ລາວ
English
Facebook-f
Youtube
X-twitter
Envelope
Home
Discover
Stories
Lao Kitchen
News
About
X
Home
Discover
Species
Champions
Library
Stories
Lao Kitchen
News
About
About Pha Khao Lao
What is Agrobiodiversity?
Our Team
Partners and Contributors
Get Involved
X
Home
»
Stories
»
15 ຜັກທີ່ມີທາດເຫຼັກສູງ ແລະ ຊ່ວຍບໍາລຸງເລືອດໄດ້ດີ
15 ຜັກທີ່ມີທາດເຫຼັກສູງ ແລະ ຊ່ວຍບໍາລຸງເລືອດໄດ້ດີ
Last updated on February 5, 2025
(first published: February 5, 2025)
by Bouavone
Health
ຜັກກູດ
: ເປັນຜັກພື້ນບ້ານທີ່ຫຼາຍຄົນມັກກິນ, ຜັກກູດສາມາດນໍາໄປປຸງແຕ່ງເຮັດຫຼາຍເມນູໄດ້ ແຖມຍັງມີເສັ້ນໃຍຫຼາຍຊ່ວຍໃນການຂັບຖ່າຍໄດ້ດີ ທີ່ສໍາຄັນຜັກກູດຍັງເປັນຜັກທີ່ມີທາດເຫຼັກສູງເຖິງ 36,3 mg ຕໍ່ 100 g.
ໝາກຖົ່ວຍາວ:
ສໍາລັບຄົນທີ່ມັກກິນໝາກຖົ່ວຍາວເປັນຜົນດີຕໍ່ການບໍາລຸງເລືອດ ເພາະວ່າໝາກຖົ່ວຍາວ 100 g ມີທາດເຫຼັກຢູ່ປະມານ 26 mg ແລະ ຄຸນປະໂຫຍດຂອງຖົ່ວຍາວກໍ່ຍັງມີອີກຫຼາຍຢ່າງ ນໍາໄປປຸງແຕ່ງອາຫານກໍ່ໄດ້ຫຼາຍເມນູ ແລະ ຍັງສາມາດກິນດິບໄດ້.
ຜັກແວ່ນ
: ຜັກແວ່ນນອກຈາກນໍາໄປເຮັດເມນູອາຫານແລ້ວຍັງມີຄຸນປະໂຫຍດຫຼາຍຢ່າງ ຕາມຕໍາລັບຢາພື້ນເມືອງທີ່ມັກໃຊ້ແກ້ໄຂ້ ຮ້ອນໃນ ແກ້ການກະຫາຍນໍ້າ,ດັບຜິດ, ຍັງໃຊ້ສະໝານບາດແຜໃນຊ່ອງປາກ ແລະ ລໍາຄໍ ທີ່ສໍາຄັນຜັກແວ່ນຍັງເປັນຜັກທີ່ມີທາດເຫຼັກຄ່ອນຂ້າງສູງ ປະມານ 25,2 mg ຕໍ່ 100 g.
ເຫັດເຟືອງ
: ເຫັດເຟືອງນອກຈາກນໍາມາເຮັດເມນູທີ່ຫຼາກຫຼາຍຢ່າງ ແລະ ແຊບແລ້ວ ຍັງມີປະໂຫຍດຢ່າງຫຼວງຫຼາຍໂດຍສະເພາະແມ່ນຄົນທີ່ກໍາລັງຊອກຫາອາຫານທີ່ບໍາລຸງເລືອດ ເພາະເຫັດເຟືອງ 100 g ມີທາດເຫຼັກຢູ່ປະມານ 22.2 mg ຊຶ່ງຖືວ່າເປັນເຫັດທີ່ມີທາດເຫຼັກຢູ່ຫຼາຍສົມຄວນ.
ໝາກເຜັດໃຫຍ່
: ໝາກເຜັດໃຫຍ່ 100 g ມີທາດເຫຼັກຢູ່ປະມານ 17.2 mg ສໍາລັບໃຜທີ່ຢາກບໍາລຸງເລືອດເພີ່ມທາດເຫຼັກໃນຮ່າງກາຍຄວນຮັບປະທານໝາກເຜັດໃຫຍ່ເພາະມັນສາມາດນໍາໄປປຸງແຕ່ງອາຫານຫຼາຍເມນູໄດ້ແຖມຍັງມີລົດຊາດທີ່ບໍ່ເຜັດຫຼາຍ.
