ການຄຸ້ມຄອງວັງສະຫງວນ ໃນແຂວງ ຊຽງຂວາງ
ວັງສະຫງວນ ເປັນແຫລ່ງຜະລິດ ແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ, ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປ່າທຳມະຊາດ ເພື່ອເປັນແຫລ່ງເພາະພັນ ຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບການດຳລົງຊີວິດການເປັນຢູ່ປະຈຳວັນ ຂອງປະຊາຊົນບັນດາເຜົ່າ.
ປ້າຍທີ່ຕິດຕັ້ງສະແດງໃຫ້ຂອບເຂດ ແລະ ເນື້ອທີ່ວັງສະຫງວນປີ 2017 ແລະ ປັບປຸງໃໝ່ປີ 2019
ກົດລະບຽບ ສິ່ງທີ່ຫ້າມໃນວັງສະຫງວນ: 1. ຫ້າມຫາປາທຸກຮູບແບບໃນວັງສະຫງວນ. 2. ຫ້າມຖິ້ມສິ່ງເສດເຫຼືອ, ນ້ຳເປື້ອນ ຫຼື ສານເຄມີລົງໃນຂອບເຂດວັງສະຫງວນ. 3. ຫ້າມຕັດໄມ້ທຳລາຍປ່າໃນວັງສະຫງວນ.
ສົ່ງເສີມການປູກກ້ວຍທະນີ (ໝາກກ້ວຍນ້ຳ) ໃນແຂວງຊຽງຂວາງ
ກ້ວຍທະນີ (ກ້ວຍນ້ຳ) ແມ່ນໝາກໄມ້ຊະນິດໜຶ່ງທີ່ມີການປູກຫຼາຍຢູ່ໃນທ້ອງຖິ່ນປະເທດລາວ ແຕ່ເໜືອເຖິງໃຕ້ ແລະ ນິຍົມບໍລິໂພກກັນຫຼາຍ, ເນື່ອງຈາກວ່າກ້ວຍທະນີ ເປັນໝາກກ້ວຍທີ່ບໍລິໂພກງ່າຍ ແລະ ມີວິຕາມິນສູງຕໍ່ຮ່າງກາຍຊ່ວຍລະບາຍງ່າຍ ບໍ່ວ່າເດັກນ້ອຍ ຫຼື ຄົົນສູງອາຍຸກໍສາມາດບໍລິໂພກໄດ້ເພື່ອເປັນຂອງຫວານຫຼັງຮັບປະທານອາຫານ
ຊາພູສັນໃນແຂວງຊຽງຂວາງ
ຊາ ມີຄວາມສຳຄັນຫຼາຍດ້ານຕໍ່ຮ່າງກາຍ, ການດື່ມຊາຈະຊ່ວຍໃນການດູດຊຶມເຮັດໃຫ້ມີຄວາມສະຫງົບ, ມີສະຕິ, ປັບປຸງຄວາມຊົງຈຳ, ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ ແລະ ຊ່ວຍໃນການຍ່ອຍອາຫານ ແລະ ເປັນພືດສ້າງລາຍຮັບທີ່ດີໃຫ້ແກ່ປະຊາຊົນ
ການອະນຸລັກປ່າເຫັດທຳມະຊາດ ໃນແຂວງຊຽງຂວາງ
ເຫັດທຳມະຊາດແມ່ນ ຜະລິດຕະພັນເຄື່ອງປ່າຂອງດົງຈາກທຳມະຊາດ ມີສັບພະຄຸນບຳລຸງສຸຂະພາບ, ເປັນຢາອາຍຸວັດທະນະ ແລະ ເປັນອາຫານມີໂພຊະການຈາກທຳມະຊາດທີ່ ປະຊາຊົນໃນທ້ອງຖິ່ນຫາກິນໄດ້ງ່າຍຕາມລະດູການ, ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງຫຼວງຫຼາຍ ໃນແຕ່ລະປີໃນຊ່ວງເຫັດອອກ, ໂດຍສະເພາະແມ່ນເຫັດຫວາຍ ແລະ ເຫັດກໍ່ແດງທີ່ເປັນສີນຄ້າລາຄາສູງ ທີ່ມີການສົ່ງອອກຕ່າງປະເທດໃນແຕ່ລະປີເປັນຈຳນວນຫຼາຍໂຕນ.
ຫຼັກສູດທ້ອງຖິ່ນ ເລື່ອງ: ຄວາມຮູ້ ແລະຄວາມສໍາຄັນຂອງຊີວະນາໆພັນ. ສໍາລັບຊັ້ນປະຖົມສຶກສາ ປີທີ 4-5.
ຫຼັກສູດທ້ອງຖິ່ນສະບັບນີ້ໄດ້ຖືກສ້າງຂື້ນໂດຍການຮ່ວມມືຈາກຫຼາຍພາກສ່ວນເຊັ່ນ: ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ພູກູດ, ຄູສອນ ແລະ ຊຸມຊົນຢູ່ໃນກຸ່ມບ້ານເປົ້າໝາຍຂອງເມືອງພູກູດ, ໂດຍໄດ້ຮັບການ ສະໜັບສະໜູນຈາກໂຄງການພັດທະນາລະບົບການຜະຫຼິດແບບນິເວດກະສິກຳ ຢູ່ເຂດ ພູດອຍພາກເໜືອຂອງ ສ.ປ.ປ ລາວ (TABI)
ຄູ່ມືການຈັດກິດຈະກໍາ ສຶກສາຜົນກະທົບຈາກສານເຄມີ. ສໍາລັບຊັ້ນມັດທະຍົມສາມັນສຶກສາ ມ1-ມ3.
ໂດຍປະຕິບັດຕາມແຜນງານປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງໃນການ ສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ສົ່ງເສີມໃຫ້ທ້ອງຖິ່ນໄດ້ນໍາໃຊ້ ຄວາມໃນດ້ານທັກສະຊີວິດເພື່ອຈັດກິດຈະກຳການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງ ຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ
ປ້າຍທີ່ຕິດຕັ້ງທີ່ ສູນພັດທະນາກະສິກຳຄັງເພາະ ເມືອງຄູນ ແຂວງຊຽງຂວາງ
ປ້າຍທີ່ຕິດຕັ້ງທີ່ ສູນພັດທະນາກະສິກຳຄັງເພາະ ເມືອງຄູນ, ແຂວງຊຽງຂວາງ
ຜະລິດຕະພັນນ້ຳເຜິ້ງທຳມະຊາດ ແຂວງຊຽງຂວາງ
ປ້າຍບອກຈຸດທີ່ ບ້ານລາດຢາຍ ແລະ ສູນຮຽນຮູ້ການປຸງແຕ່ງນ ໍ້າເຜິ້ງ ຂອງແຂວງຊຽງຂວາງ
ປ້າຍທີ່ຕິດຕັ້ງທີ່ຫ້ອງວ່າການປົກຄອງເມືອງແປກ ແລະ ທາງເຂົ້າສວນຊາພູສັນ
ຊາພູສັນ ກຳເນີດຢູ່ໃນປ່າດົງທີ່ມີຄວາມອຸດົມສົມບູນໄປ ດ້ວຍຊີວະນາໆພັນທ ຳມະຊາດ, ມີຄວາມສູງຈາກໜ້າ ນ້ຳທະເລສະເລ່ຍ 1,800 ແມັດ, ມີລົດຊາດກິ່ນຫອມທີ່ ຖືກໃຈຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ.