ເພ້ຍຈັກຈັ່ນສີນ້ຳຕານ

ເພ້ຍຈັກຈັ່ນສີນໍ້າຕານແມ່ນ ແມງໄມ້ທີ່ທໍາລາຍຕົ້ນເຂົ້າ ເຮັດໃຫ້ເຂົ້າໄດ້ຮັບຄວາມເສຍຫາຍ

ເພ້ຍຈັກຈັ່ນສີນ້ໍາຕານ (Brown Plant hopper)
ຊື່ວິທະຍາສາດ: Nilaparvatalogens 
ຊື່ສາມັນ: Brown Plant Hoper 
ຊື່ພາສາລາວ: ເພ້ຍຈັກຈັ່ນສີນ້ໍາຕານ
http://www.knowledgebank.irri.org/training/fact-sheets/pest-management/insects/item/planthopperknowledgebank.irri.org

 

ເພ້ຍຈັກຈັ່ນສີນ້ໍາຕານ ເປັນແມງໄມ້ຈໍາພວກປາກດູດ ແລະ ດູດເອົາທາດອາຫານຈາກໃບເຂົ້າ, ໂຕແກ່ມີສີນ້ໍາຕານ ແລະ ສີນ້ໍາຕານປົນດໍາ ມີຮູບຮ່າງ 2 ລັກສະນະຄື: ຊະນິດທີ່ມີປີກຍາວ (Macrcopterous form) ແລະ ຊະນິດທີ່ມີປີກສັ້ນ (Bracrypterous form). ໂຕແກ່ເພດແມ່ຈະວາງໄຂ່ເປັນກຸ່ມ ສ່ວນໃຫຍ່ຈະວາງໄຂ່ໃສ່ກາບໃບເຂົ້າ ຫຼື ເສັ້ນກາງໃບ, ລັກສະນະການວາງໄຂ່ ຈະເປັນແບບກຸ່ມ ຕິດຮຽງກັນຄືກັບຫວີກ້ວຍ ຕາມແນວຕັ້ງສາກກັບໃບເຂົ້າ ແລະ ບໍລິເວນທີ່ວາງໄຂຈະມີຮອຍຊໍ້າເປັນສີນໍ້າຕານ, ໄຂ່ມີລັກສະນະໂຄງກະສວຍຄ້າຍຄືກ້ວຍຫອມ, ມີສີຂາວຂຸ້ນ ໄລຍະໄຂ່ໃຊ້ເວລາປະມານ 7-9 ວັນ, ໂຕອ່ອນມີ 5 ໄລຍະໃຊ້ເວລາປະມານ 16-17 ວັນ ຈຶ່ງກາຍເປັນໂຕແກ່, ຊະນິດທີ່ມີປີກຍາວຂະຫນາດ 4-4, 5 ມິນລີແມັດ (ມມ), ວາງໄຂ່ໄດ້ປະມານ 100 ຫນ່ວຍ, ເພດຜູ້ມີຂະຫນາດ 3,5-4 ມມ, ຊະນິດປິກສັ້ນ ເພດແມ່ສາມາດວາງໄຂ່ 3.000 ຫນ່ວຍ, ໂຕແກ່ມີຊີວິດໄດ້ປະມານ 2 ອາທິດ.

ການລະບາດ

ເພ້ຍຈັກຈັ່ນສີນ້ໍາຕານ ທໍາລາຍຕົ້ນເຂົ້າໄດ້ທຸກໄລຍະຂອງການຈະເລີນເຕີບໂຕ ໂດຍສະເພາະແມ່ນຊ່ວງໄລຍະເຂົ້າແຕກກໍ ຫາ ໄລຍະອອກຮວງ

 

http://www.knowledgebank.irri.org/training/fact-sheets/pest-management/insects/item/planthopperknowledgebank.irri.org

 

ລັກສະນະການທໍາລາຍ 

  • ເພ້ຍຈັກຈັ່ນສີນ້ໍາຕານແມ່ນ ແມງໄມ້ທີ່ທໍາລາຍຕົ້ນເຂົ້າ ເຮັດໃຫ້ເຂົ້າໄດ້ຮັບການເສຍຫາຍ
  • ເພ້ຍໂຕອ່ອນ ແລະ ໂຕແກ່ ທໍາລາຍເຂົ້າດ້ວຍການດູດກິນນໍ້າລ້ຽງຂອງຕົ້ນເຂົ້າ ບໍລິເວນເທິງຫນ້ານໍ້າ ເຮັດໃຫ້ໃບເຂົ້າເຫຼືອງຄ້າຍຄືກັບຖືກນໍ້າຮ້ອນລວກ ແລະ ແຫ້ງເປັນບ່ອນ ຕາມໃບເຂົ້າ
  • ເວລາທີ່ມີອາກາດຮ້ອນ ເພ້ຍຈັກຈັ່ນສີນ້ໍາຕານຈະລົງມາຢູ່ກົກເຂົ້າ ຫຼື ບໍລິເວນຫນ້າດິນທີ່ມີຄວາມຊຸ່ມ
  • ເພ້ຍຈັກຈັ່ນສີນໍ້າຕານຍັງສາມາດນໍາເຊື້ອພະຍາດ, ເຊື້ອໄວຣັດ ຈາກຕົ້ນຫນື່ງໄປຫາອີກຕົ້ນຫນື່ງ ເຊິ່ງຈະເຮັດໃຫ້ ຕົ້ນເຂົ້າເປັນພະຍາດເຫຼືອງເຕ້ຍ, ໃບບິດບ້ຽວ, ໃບເຂົ້າແກ່ຊ້າກວ່າປົກກະຕິ

