December 5, 2024
ແຫຼ່ງນໍ້າແມ່ນຊັບພະຍາກອນທໍາມະຊາດທີ່ສໍາຄັນ ແລະ ລໍ້າຄ່າໃນການດໍາລົງຊີວິດຂອງປະຊາຊົນລາວ ກໍຄືປະຊາຊົນຂອງບັນດາປະເທດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ການພັດທະນາ ແລະ ບໍລິຫານຊັບພະຍາກອນນໍ້າ ແມ່ນໜຶ່ງໃນບັນດາເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ເຊິ່ງເປັນການປະກອບສ່ວນໂດຍກົງໃຫ້ແກ່ການແກ້ໄຂຄວາມທຸກຍາກ, ການຮັບປະກັນສະບຽງອາຫານ, ສຸຂະພາບ, ການສົ່ງເສີມບົດບາດຍິງ-ຊາຍ, ນໍ້າ ແລະ ສຸຂາອະນາໄມ, ພະລັງງານ. ນອກຈາກນັ້ນ ມັນຍັງມີຜົນຕໍ່ການແກ້ໄຂວຽກເຮັດງານທໍາ, ການເຕີບໂຕຂອງເສດຖະກິດ, ການສ້າງໂຄງລ່າງພື້ນຖານ, ການຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ. ຍ້ອນວ່າຊັບພະຍາກອນນໍ້າມີຄວາມສໍາຄັນຄືແນວນີ້ ການຮ່ວມມືດ້ານຊັບພະຍາກອນນໍ້າ ເຊິ່ງລວມມີການຮ່ວມມືດ້ານພະລັງງານນໍ້າໄດ້ກາຍເປັນ ໜຶ່ງໃນການຮ່ວມມືສາກົນອັນສໍາຄັນຂອງ ສປປ ລາວ. ປັດຈຸບັນ, ສປປ ລາວ ເປັນປະທານໜ່ວຍປະຕິບັດງານຊັບພະຍາກອນນໍ້າອາຊຽນໃນໄລຍະ ປີື 2020-2022 ກໍຄືເປັນປະທານ ຂອງຄະນະກໍາມະທິການ ຄູ່ຮ່ວມນໍ້າ ໂລກ-ອາຊີຕາເວັນອອກສ່ຽງໃຕ້ ໃນໄລຍະ ປີ2019-2021), ຊຶ່ງ ສປປ ລາວ ຈະສະແດງບົດບາດຢ່າງຕັ້ງໜ້າຂອງຕົນ ເພື່ອເພີ່ມທະວີການຮ່ວມມືສາກົນ ໃນຂົງເຂດຊັບພະຍາກອນນໍ້າ.
ສປປ ລາວ ເປັນປະເທດໜຶ່ງໃນໂລກທີ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນນໍ້າໂດຍທຽບໃສ່ຫົວຄົນ. ໃນແຕ່ລະປີໂດຍສະເລ່ຍ ປະລິມານນໍ້າຈາກພາຍໃນປະເທດ ແລະ ປະລິມານນໍ້າໄຫຼ ຜ່ານສປປລາວ ມີປະມານ 330 ຕື້ແມັດກ້ອນ. ໃນຊຸມປີທີ່ຜ່ານມາ, ລັດຖະບານ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການພັດທະນາ ແລະ ຄຸ້ມຄອງ ຊັບພະຍາກອນນໍ້າແບບຍືນຍົງ, ເຊິ່ງເປັນບົດບາດອັນສໍາຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ. ຍ້ອນໂຄງລ່າງພື້ນຖານຍັງບໍ່ຄົບຖ້ວນສົມບູນ ການກະຈາຍຝົນຕົກບໍ່ສະໝໍ່າສະເໝີບວກກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ສປປ ລາວ ຍັງພົບພໍ້ກັບສິ່ງທ້າທາຍ ຫລາຍປະການ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ຕິດພັນກັບຊັບພະຍາກອນນໍ້າ (ໂຄງລ່າງພື້ນຖານທີ່ຕິດພັນກັບຊັບພະຍາກອນນໍ້າ ເປັນໜຶ່ງໃນໂຄງລ່າງພື້ນຖານອັນສໍາຄັນໃນສັງຄົມ, ປະເທດທີ່ພັດທະນາຈໍານວນໜຶ່ງ ມີຄວາມສາມາດໃນການຄວບຄຸມ ແລະ ຄຸ້ມຄອງຊັບພະຍາກອນນໍ້າໄດ້ເຖິງ 50%-60%,ເຊັ່ນວ່າການເກັບກັກນໍ້າ ໃນອ່າງເກັບນໍ້າທັງໝົດຂອງ ແມ່ນໍ້າໂຄໂລຣາໂດ້ຂອງສະຫະລັດອາເມລິກາແມ່ນມີປະລິມານສະສົມເທົ່າກັບ 3 ເທື່ອຂອງປະລິມານນໍ້າໄຫຼຜ່ານໃນແຕ່ລະປີ. ສ່ວນການກັກເກັບນໍ້າ ຂອງອ່າງເກັບນໍ້າຢູ່ ສປປ ລາວ ແມ່ນມີພຽງແຕ່ 5% ຕໍ່ປີຂອງປະລິມານນໍ້າໄຫຼຜ່ານ). ໂຄງລ່າງພື້ນຖານຊັບພະຍາກອນນໍ້າທີ່ຍັງບໍ່ທັນ ໄດ້ຮັບການພັດທະນາຍັງເປັນ ສາເຫດໜຶ່ງທີ່ສໍາຄັນ ໃນການຈໍາກັດການພັດທະນາເສດຖະ ກິດ-ສັງຄົມແບບຍືນຍົງຂອງ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດໄລຍະໜຶ່ງ.
