ການເຮັດນາເມຍງາມ

''ນາເມຍງາມ'' ຊ່ວຍເພີ່ມສະມັດຕະພາບຂອງເຂົ້າຫຼາຍຂຶ້ນ

ການເຮັດນາດຳແມ່ນຕ້ອງໄດ້ໃຊ້ແຮງງານຫຼາຍ ໂດຍສະພາະແຮງງານສ່ວນໃຫຍ່ແມ່ນແຮງງານແມ່ຍິງ ເປັນຕົ້ນແມ່ນການຫຼົກກ້າ, ການດຳ ດັ່ງນັ້ນການເຮັດນາຫວ່ານແມ່ນອີກທາງເລືອກໜຶ່ງໃນການຫຼຸດຜ່ອນແຮງງານ ເນື່ອງຈາກຈະບໍ່ມີຂັ້ນຕອນການຕົກກ້າ ແລະ ດຳນາ.  ຍ້ອນມີບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ບາງປີຮອດລະດູການເຮັດນາແຕ່ຍັງບໍ່ມີຝົນຕົກ ສົ່ງຜົນໃຫ້ກ້າຕາຍກ່ອນ ເຫັນວ່າການເຮັດຫວ່ານສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງນີ້ ເພາະໃຊ້ນ້ຳຫນ້ອຍກວ່ານາດຳ ເຖິງຢ່າງໃດກໍ່ຕາມການເຮັດນາຫວ່ານກໍ່ມີບັນຫາຫຍ້າຫຼາຍ ເຮັດໃຫ້ຜົນຜະລິດຕ່ຳກວ່າ ສະນັ້ນເຕັກນິກນາເມຍງາມ ແມ່ນວິທີການຫວ່ານກ້າໜຶ່ງທີ່ສາມາດແກ້ໄຂບັນຫາການເກີດຫຍ້າຫຼາຍ ທີ່ປະຢັດແຮງງານ ແລະ ໄດ້ຮັບຜົນຜະລິດສູງກວ່ານາຫວ່ານແບບປົກກະຕິ.

ການປູກເຂົ້າແບບ ນາເມຍງາມ ມີວິທີງ່າຍ ແລະ ສາມາດນຳໄປປະຕິບັດໄດ້ໃນທຸກຂົງເຂດ ມີພຽງແຕ່ຫຼັງຈາກການຫວ່ານເຂົ້າໄດ້ 60 ວັນ ແມ່ນໃຫ້ໃຊ້ຈັກຕັດຫຍ້າຕັດຕົ້ນເຂົ້າ ແລະ ຕົ້ນຫຍ້າໄປພ້ອມກັນ( ເຂົ້າ ແລະ ຫຍ້າທີ່ຖືກຕັດແມ່ນໃຫ້ປະໄວ້ໃນນາເພາະມັນຈະກາຍເປັນຝຸ່ນຊັ້ນດີໃຫ້ແກ່ເຂົ້າ)  ໂດຍຈົ່ງໄວ້ສູງພຽງໜ້າດິນປະມານ 20 ຊມ ການທີ່ເຮົາເຮັດແນວນີ້ຈະເຮັດໃຫ້ຫຍ້າທີ່ກຳລັງປົ່ງຕາຍ  ກົງກັນຂ້າມກັນເຂົ້າຈະຍິ່ງສູງຂຶ້ນໄວກວ່າເກົ່າ ແລະ ຕົ້ນຈະໃຫຍ່ສະເໝີກັນດີ ການປະຕິບັດຕາມວິທີນີ້ນອກຈາກຈະຊ່ວຍຫຼຸດຜ່ອນແຮງງານໃນການເສຍຫຍ້າ ແລະ ສາມາດເພີ່ມສະມັດຕະພາບຂອງເຂົ້າໃຫ້ໄດ້ຫຼາຍຂຶ້ນແລ້ວ ຍັງເປັນມິດກັບສິ່ງແວດລ້ອມ. ສຳລັບເຫດຜົນທີ່ເອີ້ນ ນາເມຍງາມ ຍ້ອນເຕັກນິກນີ້ບໍ່ຈຳເປັນຕ້ອງໃຊ້ແຮງຂອງເພດຍິງ(ເມຍ) ໃນການຫຼົກຫຍ້າ.

ທ່ານ ຄຳມູນ ໄຊມະນີ ປະທານເຄື່ອຂ່າຍຊາວກະສິກອນລາວ ໄດ້ກ່າວວ່າ ສຳລັບເຕັກນິກນີ້ແມ່ນໄດ້ເລີ່ມທົດລອງໃນປີ 2016 ທີ່ບ້ານແຈ້ງ ແຂວງວຽງຈັນ ເຊິ່ງມາເຖິງປັດຈຸບັນ ເຕັກນິກດັ່ງກ່າວໄດ້ຂະຫຍາຍຕົວຫຼາຍຂຶ້ນພາຍໃນແຂວງວຽງຈັນ ແລະ ແຂວງອື່ນໆ ທີ່ມີສະມາຊິກຂອງເຄືອຂ່າຍກະສິກອນລາວ.

ຫຼັງຈາກການທົດລອງເຕັກນິກນີ້້ເຫັນວ່າ ການເຮັດນາຫວ່ານແບບໂດຍບໍ່ຕັດສະມັດຕະພາບຊອງເຂົ້າຈະໄດ້ປະມານ 2 ໂຕນ / ເຮັກຕາ ແຕ່ຫຼັງຈາກຫັນມານຳໃຊ້ເຕັກນິກນາເມຍງາມເຫັນວ່າສະມັດຕະພາບຂອງເຂົ້າເພີ່ມຂຶ້ນເປັນ 3 ໂຕນ / ເຮັກຕາ ຫຼື ເພີ່ມຂຶ້ນປະມານ 30 ເປີເຊັນ. ໃນນີ້ໂຄງການ MTCP2 ໄດ້ສະໜັບສະໜຸນກຸ່ມຜະລິດເຂົ້າບ້ານແຈ້ງ ປະຕິບັດການຄົ້ນຄວ້າແບບມີສ່ວນຮ່ວມກັບສະມາຊິກ ພ້ອມທັງເສີມຂະຫຍາຍວຽກງານການສົ່ງເສີມຊາວສວນໂດຍເນັ້ນໃສ່ອົງການຈັດຕັ້ງຊາວກະສິກອນຂອງເຄືອຂ່າຍຊາວກະສິກອນລາວ.

ປັດໄຈສູ່ຄວາມສຳເລັດ

  • ປະຢັດແຮງງານ ເພາະບໍ່ຕ້ອງໄດ້ຕົກກ້າ ແລະ ດຳນາ.
  • ປະຢັດຕົ້ນທຶນໃນການຜະລິດ.
  • ບໍ່ຕ້ອງໃຊ້ນ້ຳໃນປະລິມານຫຼາຍ.

ສິ່ງທ້າທາຍ

  • ຫາກຝົນຂາດຊ່ວງ ໃນເຂດທີ່ບໍ່ມີຊົນລະປະທານ ເຂົ້າຈະຕາຍງ່າຍ.
  • ຊາວນາຍັງມີຄວາມກັງວົນວ່າເຂົ້າຈະຕາຍຫຼັງຈາກທີ່ຕັດ.
  • ຕ້ອງມີຈັກຕັດຫຍ້າ ແລະ ການກຽມດິນໄຖຄາດໃຫ້ລະອຽດ.

ຂໍ້ສະເໜີ

  • ຮັບປະກັນການໃຫ້ນ້ຳໃນຊ່ວງຂາດຝົນ.
  • ຂົນຂວາຍປະຊາຊົນໃຫ້ປະຕິບັດຕາມເຕັກນິກ ໂດຍສະເພາະຂັ້ນຕອນການຕັດຫຼັງຈາກຕົ້ນເຂົ້າອາຍຸໄດ້ 60 ວັນ.
  • ການເຮັດນາເຂດໃກ້ປ່າໂຄກຈະໄດ້ຮັບຜົນດີ ໃນກໍລະນີຝົນບໍ່ຂາດຊ່ວງ.

 ທີ່ມາ: ເຄືອຂ່າວຊາວກະສິກອນລາວ

Share