ວິທີການປ້ອງກັນ

  • ນຳໃຊ້ແນວພັນເຂົ້າ ທີ່ມີຄວາມຕ້ານທານຕໍ່ເພ້ຍຈັກຈັນສີນ້ໍາຕານເຊັ່ນ: ເຂົ້າດໍ, ເຂົ້າມະລິດໍາ, ເຂົ້າອີແອ.
  • ໃຊ້ດອກໄຟລໍ່ໃຫ້ໂຕແກ່ມາຕອມ ແລ້ວຈັບເອົາໄປທໍາລາຍ ຫຼື ໃຊ້ກັບດັກຈາກແສງໄຟ
  • ປູກພືດຫມູນວຽນເພື່ອທໍາລາຍວົງຈອນຂອງສັດຕູພືດທີ່ເຄີຍເກີດ.
  • ຖ້າລະບາດໃນໄລຍະເຂົ້າໃກ້ຈະເກັບກ່ຽວແມ່ນໃຫ້ເກັບກ່ຽວເລີຍ ບໍ່ຄວນປະໄວ້ດົນ
  • ອະນຸລັກແມງໄມ້ທີ່ເປັນປະໂຫຍດເຊັ່ນ: ແຕນບຽນ, ແມງມຸມ, ແມງເຜົ່າທອງ ແລະ ອື່ນໆ
  • ການນໍາໃຊ້ຝຸ່ນເລັ່ງຄວນໃສ່ໃນອັດຕາສ່ວນທີ່ເຫມາະສົມ (ຂຶ້ນກັບຄວາມອຸດົມສົມບູນຂອງດິນ)
  • ໃຊ້ນໍ້າສະກັດຊີວະພາບສີດປ້ອງກັນຢ່າງເປັນປົກກະຕິ

ນໍາໃຊ້ສະຫມູນໄພເພື່ອປ້ອງກັນ
ຫມາກເຜັດຂີ້ໜູດິບ 1 ກິໂລກຼາມ, ເຫຼົ້າຂາວ 1 ລິດ, ຂີ້ເຖົ່າ 1 ກິໂລກຼາມ ແລະ ນ້ຳສະອາດ 9 ລິດ
ວິທີປະຕິບັດ
ນໍາເອົາຫມາກເຜັດມາຕໍາໃຫ້ລະອຽດ ແລ້ວປະສົມກັບສ່ວນຜະສົມຕ່າງໆ ໃຫ້ເຂົ້າກັນ ຈາກນັ້ນໝັກໄວ້ໃຫ້ໄດ້ 1 ວັນ(24 ຊົ່ວໂມງ) ຈຶ່ງນໍາມາກັ່ນຕອງດ້ວຍຜ້າທີ່ສະອາດ.
ວິທີນໍາໃຊ້
ນຳເອົານໍ້າສະກັດທີ່ຕອງໄວ້ແລ້ວຈໍານວນ 1 ລິດ ປະສົມນໍ້າສະອາດ 20 ລິດ ຈາກນັ້ນກໍນໍາເອົາໄປສີດໃສ່ ໃນຊ່ວງທີ່ເຂົ້າເປັນຕົ້ນກ້າໃນໄລຍະ 10-30 ວັນ ຫຼື ຫຼັງທີ່ປັກດໍາແລ້ວ, ໂດຍສີດພົ່ນ 3 ວັນ/ຄັ້ງ, ການສີດ ແມ່ນໃຫ້ສີດພົ່ນ ຕອນເຊົ້າ ຫຼື ຕອນແລງ.

ວິທີການກໍາຈັດ

  • ລົງຕິດຕາມ ແລະ ສໍາຫຼວດໄຮ່ນາເປັນປະຈໍາ ຖ້າພົບເຫັນເພ້ຍຈັກຈັ່ນສີນໍ້າຕານຢູ່ປະມານ 5-10 ໂຕ/ສຸມ ແມ່ນໃຫ້ລະບາຍນ້ໍາອອກຈາກໄຮ່ນາ ເພື່ອໃຫ້ເພ້ຍຈັກຈັ່ນສີນ້ໍາຕານຫນີໄປບ່ອນອື່ນ.
  • ເມື່ອສໍາຫຼວດພົບເຫັນເພ້ຍຈໍານວນຫຼາຍແມ່ນໃຫ້ໃຊ້ຢາຂ້າແມງໄມ້ (Imidacloprid ແລະ Deltamethrin) ຫຼື (Emamectin benzoate) ໃນອັດຕາສ່ວນທີ່ໄດ້ລະບຸໄວ້ຢູ່ຂ້າງກ່ອງຢາ (ຖ້າບໍ່ຈາເປັນແມ່ນບໍ່ໃຫ້ໃຊ້)
     

http://www.knowledgebank.irri.org/knowledgebank.irri.org

 

ອ້າງອີງ

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າ ກົມສົ່ງເສີມກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ພິມເຜີຍແຜ່ປີ 1997

ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດສູນພັດທະນາກະສິກຳສະອາດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືບັນຫາເຂົ້າໃນນາຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ 1990

ສຳນັກວິໄຈ ແລະ ພັດທະນາເຂົ້າ, ກົມການເຂົ້າຂອງໄທ

ຄູ່ມືແນະນຳ ການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດເຂົ້າໃນນາ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

Share