“ການອະນຸລັກຊັບພະຍາກອນນໍ້າ ເພື່ອຫຼີກລ່ຽງໄພພິບັດຈາກນໍ້າ” ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ນອກຈາກ ສປປ ລາວ ແລ້ວ ຫຼາຍປະເທດໃນໂລກ ກໍປະເຊີນໜ້າກັບ ສິ່ງທ້າທາຍ ທີ່ເກີດມາຈາກຊັບພະຍາ ກອນນ້ຳ, ຊຶ່ງໃນນັ້ນກໍມີບັນດາປະເທດລຽບຕາມແມ່ນ້ຳຂອງ. ອັນນີ້ໄດ້ເປັນການຮັບຮູ້ໂດຍທົ່ວໄປຂອງປະຊາຄົມໂລກ. ຕໍ່ໜ້າສິ່ງທ້າທາຍດັ່ງກ່າວ ໄດ້ເລັ່ງທວງໃຫ້ບໍ່ພຽງແຕ່ຕ້ອງການໃຫ້ມີການປະສານສົມທົບ ລະຫວ່າງ ຂະແໜງການຂອງລັດ ກໍຄືການປະສານສົມທົບລະ ຫວ່າງລັດຖະບານ ແລະ ມວນຊົນຂອງແຕ່ລະປະເທດ. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ມີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດ. ໂດຍຢຶດຖືແນວຄວາມຄິດການພັດທະນາແບບຍືນຍົງ ປະຊາຄົມໂລກ ຄວນຈະສຸມທຶນຮອນ, ຮ່ວມກັນປະຕິບັດງານ, ແລກປ່ຽນບົດຮຽນຊຶ່ງກັນ ແລະກັນ, ຮັບປະກັນໃຫ້ແຕ່ລະປະເທດ ໄດ້ຮັບຜົນສຳເລັດ ໃນການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ຢ່າງບໍ່ຢຸດຢັ້ງ.
“ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍານຳກັນຢ່າງໝັ້ນໝາຍ”. ນັບຕັ້ງແຕ່ລິເລີ່ມການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນເວລາສີ່ປີປາຍ ທີ່ໄດ້ຜ່ານໄປນັ້ນ ມັນໄດ້ກາຍເປັນໜຶ່ງໃນກົນໄກທີ່ມີໝາກຜົນສໍາເລັດ ແລະ ເກີດຜົນປະໂຫຍດຢ່າງຫຼາຍໃນພາກພື້ນ. ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ກາຍເປັນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຂອງ 6 ປະເທດ, ເປັນເວທີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍດ້ານຊັບພະຍາກອນນໍ້າໃນພາກພື້ນ. ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໜຶ່ງໃນຂົງເຂດບູລິມະສິດຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ສ້າງກົນໄກການການປະສານງານຂອງຄະນະວິຊາກນຮ່ວມ ແລະ ກອງປະຊຸມລັດຖະມົນຕີໃນຂົງເຂດຊັບພະຍາກອນນໍ້າຂອງ 6 ປະເທດແມ່ນໍ້າຂອງ-ລ້ານຊ້າງ. ພວກເຮົາໄດ້ພ້ອມກັນກໍານົດ《ແຜນຈັດຕັ້ງປະຕິບັດ 5 ປີການຮ່ວມມືຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ》,ໄດ້ສ້າງຕັ້ງສູນຮ່ວມມືຊັບພະຍາກອນນໍ້າແມ່ນໍ້າຂອງ-ລ້ານຊ້າງ, ເຄົາລົບສິດ ແລະຜົນປະໂຫຍດການນໍາໃຊ້ ແລະພັດທະນາຊັບພະຍາກອນນໍ້າຂອງແຕ່ລະປະເທດ.ເບິ່ງແຍງບັນຫາທີ່ເປັນຫ່ວງກັງວົນຫຼັກເຊິ່ງກັນ ແລະກັນ, ການເຈລະຈາປຶກສາຫາລື ແລະແລກປ່ຽນເຕັກນິກອັນກວ້າງຂວາງ, ສົ່ງເສີມການແລກປ່ຽນ ຂໍ້ມູນສະຖິຕິ ແລະ ປະສົບການ, ພ້ອມກັນກະກຽມ ແລະຈັດຕັ້ງປະຕິບັດໂຄງການການຮ່ວມມືຈໍານວນໜຶ່ງ, ນອກຈາກນີ້ຍັງຮ່ວມມືຢ່າງຕັ້ງໜ້າກັບອົງການຈັດຕັ້ງພາກພື້ນ ຈໍານວນໜຶ່ງເຊັ່ນ: ກອງເລຂາຄະນະກໍາມະການແມ່ນໍ້າຂອງເປັນຕົ້ນ. ການພັດທະນາດັ່ງກ່າວນີ້ຈະກາຍເປັນສ່ວນສໍາຄັນໃນການຊຸກຍູ້ການບັນລຸເປົ້າ ໝາຍຂອງການອະນຸລັກຊັບພະຍາກອນນໍ້າເພື່ອການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ.