March 22, 2024
ທ່ານ ໄວຍະກອນ ພະສິສົມບັດ ເປັນພະນັກງານ ຢູ່ສ່ວຍສາອາກອນແຂວງສະຫວັນນະເຂດ ພ້ອມດ້ວຍພັນລະຍາ ທ່ານ ນາງ ມະນີພອນ ບົວແກ້ວວິໄລ ແລະ ຄືໜຶ່ງໃນຜູ້ທີ່ໄດ້ນຳເອົາແນວທາງຂອງລັດຖະບານມາຈັດຕັ້ງປະຕິບັດ ໂດຍເລີ່ມຈາກເຮັດອາຊີບເສີມດ້ວຍການປູກຝັງ ແລະ ລ້ຽງສັດ ກ່ອນທີ່ຈະສ້າງແຮງບັນດານໃຈໃນການລ້ຽງນົກກະທາ ພ້ອມດ້ວຍສັດອື່ນໆເຊັ່ນ: ເປັດ, ປາ, ແລະ ໄກ່ ເຊິ່ງປະຈຸບັນ ມີການປູກກົກດອກແຄຕື່ມອີກ
ຈຸດເລີ່ມຕົ້ນຂອງການຢາກລ້ຽງນົກກະທາ ໄດ້ເລີ່ມມາແຕ່ປີ 2016 ຈາກການຊອກຮູ້ທາງສື່ອອນໄລ໌ນ, ທີ່ເປັນອາຈານໃຫຍ່ໃນການໃຫ້ບົດຮຽນທຸກຢ່າງ, ໂດຍສະເພາະວິທີການເຮັດຄອກ, ວິທີການລ້ຽງ, ການບົວລະບັດຮັກສາ, ການໃຫ້ອາຫານ ແລະ ທຸກໆຢ່າງທີ່ຢາກຮູ້.
ເມື່ອໄດ້ຂໍ້ມູນເບື້ອງຕົ້ນ ກໍໄດ້ໄປຊື້ເອົາໄຂ່ນົກກະທາ ຢູ່ປະເທດເພື່ອນບ້ານ ຈຳນວນ 500 ໜ່ວຍ, ມາຟັກໃນຕູ້ຟັກໄຂ່, ຈາກນັ້ນ ໄດ້ສ້າງຄອກໃຫ້ນົກຢູ່ ຈຳນວນ 2 ຄອກ. ເບື້ອງຕົ້ນ ການລົງທຶນກໍບໍ່ໄດ້ຫຼາຍ ເພາະເຮັດແບບຄອບຄົວ ແລະ ເຮັດທົດລອງເບິ່ງຊື່ໆ. ພາຍຫຼັງລູກນົກເບາະອອກມາ ກໍໄດ້ມີການໃຫ້ອາຫານເປັນປົກກະຕິ, ລ້ຽງມາໄລຍະໜຶ່ງ ນົກຈຳນວນດັ່ງກ່າວ ກໍໃຫຍ່ເຕັມທີ່ ແລະ ສາມາດອອກໄຂ່.
ຈາກນັ້ນໄດ້ນຳເອົາໄຂ່ທີ່ໄດ້ໄປຟັກຕື່ມອີກ ແລະ ໄດ້ນົກອອກມາອີກ 800 ໂຕ, ຕໍ່ມາກໍໄດ້ມີການຂະຫຍາຍຕໍ່ໄປເລື້ອຍໆ.ຮອດປັດຈຸບັນໄດ້ມີການຈຳໜ່າຍອອກຫຼາຍຊຸດ, ບໍ່ວ່າຈະເປັນໄຂ່, ໄຂ່ລູກ, ຈຳໜ່າຍລູກນົກ, ນົກທີ່ຈະເອົາໄປບໍລິໂພກ, ຈົນສາມາດສ້າງລາຍຮັບໃຫ້ຄອບຄົວ ໄດ້ດີສົມຄວນ, ຄິດໄລ່ເບິ່ງແລ້ວມີເງິນເຫຼືອເກັບໄວ້ ປີໜຶ່ງປະມານ 20-22 ລ້ານ/ປີ.