ຜັກອີ່ຕູ່
: ເປັນອີກຜັກໜື່ງຊະນິດທີ່ສາມາດນໍາໄປເປັນເຄື່ອງຄຽງໃນການປຸງແຕ່ງອາຫານ ແລະ ຍັງເປັນຜັກທີ່ມີທາດເຫຼັກສູງອີກຊະນິດໜຶ່ງ ໂດຍຜັກອີ່ຕູ່ 100 g ໃຫ້ທາດເຫຼັກປະມານ 17.2 mg.
ໃບກະເພົາແດງ
: ໃບກະເພົາມີຫຼາຍຊະນິດແຕ່ຫາກໃບກະເພົາທີ່ມີທາດເຫຼັກຫຼາຍທີ່ສຸດແມ່ນໃບກະເພົາແດງ ຊຶ່ງໃບກະເພົາແດງ 100 g ໃຫ້ທາດເຫຼັກປະມານ 15.1 mg.
ຜັກສະເມັກ ຫຼື ຜັກຕິ້ວ
: ຍອດອ່ອນສາມາດຮັບປະທານສົດໄດ້ ຊ່ວຍຂັບລົມ ຫຼື ນໍາຮາກມາຕົ້ມແກ້ເບື່ອເມົາ, ແກ້ຜິດສໍາແດງ ຫຼື ໃຊ້ໃບແກ່ຕໍາທາແກ້ຟົກຊໍ້າກໍ່ໄດ້ ສໍາລັບໃຜທີ່ຢາກໄດ້ທາດເຫຼັກເສີມສ້າງຮ່າງກາຍຈາກຜັກສະເມັກແມ່ນແນະນໍາໃຫ້ກິນຍອດອ່ອນໄດ້ເລີຍ ເພາະວ່າ 100 g ໃຫ້ທາດເຫຼັກປະມານ 11.6 mg.
ຍອດໃບໝາກກອກ
: ຍອດໃບໝາກກອກເປັນຜັກທີ່ມີຄຸນຄ່າທາງອາຫານສູງ ໂດຍສະເພາະຍອດໃບໝາກກອກ 100 g ໃຫ້ທາດເຫຼັກປະມານ 9.9 mg,ມີແຄວຊ່ຽມ 49 mg, ຟອດຟໍຮັສ ແລະ ເບຕ້າແຄໂຣທີນ ລວມທັງວິຕາມິນເອ ວິຕາມິນຊີ ຖືວ່າເປັນຜັກເພື່ອສຸຂະພາບທີ່ບໍ່ຄວນພາດ.
ຍອດກະຖິນອ່ອນ
: ຜັກແຄມຮົ້ວທີ່ຫາກິນໄດ້ງ່າຍ, ຍອດກະຖິນທີ່ສາມາດນໍາໄປປຸງເຮັດອາຫານຫຼາຍຢ່າງໄດ້ ແລະ ມີທາດເຫຼັກສູງ ໂດຍຍອດກະຖິນອ່ອນ 100 g ໃຫ້ທາດເຫຼັກປະມານ 9.2 mg ສໍາລັບໃຜທີ່ກໍາລັງຫາກິນຜັກເພື່ອເພີ່ມທາດເຫຼັກ ຫຼື ອາຫານບໍາລຸງເລືອດ ຍອດກະຖິນອ່ອນຖືວ່າເປັນອີກໜຶ່ງຕົວເລືອກທີ່ສໍາຄັນ.
ດອກຜັກຮອງແຮງ
: ເປັນຜັກທີ່ມີລົດຊາດແຊບທີ່ຫຼາຍຄົນຖືກໃຈນິຍົມມາຮັບປະທານ ຊຶ່ງດອກຜັກຮອງແຮງ 100 g ມີທາດເຫຼັກປະມານ 8.2 mg.
