ວິທີເຮັດນ້ຳສະກັດຊີວະພາບຈາກ ເສດປາ (ກ້າງປາ)

ວິທີການເຮັດນ້ຳໝັກຊີວະພາບຈາກເສດປາງ່າຍໆ ຊ່ວຍເລັ່ງການຈະເລີນເຕີບໂຕຂອງພືດ

ນ້ຳສະກັດຊີວະພາບທີ່ໄດ້ຈາກການໝັກຂີ້ປາຖືເປັນອີກໜຶ່ງວິທີທີ່ຊ່ວຍຈັດການສິ່ງເສດເຫຼືອ ທີ່ສົ່ງຜົນເສຍຫາຍຕໍ່ສິ່ງແວດລ້ອມ ໂດຍສະເພາະໃນຂົງເຂດຈຳໜ່າຍປາ, ນອກຈາກນີ້ແລ້ວຍັງເປັນປະໂຫຍດໃນວຽກງານກະສິກຳອີກດ້ວຍ ໂດຍຜ່ານຂະບວນການຍ່ອຍສະຫຼ່າຍຂອງກຸ່ມຈຸລິນຊີ ທີ່ມີຄຸນສົມບັດພິເສດໃນການເພີ່ມປະສິດທິພາບການຍ່ອຍໂປຕິນ, ໄຂມັນ ແລະ ຊ່ວຍດັບກິ່ນເນົ່າເໝັນຈາກການໝັກ ທັງເພີ່ມການລະລາຍທາດອາຫານຂອງພືດໃນເວລາອັນສັ້ນໆແຕ່ໄດ້ຄຸນນະພາບ.

ນ້ຳສະກັດຊີວະພາບຈາກຂີ້ປາໃຊ້ເວລາໝັກປະມານ 3 ອາທິດ ຫຼື 21 ວັນ ເຊິ່ງສ່ວນປະກອບມີ: ຂີ້ປາ ຫຼື ໄສ້ປາ, ກາກນ້ຳຕານ ແລະ ຖັງໝັກບັນຈຸ 50 ລິດ

ວິທີການເຮັດ:

ຂັ້ນຕອນ 1: ເທກາກນ້ຳຕານລົງ 10 ລິດ ລົງຖົງທີ່ກຽມໄວ້ແລ້ວ

ຂັ້ນຕອນ 2: ນຳເອົາຂິ້ີ້ປາທີ່ກຽມໄວ້ປະມານ 15 ກິໂລໃສ່ລົງຖັງທີ່ບັນຈຸກາກນ້ຳຕານ ຫຼັງຈາກນັ້ນໃຊ້ໄມ້ຄົນໃຫ້ເຂົ້າກັນ

ຂັ້ນຕອນ 3: ຫຼັງຈາກຄົນໃຫ້ສ່ວນປະສົມເຂົ້າກັນດີແລ້ວ ໃຫ້ປິດຝາຖັງໄວ້ປະມານ 1 ອາທິດ ໃນແຕ່ລະວັນຄວນກວດເບິ່ງ ແລະ ຄົນເຂົ້າກັນອີກ ແລ້ວຈຶ່ງປິດຝາໄວ້ແຕ່ບໍ່ໃຫ້ແຈບ ທີ່ສຳຄັນຄວນເກັບໄວ້ບ່ອນຮົ່ມ ແຕ່ລະມື້ຕ້ອງຄົນປີ້ນຢ່າງສະໝ່ຳສະເໝີ ຫຼັງຈາກຄົບຮອບ 21 ວັນ ຈຶ່ງສາມາດນຳໃຊ້ໄດ້ /

ໃນນີ້ນ້ຳໝັກໄດ້ຄຸນະພາບຈະບໍ່ມີກິ່ນເໝັນ ແຕ່ຖ້າມີແມ່ນໃຫ້ຕື່ມກາກນ້ຳຕານລົງອີກ 1-2 ລິດພໍປະມານ ( ກາກນ້ຳຕາານແທນນ້ຳຕານຊາຍແດງໄດ້ )

ສ່ວນການນຳມາໃຊ້ແມ່ນຫຼັງຈາກຄົບ 21 ວັນແລ້ວ ແມ່ນໃຫ້ຕອງເອົາແຕ່ນ້ຳ ຫຼັງຈາກນັ້ນປິດຝາໄວ້ໃຫ້ແຈບ ແລະ ຄວນເກັບໄວ້ບ່ອນຮົ່ມ ເຊິ່ງເຮົາສາມາດນຳມາໃຊ້ໄດ້ໃນອາຍຸ 1 ປີ.

ຄຸນປະໂຫຍດຂອງນ້ຳສະກັດ

  • ຊ່ວຍເລັ່ງການຈະເລີນເຕີບໂຕຂອງຕົ້ນພືດ
  • ຊ່ວຍເພີ່ມທາດອາຫານໃຫ້ແກ່ພືດ
  • ຊ່ວຍໃນການບຳບັດນ້ຳເສຍ
  • ຊ່ວຍດັບກິ່ນເໝັນໃນຄອກສັດ
  • ມີຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.ນ 1/200 ລິດ ( ນ້ຳສະກັດຊີວະພາບ 1 ລິດປະສົມກັບນ້ຳ 200 ລິດ ຄວນສີດທຸກ 5 ວັນ/ຄັ້ງ

ລັກສະນະ ແລະ ວິທີເກັບຮັກສາ

ລັກສະນະທີ່ນ້ຳໝັກເປັນແລ້ວ ຈະສັງເກດເຫັນວ່າມີສີໂໝກຂາວກະຈາຍຕາມໜ້າ, ມີສີນ້ຳຕານ ແລະ ມີກິ່ນຫອມຂອງນ້ຳຕານ ສຳລັບການເກັບຮັກສາແມ່ນໃຫ້ຕອງເອົາພຽງນ້ຳແລ້ວນຳໄປບັນຈຸໃສ່ຕຸກຢາງ ແລະ ປິດຝາໃຫ້ພໍປະມານແລ້ວຈຶ່ງນຳໄປໄວ້ບ່ອນຮົ່ມ ສາມາດເກັບໄວ້ໃຊ້ 1 ປີ.

ອັດຕາການນຳໃຊ້

ນຳເອົານ້ຳສະກັດມາປະສົມກັບນ້ຳໃນອັດຕາສ່ວນ

  • ອັດຕາ1/200 – 1/500
  • ຈຳນວນ 10 ຊີຊີ ( 2 ບ່ວງແກງ) ຕໍ່ນ້ຳ 20 ລິດ
  • ຄວນສີດພົ່ນໃນຕອນເຊົ້າ ຫຼື ຕອນແລງ ຈະເປັນການດີ
  • ສາມາດໃຊ້ກັບພືດທຸກຊະນິດເຊັ່ນ: ພືດໃຫ້ຫົວ, ໃບ, ດອກ, ໝາກ ລວມເຖິງເຂົ້ານາ

ທີ່ມາ: ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນດິນ

Share