ທ່ານ ໄວຍະກອນ ພະສີສົມບັດ ຍັງເລົ່າສູ່ຟັງຕື່ມອີກວ່າ: ເນື້ອທີ່ດິນເກືອບເຄິ່ງເຮັກຕາ, ທີ່ພໍ່-ແມ່ແບ່ງໃຫ້ ຢູ່ເຂດບ້ານສະໜາມໄຊ (ຄຸ້ມໜອງສະ ໂຮງງານຕີເຫຼັກເກົ່າ) ນະຄອນໄກສອນ ພົມວິຫານ, ປະກອບມີ ໜອງສະ 1 ໜອງ, ເດີ່ນລ້ຽງສັດ ແລະເດີ່ນເພື່ອປູກ ແລະປຸກສ້າງ. ນອກຈາກການລ້ຽງນົກກະທາແລ້ວ ຍັງໄດ້ມີການລ້ຽງເປັດ, ໄກ່, ໄກ່ງວງ, ລ້ຽງປາຕື່ມອີກ ເພື່ອຈຳໜ່າຍ ແລະພໍໄດ້ຈຸນເຈືອຄອບຄົວ.
ສ່ວນພັນລະຍາ ກໍເປັນກຳລັງແຮງຊ່ວຍ ໃນການເກັບຜົນຜະລິດ ບວກກັບເປັນຜູ້ໄປຈຳໜ່າຍ ແລະ ເກັບກຳລາຍຮັບຢ່າງລະອຽດ. ໃນນັ້ນ ທັງສອງພາກັນຕື່ນແຕ່ເຊົ້າ ເກັບດອກແຄ, ປະຈຸບັນ ໃນສວນມີຕົ້ນດອກແຄ 100 ກວ່າຕົ້ນ, ສາມາດເກັບດອກໄດ້ມື້ລະ 20 ກວ່າກິໂລ, ຂາຍໂລໜຶ່ງ 9.000 ກີບ, ມີລາຍໄດ້ຈາກການຂາຍດອກແຄເກືອບ 200.000 ກີບ/ວັນ; ສຳລັບດອກແຄ ສາມາດເກັບດອກໄດ້ຢ່າງຕໍ່ເນື່ອງ ປະມານ 7-8 ເດືອນ. ຈາກນັ້ນ ກໍໄດ້ເກັບໄຂ່ນົກ, ເກືອນົກ ພ້ອມທັງເກືອປາ, ເກືອເປັດ-ໄກ່, ພໍເຖິງເວລາ 7 ໂມງ ກໍພາກັນກັບເມືອເຮືອນ, ເພື່ອພ້ອມກັນໄປປະຕິບັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດຕໍ່, ເລີກການ 17 ໂມງ, ກັບເມືອຖ່າຍເຄື່ອງ, ໃສ່ຊຸດຊາວກະສິກອນ ເຮັດໜ້າທີ່ເໝືອນເດີມ, ເຮັດທຸກມື້ຈົນກາຍເປັນກິດຈະວັດປະຈຳວັນ.
ອາຊີບເສີມຂອງພະນັກງານ, ເຖິງວ່າມັນຈະເປັນກິດຈະການບໍ່ໃຫຍ່, ບໍ່ຫຼາຍ, ແຕ່ຖ້າຫາກພວກເຮົາເຮັດດ້ວຍໃຈມັກ, ເປັນລະບົບ, ມີການໄລ່ລຽງ, ສິ່ງສຳຄັນໃຫ້ຮູ້ຈັກເກັບອອມ, ທຸກຢ່າງກໍ່ຈະປະສົບຜົນສຳເລັດ.
ຂໍ້ມູນ ເສດຖະກິດການຄ້າ