ຜັກອີ່ເລີດ
: ຖືວ່າເປັນອີກໜຶ່ງຜັກທີ່ຫຼາຍຄົນນິຍົມນໍາມາເປັນຜັກກັບ ຫຼື ຜັກຄຽງກັບຫຼາຍປະເພດອາຫານ ແຕ່ຖືວ່າເປັນຜັກສະໝູນໄພທີ່ບໍາລຸງເລືອດໄດ້ດີ ເພາະວ່າໃບຜັກອີ່ເລີດ 100 g ມີທາດເຫຼັກປະມານ 7.6 mg.
ໝາກແຄ້ງ
: ຖືວ່າເປັນອີກຊະນິດໜຶ່ງທີ່ຄົນນິຍົມໄປປຸງແຕ່ງອາຫານໂດຍສະເພາະແມ່ນໃສ່ແກງໜໍ່ໄມ້, ໃສ່ແກງເຜັດ ແລະ ອື່ນໆ ສໍາລັບຜູ້ທີ່ກໍາລັງຊອກຫາຜັກທີ່ບໍາລຸງເລືອດ ແລະ ຜັກທີ່ມີທີ່ທາດເຫຼັກສູງບໍ່ຄວນພາດກິນໝາກແຄ້ງ ເນື່ອງຈາກວ່າໝາກແຄ້ງ 100 g ໃຫ້ທາດເຫຼັກປະມານ 7.1 mg.
ໃບຍານາງ
: ໃບຍານາງກໍຖືວ່າເປັນອີກໜື່ງຊະນິດທີ່ມີທາດເຫຼັກຢູ່ໃນຕົວ ໂດຍ 100 g ຂອງໃບຍານາງຈະມີທາດເຫຼັກປະມານ 7 mg ນອກນັ້ນໃບຍານາງຍັງມີຄຸນປະໂຫຍດທີ່ດີຫຼາຍຢ່າງ ຕໍ່ຮ່າງກາຍອີກດ້ວຍ.
ໃບຂີ້ເຫຼັກ
: ໃບຂີ້ເຫຼັກ ນອກຈາກຈະມີເສັ້ນໃຍສູງຊ່ວຍໃນການຂັບຖ່າຍທີ່ດີແລ້ວ ຍັງຊ່ວຍເຮັດໃຫ້ນອນຫຼັບໄດ້ງ່າຍຂຶິ້ນ ແລະ ຍັງເປັນຜັກທີ່ມີທາດເຫຼັກຢູ່ໃນຕົວ ໂດຍໃບຂີ້ເຫຼັກ 100 g ມີທາດເຫຼັກປະມານ 6 mg ສໍາລັບຜູ້ໃດທີ່ຢາກໄດ້ຜັກທີ່ຊ່ວຍບໍາລຸງເລືອດຫຼືຢາກເຕີມທາດເຫຼັກໃຫ້ຮ່າງກາຍ ໃບຂີ້ເຫຼັກຈັດຢູ່ໃນຈໍາພວກຜັກທີ່ໜ້າສົນໃຈອີກຊະນິດໜື່ງ.
Share
Prev
Previous
ສີ່ງທີ່ຄວນຮູ້ກ່ອນບໍລິໂພກແມງໄມ້ທອດ
Next
ມັນດ້າງໃຫ້ຄຸນປະໂຫຍດຫຼາຍກວ່າທີ່ຄິດ
Next
See also
15 ผักที่มีธาตุเหล็กสูง เป็นผักบำรุงเลือด เพื่อสุขภาพ
15 ผักที่มีธาตุเหล็กสูง เป็นผักบำรุงเลือด เพื่อสุขภาพ
15 อาหารเสริม "ธาตุเหล็ก" ป้องกัน "โลหิตจาง"
Recent Stories
ປາແຫ້ງບົດ ຊ່ວຍໃຫ້ກະດູກແຂງແຮງ
March 22, 2024
Moringa powder: the green gold
March 22, 2024
ສວນຄົວ ຄືພື້ນຖານ ສໍາລັບໂພຊະນາການທີ່ດີ Home gardens are roots for good nutrition
March 22, 2024
ນໍ້ານົມແບ້ ສຳລັບໂພຊະນາການຂອງເດັກ Do you know You can milk your goats
March 22, 2024
ຖົ່ວຂຽວ ໃຫ້ທາດໂປຣຕິນ Mungbeans protein that comes from plants
March 22, 2024