March 22, 2024
ກາເຟລາວແມ່ນປູກຢູ່ເຂດພູພຽງບໍລະເວນກ່ອນໝູ່ໃນປີ 1920 ເຂດເມືອງປາກຊ່ອງແມ່ນປູກຫຼາຍທີ່ສຸດ ຈາກນັ້ນກໍໄດ້ມີການຄັດເອົາກາເຟທີ່ມີຄຸນະພາຈຳນວນໜຶ່ງໄປປູກຢູ່ພາກເໜືອຂອງລາວເຊັ່ນ: ແຂວງຊຽງຂວາງ, ຫຼວງພະບາງ ແລະ ຫົວພັນ.
ກາເຟທີ່ນິຍົມປູກໃນລາວແມ່ນມີ 2 ສາຍພັນຕົ້ນຕໍຄື: ໂຣບັດສຕາ ກວມ 80 ເປີເຊັນ ແລະ ອາຣາບີກ້າ ກວມ 20 ເປີເຊັນ 95 ເປີເຊັນຂອງກາເຟລາວແມ່ນປູກຢູ່ 3 ເມືອງໃນເຂດພູພຽງບໍລະເວນເຊັ່ນ: ເມືອງປາກຊ່ອງ ແຊວງຈຳປາສັກ, ເມືອງທ່າແຕງ ແຂວງເຊກອງ ແລະ ເມືອງເລົາງາມ ແຂວງສາລະວັນ ເຊິ່ງລວມເນື້ອທີ່ປູກທັງໝົດແມ່ນ 70,000 ກວ່າເຮັກຕາ ລະດູການເກັບກ່ຽວແມ່ນຕົ້ນເດືອນພະຈິກເຖິງເດືອນມີນາ.
ການປູກກາເຟສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິິກອນໄດ້ຫຼາຍກວ່າ 25,000 ຄອບຄົວ ແລະ ມີຫຼາຍກວ່າ 100,000ຄົນທີ່ປະກອບອາຊີບທີ່ຕິດພັນກັບອຸດສາຫະກຳກາເຟ.
ໃນນີ້ມີປະມານ 20 ບໍລິສັດຈາກຕ່າງປະເທດເຂົ້າມາລົງທຶນປູກກາເຟໃນເຂດພູພຽງບໍລະເວນເປັນຕົ້ນແມ່ນຈາກປະເທດໄທ, ຫວຽດນາມ ແລະ ສິງກະໂປ ໂດຍເນື້ອທີ່ຟາມທີ່ໃຫຍ່ທີ່ສຸດມີີເນື້ອທີ່ຫຼາຍກວ່າ 3,100 ເຮັກຕາ ເຊິ່ງຜົນຜະລິດທັງໝົດແມ່ນເພື່ອສົ່ງອອກ ພ້ອມກັນນັ້ນຍັງມີສະຫະກອນຜູ້ຜະລິດກາເຟ (CPC) ກຳລັງດຳເນີນການຜະລິດກາເຟຢູ່ພູພຽງບໍລະເວນ ເຊິ່ງກວມເອົາຊາວສວນຫຼາຍກວ່າ 1,000 ຄອບຄົວໃນ 47 ບ້ານ.
ນອກນີ້ຍັງມີກຸ່ມຊາວສວນທີ່ຍັງເປັນກຸ່ມນ້ອຍຢູ່ພາກເໜືອຂອງລາວເປັນຕົ້ນແມ່ນກຸ່ມກາເຟຊຸມຊົນແກ່ວແສດທີ່ສາມາດຈຳໜ່າຍກາເຟໄປຍັງນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ເຊິ່ງບໍລິສັດທີ່ສະໜັບສະໜຸນ ແລະ ເຮັດວຽກຮ່ວມແມ່ນມາຈາກອາເມລິກາ ແລະ ຈີນ ໂດຍໄດ້ຮັບການສະໜັບສະໜຸນທຶນເພື່ອການພັດທະນາຈາກປະເທດຝຣັ່ງ ແລະ ສະວິດຊີແລນ.
ກາເຟລາວຜະລິດໃນແຕລະປີແມ່ນນສົ່ງອອກປະເທດຫວຽດນາມຫຼາຍກວ່າໝູ່ປະມານ 60 ເປີເຊັນ, ສົ່ງອອກບັນດາປະເທດໃນເຂດຢູໂຣບ 11 ເປີເຊັນ, ປະເທດໄທ 9 ເປີເຊັນ, ປະເທດຢີ່ປຸ່ນ 8 ເປີເຊັນ, ກຳປູເຈຍ 6 ເປີເຊັນ ແລະ ບັນດາປະເທດໃນເຂດອາເມລິກາເໜືອ 2 ເປີເຊັນ.
ລະບົບການປູກກາເຟ
1 ການປູກກາເຟກາງແຈ້ງໝາຍເຖິງການປູກໂດຍທີ່ບໍ່ມີຮົ່ມຫຍັງ ເຊິ່ງລະບົບນີ້້ ແລະ ສາມາດນຳໃຊ້ເຄື່ອງຈັກເຂົ້າຊ່ວຍໄດ້ ແຕ່ການປູກໃນລັກສະນະນີ້້ຈະມີປະໂຫຍດຕໍ່ຊີວະນາໆພັນໜ້ອຍທີ່ສຸດ.
2 ການປູກໃນຮົ່ມລະບົບນີ້ແມ່ນການປູກກາເຟຢູ່ກ້ອງຕົ້ນໄມ້ເຊັ່ນ: ຕົ້ນໝາກ, ຕົ້ນກໍ່ ແລະ ຕົ້ນໄມ້ຕ່າງໆ ທີ່ສາມາດນຳມາເປັນສ່ວນປະກອບ ຫຼື ປຸງແຕ່ງເປັນອາຫານໄດ້. ຕົ້ນໄມ້ບໍ່ພຽງແຕ່ສະໜອງຮົມໃຫ້ຕົ້ນກາເຟເທົ່ານັ້ນ ແຕ່ຍັງສາມາດສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບເພີ່ມແກ່ຊາວກະສິກອນອີກດ້ວຍ.
3ການປູກສະຫຼັບກັບປ່າໄມ້ ລະບົບນີ້ແມ່ນຈະມີທົ່ວໄປໃນພາກເໜືອຂອງລາວ ການປູກລັກສະນະນີ້ຈະມີຜົນດີຫຼາຍ ເພາະວ່າຊາວກະສິກອນສາມາດສ້າງລາຍຮັບ ແລະ ເປັນການຮັກສາສິ່ງແວດລ້ອມໄປດ້ວຍ ທັງຊ່ວຍຫຼຸດຄວາມສ່ຽງຈາກການປ່ຽນແປງຂອງສະພາບດິນຟ້າອາກາດເປັນຕົ້ນແມ່ນໄພແຫ້ງແລ້ງ ແລະ ໝອກກ້າມ .
ທີ່ມາ: ໂຄງການບໍລິການສົ່ງເສີມກະສິກຳຮອບດ້ານ (LURAS)