ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.

– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.

ແຜນທີ່ກະສິກຳ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.

ສຶກສາລະບົບການຜະລິດເຂົັ້າໄກ່ນ້ອຍຢ ່ໃນ 4 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ

ຈາກການສຶກສາການປູກເຂົັ້າໄກ່ນ້ອຍຂອງຊາວກະສິກອນ 4 ກຸ່ມບ້ານເມືອງຜາໄຊແຂວງຊຽງຂວາງໂດຍມີຈຸດປະສົງ:1) ສຶກສາການປູກເຂົັ້າໄກ່ນ້ອຍຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງ, 2) ສຶກສາເສດຖະກິດການປູກເຂົ້າໄກ່ນ້ອຍຂອງຊາວກະສີກອນເຂດດັ່ງກ່າວ ໃນການລົງຝຶກຫັດງານຄັ້ງນີ້ແມ່ນຢູ່ທີ່ຂະແໜງປູກຝັງພະແນກກະສິກສາ ແລະ ປ່າໄມ້ແຂວງຊຽງຂວາງ ແລະ ໄດ້ລົງຈັດຕັ້ງປະຕິບັດພາກສະໜາມຢູ່ 4 ກຸ່ມບ້ານຄື: ບ້ານຊຽງດີ, ບ້ານເຕົາ, ບ້ານໂພສີ ແລະ ບ້ານຫໍກາງ ເມືອງຜາໄຊແຂວງຊຽງຂວາງເຊີ່ງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດເລີມແຕ່ວັນທີ 20/11/2017 – 14/6/2018 ໃນນີ້ໄດ້ສໍາພາດຊາວກະສິກອນຈໍານວນ 59 ຄອບຄົວໃນ 4 ບ້ານທີ່ເປັນຄອບຄົວປູກເຂົ້າໄກ່ນ້ອຍເພື່ອເປັນຕົວແທນຂອງບ້ານເພື່ອນໍາໄປຄິດໄລ່ປະເມີນຜົນທາງດ້ານເສດຖະກິດຂອງຊາວກະສິກອນ.

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໃນແຂວງຊຽງຂວາງ

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໄດ້ຖືກຮັບຮອງເອົາ ໂດຍ ກະຊວງສຶກສາ ທິການ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ, ຈົນສາມາດຂະ ຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫລັກສູດນີ້ເກີດຂຶ້ນ ເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈ ຂອງ ຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.

ການສົ່ງເສີມລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ

ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ

ຄູ່ມື ການວາງແຜ່ນ, ຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນ ກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ.

ປື້ມຄູມື (Manual) ວາງແຜນ, ຈັດສັນ ແລະ ຄຸ້ມຄອງ ການນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ສະບັບນີ້ ມີຊື່ພາສາອັງກິດວ່າ: Participatory Forest and Agriculture Land Use Planning, Allocation and Management ແລະ ມີຊື່ຫຍໍ້ວ່າ “P-FALUPAM” ຖືກສ້າງຂື້ນ ໂດຍອິງໃສ່ ຂໍ້ຕົກລົງ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ່ 7838/ກຊສ. ລົງວັນທີ່ 09 ພະຈິກ 2012, ວ່າດ້ວຍການປັບປຸງປຶ້ມຄູ່ມື ວາງແຜນນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານພັດທະນາ (ParticipatoryAgriculture and Forest LandUse Planning atVillage and Village Cluster […]

ຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ

ໃນປະຈຖບັນການນຳໃຊ້ຢາທີ່ຜະລິດຈາກທາດເຄມີສັງເຄາະມີຜົນສະທ້ອນບໍ່ດີຫຼາຍຢ່າງໃຫ້ແກ່ຜູ້ຊົມໃຊ້, ສະນັ້ນ ຈິ່ງເຮັດໃຫ້ຄົນທົ່ວໂລກໂດຍສະເພາະໃນບັນດາປະເທດອຸດສາຫະກຳຂະຫຍາຍຕົວຫັນມາໃຫ້ຄວາມສົນໃຈແກ່ການນຳໃຊ້ຢາຊຶ່ງຜະລິດຈາກຕົ້ນໄມ້ທຳມະຊາດ

ຫຼັກສູດທ້ອງຖິ່ນ ເລື່ອງ: ບັນຫາຂອງຊີວະນາໆພັນໃນທ້ອງຖິ່ນ. ສຳລັບຂັ້ນມັດທະຍົມສາມັນສຶກສາ ມ.1-3.

ຫຼັກສູດທ້ອງຖິ່ນເຫຼັ້ມນີ້ສ້າງຂື້ນເພື່ອຈັດການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງໃນວິຊາ: ໂລກອ້ອມຕົວເຮົາ, ພາສາລາວ, ວິຊາເຕັກໂນ ແລະ ວິຊາສີລະປະກຳເຫຼົ່ານີ້ເປັນຕົ້ນ. ທັງໝົດນີ້ກໍ່ຢູ່ໃນກອບຈຳນວນຊົ່ວໂມງຮຽນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ທັງນີ້ກໍ່ເພື່ອເຮັດໃຫ້ເນື້ອໃນການຮຽນ-ການສອນມີຄວາມສອດຄ່ອງ ແລະ ຕອງສະໜອງຕາມຄວາມຕ້ອງການຂອງທ້ອງຖິ່ນ.

ຄວາມຫຼາກຫຼາຍຂອງຊະນິດປາພື້ນເມືອງໃນແຂວງຊຽງຂວາງ

ຈາກການສຳລວດຄວາມຫຼາກຫຼາຍຂອງຊະນິດປາ ຢູ່ 4 ສາຍນໍ້າຄື: ສາຍນໍ້າມັດ (ເມືອງຄຳ ແລະ ໜອງແຮດ), ສາຍນ້ຳຄາວ (ເມືອງຄຳ ແລະ ພູກູດ) ສາຍນ້ຳຄານ ແລະ ນ້ຳງື່ມ (ພູກູດ) ໃນແຂວງຊຽງຂວາງ ໃນຊ່ວງເດືອນກຸມພາ ປີ 2018. ຈາກການສຳລວດ ແລະ ສຳພາດປະຊາຊົນ ພົບວ່າຊະນິດປາໃນສາຍນ້ຳມັດ 40 ຊະນິດ, ຊະນິດປາໃນສາຍນ້ຳຄາວ 60 ຊະນິດ, ຊະນິດປາສາຍນ້ຳຄານ ທີ່ປະຊາຊົນເຄີຍພົບເຫັນມີ 50 ຊະນິດ, ຊະນິດປາທີ່ໄດ້ຈາກການສຳຫຼວດຕົວຈິງສາຍນ້ຳງຶ່ມຈຳນວນ 21 ຊະນິດ