March 22, 2024
ລັດຖະບານໄດ້ມີນະໂຍບາຍໃນການສົ່ງເສີມການລ້ຽງງົວເປັນສິນຄ້າໃຫ້ຫຼາຍຂຶ້ນໃນຫຼາຍທ້ອງຖິ່ນ ໃນນັ້ນແຂວງຊຽງຂວາງກໍແຂວງເປັນໜຶ່ງທີ່ໄດ້ຖືເອົາງົວເປັນສິນຄ້າຍຸດທະສາດບຸລິມະສິດ, ໂດຍກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການກຳນົດຍຸດທະສາດສົ່ງເສີມການລ້ຽງງົວເປັນສິນຄ້າສຳຄັນເພື່ອສົ່ງອອກ, ສ່ວນການລ້ຽງສັດນ້ອຍແມ່ນແນ່ໃສ່ການບໍລິໂພກພາຍໃນ. ເພື່ອໃຫ້ງົວກາຍເປັນສິນຄ້າສົ່ງອອກທີ່ສຳຄັນ ແລະ ປະກອບສ່ວນໃຫ້ຜະລິດຕະພັນໃນສັງຄົມ. ໃນນີ້ກົມລ້ຽງສັດ ແລະ ການປະມົງກໍໄດ້ສ້າງແຜນງານສົ່ງເສີມການລ້ຽງງົວເປັນສິນຄ້າສົ່ງອອກ ທີ່ໄດ້ຮັບການຮັບຮອງຈາກກະຊວງກະສິກຳ ແລະ ປ່າໄມ້ ນັບແຕ່ເດືອນ 6 ປີ 2020 ພ້ອມທັງກຳລັງລິເລີ່ມສ້າງເປັນໂຄງການແຕ່ຍັງລໍຖ້າທຶນສະໜັບສະໜຸນຈາກພາກສ່ວນຕ່າງໆເພື່ອຊຸກຍູ້, ຫາກຜູ້ລ້ຽງໄດ້ຮັບການສະໜັບສະໜູນທີ່ເໝາະສົມທາງດ້ານເຕັກນິກ, ດ້ານສຸຂະພາບສັດ, ອາຫານ ແລະ ການຄຸ້ມຄອງນຳໃຊ້ທັງຫຍ້າທຳມະຊາດ ແລະ ການອຳນວຍຄວາມສະດວກໃນການຄ້າຂາຍ ການລ້ຽງກໍຈະມີຄວາມຍືນຍົງ.
ຜ່ານມາກໍໄດ້ມີຫຼາຍໂຄງການໄດ້ໃຫ້ການຊ່ວຍເຫຼືອ ແລະ ປັບປຸງລະບົບການລ້ຽງຫຼາຍພໍສົມຄວນ. ສຳລັບດ້ານສຸຂະພາບຂອງສັດໃນຊຸມປີ 80 ໄດ້ມີການພັດທະນາຕາໜ່າງສັດຕະວະແພດທົ່ວປະເທດ ມາຮອດປິ 2000 ໄດ້ມີການທົດລອງສ້າງບໍລິການສັດຕະວະແພດ ໂດຍແນ່ໃສ່ຫັນປ່ຽນຈາກການສັກຢາປ້ອງກັນແບບບໍ່ໄດ້ເສຍຄ່າ ມາເປັນເສຍຄ່າແຕ່ການຕາຍຂອງສັດຍັງມີອັດຕາສູງຢູ່.
ສ່ວນດ້ານອາຫານໃນຊຸມປີ 1990 ໄດ້ມີການເລີ່ມປະເມີນນຳການໃຊ້ພືດເປັນອາຫານ ແລະ ຄຸ້ມຄອງການນຳໃຊ້ທົ່ງຫຍ້າທຳມະຊາດ, ແຕ່ການນຳໃຊ້ແຫຼ່ງອາຫານສັດຍັງຈຳກັດ.
ສະພາບລວມການຈັດຕັ້ງປະຕິບັດຜ່ານມາ ນັບແຕ່ເລີ່ມມີການສົ່ງເສີມເປັນຕົ້ນມາປາກົດວ່າຄວາມຕ້ອງການງົວຂອງຕະຫຼາດທັງພາຍໃນ ແລະ ການສົ່ງອອກໄປຍັງປະເທດເພື່ອນບ້ານນັບມື້ນັບເພີ່ມຂຶ້ນ, ແຕ່ວຽກງານຕ່າງໆທີ່ກ່ຽວຂ້ອງຫາກໍ່ເລີ່ມຈັດຕັ້ງປະຕິບັດໃນປີ 2020 ແລະ ຕະຫຼາດງົວຍັງດຳເນີນໄປຢ່າງບໍ່ເປັນລະບຽບຮຽບຮ້ອຍ, ທີ່ສຳຄັນຍັງບໍ່ທັນມີການແກ້ໄຂ ແລະ ປັບປຸງຂະບວນການຄ້າ, ຫຼັກການ, ການເຄື່ອນຍ້າຍ, ການເກັບພາສີອາກອນ ແລະ ການຂໍອານຸຍາດສົ່ງອອກ. ນອກນີ້, ຜູ້ລ້ຽງສັດສ່ວນໃຫຍ່ຍັງເປັນຂະໜາດນ້ອຍກວມເອົາເຖິງ 98 ເປີເຊັນ ຈຶ່ງເຮັດໃຫ້ການຈັດຕັງກຸ່ມຍັງບໍ່ເຂັ້ມແຂງ.
ຈາກການສຳຫຼວດການຊື້-ຂາຍງົວຍັງເປັນການຄ້າຕາມຊາຍແດນເທົ່ານັ້ນ, ການສົ່ງອອກ ແລະ ຈຸດຊື້-ຂາຍງົວຍັງມີໜ້ອຍ. ສະນັ້ນບັນດາຜູ້ລ້ຽງ ແລະ ພໍ່ຄ້າຈຶ່ງໄດ້ສະເໜີໃຫ້ມີການຫັນປ່ຽນຈາກການລ້ຽງແບບປະປ່ອຍສູ່ລະບົບການລ້ຽງແບບຮັບຜິດຊອບ ແລະ ນຳໃຊ້ເຕັກນິກ ພ້ອມທັງເພີ່ມລາຍຮັບໃຫ້ຊາວກະສິກອນໂດຍການຂະຫຍາຍຈຳນວນຝູງສັດ, ນຳໃຊ້ທົ່ງຫຍ້າທຳມະຊາດ ແລະ ພືດອາຫານສັດ, ເພີ່ມມູນຄ່າສັດໂດຍການສົ່ງອອກສັດທີ່ພ້ອມແລ້ວ. ສະເໜີໃຫ້ມີການສ້າງນະໂຍບາຍກັບຊາວກະສິກອນຢູ່ຊົນນະບົດໃຫ້ມີບົດບາດຄວາມສຳຄັນໃນການລ້ຽງງົວເປັນສິນຄ້າແບບຍືນຍົງ ທັງເປັນມິດກັບສິ່ງແວດລ້ອມ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ໂດຍການຈັດຕັ້ງກຸ່ມ, ສະຫະກອນຫຼຸດຜ່ອນຜົນກະທົບຕໍ່ຄອບຄົວທຸກຍາກໂດຍສະເພາະຜູ້ຜະລິດຂະໜາດນ້ອຍ, ເຜີຍແຜ່ກົດໝາຍ, ກົດລະບຽບໃຫ້ທົ່ວເຖິງປະຊາຊົນ ແລະ ເຂັ້ມງວດປະຕິບັດກົດໝາຍ, ເຊື່ອມໂຍງກົດລະບຽບລະດັບຊາດ, ແຂວງ, ເມືອງ ໃຫ້ມີຄວາມເປັນເອກະພາບ. ທັງນີ້້ໃຫ້ມີການເຊື່ອມໂຍງຂະບວນການຄ້າ ແລະ ປະຕິບັດຫຼັກການດຽວໃນທົ່ວປະເທດ, ເກັບຄ່າທຳນຽມສະເພາະຈຸດດຽວເພື່ອຄວາມສະດວກໃນການເຄື່ອນຍ້າຍ ແລະ ຫຼຸດຜ່ອນລາຍຈ່າຍທີ່ຈຳເປັນ ທີ່ສຳຄັນຄວນຍົກລະດັບການລ້ຽງງົວເປັນສິນຄ້າ ແລະ ສ້າງໂຄງການທີ່ມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ ເພື່ອຮ່ວມງານໃນການພັດທະນາບົນຫຼັກການ ຮ່ວມສຳພັນ Innovation Platform.
ທີ່ມາ: ເຄືອຂ່າຍຊາວກະສິກອນລາວ