KPL Lao News Agency

Share