ວັນທີ 26 ພະຈິກ 2024 ທີ່ຜ່ານມານີ້, ນັກຄົ້ນຄວ້າ Albrecht Ehrensperger ແລະ ແອນດີ່ ສຸວັນພັກດີ ຈາກສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ໄດ້ຮັບກຽດຂຶ້ນນຳສະເໜີລະບົບຖານຂໍ້ມູນພາເຂົ້າລາວ ທີ່ນະຄອນຫຼວງພະບາງ ໃຫ້ແກ່ ທ່ານ ນາງ Patricia Danzi ອຳນວຍການອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດເຊີແລນ (SDC) ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມປະເທດພາກພື້ນແມ່ນໍ້າຂອງ. ໃນນັ້ນມີ ພະນະທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ Pedro Zwahlen ເອກອັກຄະລາດສະທູດສະວິດເຊີແລນ ປະຈຳຣາຊະອານາຈັກໄທ, ກຳປູເຈຍ ແລະ ສປປ ລາວ ແລະ ທ່ານ Jean-Gabriel Duss ຜູ້ອຳນວຍການອົງການ SDC ປະຈຳ ພາກພື້ນແມ່ນໍ້າຂອງເຂົ້າຮ່ວມ. ການນຳສະເໜີໄດ້ຍົກສູງໃຫ້ເຫັນເຖິງບົດບາດຄວາມສຳຄັນ ຂອງອາຫານຈາກທຳມະຊາດ ເປັນຕົ້ນແມ່ນພືດຜັກ, ເຫັດ ແລະ ຊັບພະຍາກອນທຳມະຊາດອື່ນໆ ເຊິ່ງລ້ວນແລ້ວແຕ່ມີບົດບາດຄວາມສຳຄັນຊ່ວຍສະໜັບສະໜູນຊີວິດການເປັນຢູ່ຂອງຊຸມຊົນໃນປະເທດລາວ.