ໃນຂະນະທີ່ ສປປ ລາວ ພວມສືບຕໍ່ສູ້ຊົນກ້າວໄປສູ່ການເປັນປະເທດທີ່ມີລາຍຮັບປານກາງ ແລະ ຟື້ນຟູເສດຖະກິດຈາກການລະບາດຂອງເຊື້ອພະຍາດ COVID-19, ລັດຖະບານລາວໄດ້ຮັບຮູ້ເຖິງຄວາມສຳຄັນຂອງການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ ແລະ ການອະນຸລັກເຂດຊີວະນາໆພັນທີ່ສຳຄັນຂອງປະເທດ ເພື່ອຕ້ານໄພຂົ່ມຂູ່ຕ່າງໆທີ່ເກີດຈາກການພັດທະນາເສດຖະກິດຢ່າງວ່ອງໄວ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ດຳລັດວ່າດ້ວຍປ່າສະຫງວນໄດ້ຖືກປັບປຸງ ໂດຍອີງໃສ່ ກົດໝາຍວ່າດ້ວຍປ່າໄມ້ ທີ່ຖືກປະກາດໃຊ້ໃນປີ 2019 ແລະ ບູລິມະສິດຕ່າງໆທາງດ້ານການເຕີບໂຕແບບສີຂຽວ ແລະ ຍືນຍົງແຫ່ງຊາດ ແລະ ບັນດາຄຳໝາຍໝັ້ນຕໍ່ສາກົນ. ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້ ໄດ້ຍ້ອງຍໍຊົມເຊີຍການປະກອບສ່ວນຂອງທຸກພາກສ່ວນທີ່ມີສ່ວນຮ່ວມໃນຂະບວນການພັດທະນາຮ່າງດຳລັດດັ່ງກ່າວ ເນື່ອງຈາກເນື້ອຫາແມ່ນມີຄວາມຊັບຊ້ອນ ແລະ ລະອຽດອ່ອນຫຼາຍ ແລະ ຍັງໄດ້ເຊື່ອມໂຍງເຂົ້າກັບຫຼາຍຂະແໜງການ – ບໍ່ພຽງແຕ່ຂະແໜງປ່າໄມ້ເທົ່ານັ້ນ – ເຊິ່ງໝາຍຄວາມວ່າ ໄດ້ມີການພິຈາລະນາບັນດາດໍາລັດ, ກົດໝາຍ ແລະ ລະບຽບການຕ່າງໆທີ່ຫຼາກຫຼາຍຢ່າງຮອບຄອບ ເພື່ອຮັບປະກັນຄວາມສອດຄ່ອງ ແລະ ຜົນປະໂຫຍດສູງສຸດຂອງປະເທດຊາດ.
ທ່ານ ຊູຊາດ ໄຊຍະກຸມມານ ຍັງຮັບຮູ້ວ່າ ຮ່າງດຳລັດສະບັບສຸດທ້າຍ ໄດ້ພິຈາລະນາເອົາເອກະລັກ ແລະ ລັກສະນະສະເພາະຂອງປະເທດ, ພ້ອມທັງຮັບປະກັນການວາງແຜນການຄຸ້ມຄອງປ່າສະຫງວນໃຫ້ສອດຄ່ອງກັບມາດຕະຖານສາກົນຕ່າງໆ. ການອະນຸມັດດຳລັດວ່າດ້ວຍປ່າສະຫງວນ ຄາດວ່າຈະຖືກຮັບຮອງເອົາໃນເດືອນ ສິງຫາ ປີ 2022. ດໍາລັດດັ່ງກ່າວ ຈະຮັບປະກັນການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງຊີວະນາໆພັນໃນໄລຍະຍາວ ໂດຍຜ່ານວິທີການຄຸ້ມຄອງພູມີທັດແບບປະສົມປະສານ. ວິທີການນີ້ສະໜອງການວາງແຜນ ແລະ ການປະສານງານທີ່ດີກວ່າເກົ່າໃນທົ່ວຂະແໜງການ ແລະ ຊຸມຊົນເປົ້າໝາຍ. ນອກນັ້ນ, ຍັງແນໃສ່ສ້າງຄວາມເຂັ້ມແຂງໃຫ້ອົງການຄຸ້ມຄອງປ່າສະຫງວນ ດ້ວຍການປັບປຸງພາລະບົດບາດ, ສິດ ແລະ ພັນທະຕ່າງໆຂອງບັນດາບ້ານອະນຸລັກປ່າສະຫງວນໃຫ້ຈະແຈ້ງຂຶ້ນ, ພ້ອມທັງສົ່ງເສີມການຮ່ວມມືກັບພາກສ່ວນຕ່າງໆ ເພື່ອສະໜອງທຶນແບບຍືນຍົງໃຫ້ແກ່ເຄືອຄ່າຍປ່າສະຫງວນໃນ ສປປ ລາວ.
ການທົບທວນດຳລັດດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນພາຍໃຕ້ການຮ່ວມມືທີ່ສ້າງຂຶ້ນລະຫວ່າງ ສະຫະພາບເອີຣົບ (EU), ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ແລະ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ໃນຄວາມພະຍາຍາມຮ່ວມກັນເພື່ອປົກປ້ອງຊີວະນາໆພັນທີ່ເປັນເອກະລັກຂອງປະເທດ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ. ໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL)” ເປັນໂຄງການທີ່ມີໄລຍະເວລາ 4 ປີ ທີ່ນໍາໃຊ້ວິທີການຄຸ້ມຄອງພູມີທັດແບບປະສົມປະສານ ແລະ ຕົວແບບການເຕີບໂຕສີຂຽວ ເພື່ອສະໜັບສະໜູນການປັບປຸງກອບນິຕິກໍາຕ່າງໆ ເພື່ອຮັບປະກັນການຄົງຕົວ ແລະ ຂະຫຍາຍຕົວຂອງປ່າໄມ້ ແລະ ຊີວະນາໆພັນຂອງ ສປປ ລາວ ພ້ອມທັງ ຊ່ວຍເຫຼືອຊຸມຊົນຊົນນະບົດໃນການຄຸ້ມຄອງຊັບພະຍາກອນທຳມະຊາດຂອງພວກເຂົາຢ່າງຍືນຍົງ. ໂຄງການດັ່ງກ່າວ ສົ່ງເສີມຕົວແບບການຄຸ້ມຄອງຮ່ວມກັນໂດຍທີ່ຊຸມຊົນ ແລະ ລັດຖະບານທ້ອງຖິ່ນມີສິດສຽງ ແລະ ຜົນປະໂຫຍດເພີ່ມຂຶ້ນ ແລະ ພາກເອກະຊົນຈະມີສ່ວນຮ່ວມໃນການດໍາເນີນທຸລະກິດແບບຍືນຍົງ. ໂຄງການດັ່ງກ່າວກວມເອົາ 3 ພື້ນທີ່ອຸດົມສົມບູນທາງດ້ານຊີວະນາໆພັນໃນ ສປປ ລາວ ລວມມີ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ, ພູມີທັດປ່າສະຫງວນແຂວງບໍລິຄໍາໄຊ ແລະ ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ.
ສປປ ລາວ ເປັນທີ່ຮູ້ຈັກດີທາງດ້ານຊີວະນາໆພັນທີ່ເປັນເອກະລັກ ແລະ ອຸດົມສົມບູນ. ປະເທດລາວເປັນຖິ່ນທີ່ຢູ່ອາໄສຂອງຊະນິດພັນສະເພາະຖິ່ນ ແລະ ທີ່ໃກ້ສູນພັນ ເຊັ່ນ: ເສືອລາຍເມກ (Pardofelis nebulosa), ເສົາຫຼາ (Pseudoryx nghetinhensis) ແລະ ແຂ້ນໍ້າຈືດ (Crocodylus siamensis). ປັດຈຸບັນ, ສປປ ລາວ ມີອຸທິຍານແຫ່ງຊາດທັງໝົດ 6 ແຫ່ງ ເພື່ອອະນຸລັກຊີວະນາໆພັນ ແລະ ຖິ່ນທີ່ຢູ່ອາໄສທໍາມະຊາດທີ່ສຳຄັນ, ຮັກສາຄວາມສົມດູນຂອງລະບົບນິເວດ ແລະ ສ້າງຄວາມທົນທານຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ.
ກອງປະຊຸມປຶກສາຫາລືຄັ້ງສຸດທ້າຍນີ້ ມີຕາງໜ້າຜູ້ເຂົ້າຮ່ວມຈາກພາກລັດທັງຂັ້ນສູນກາງ ແລະ ແຂວງ ເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ການທ່ອງທ່ຽວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ. ພ້ອມນັ້ນ ກໍມີ ຕົວແທນຈາກສະຖາບັນການສຶກສາ, ພາກເອກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຄູ່ຮ່ວມພັດທະນາສາກົນ ແລະ ຜູ້ໃຫ້ທຶນ ກໍໄດ້ເຂົ້າຮ່ວມ ແລະ ປະກອບສ່ວນທາງດ້ານຄວາມຮູ້ ແລະ ຄວາມສາມາດເຂົ້າໃນຮ່າງດໍາລັດສະບັບນີ້.