ຄູ່ມືການປູກຜັກກາດຊອມ

ຄູ່ມືການປູກຜັກກາດຊອມໄດ້ຂຽນຂຶ້ນບົນພື້ນຖານຄວາມຮູ້ ຄວາມສາມາດ ແລະ ປະສົບການຂອງ ທີມງານຜູ້ຂຽນເອງ, ທີ່ໄດ້ສັງລວມບົດຮຽນຂຶ້ນເພື່ອເປັນແນວທາງ ໃຫ້ກັບຜູ້ສົນໃຈໃນການປູກຜັກກາດຊອມ ເພື່ອເປັນແນວທາງໃນການອ້າງອີງ ແລະ ນໍາໄປຜັນຂະຫຍາຍເພື່ອໃຫ້ເກີດດອກອອກຜົນ; ເນື້ອໃນບົດນີ້ໄດ້ຂຽນ ຂຶ້ນ ໂດຍລວມເອົາວິທີການປູກ, ການດູແລຮັກສາຈົນເຖິງຂັ້ນຕອນການເກັບກ່ຽວ ແລະ ຫໍ່ຫຸ້ມ, ເຖິງຢ່າງໃດກໍດີ ເນື້ອໃນຂອງບົດຍັງມີເນື້ອໃນທີ່ເປັນລັກສະນະກວມລວມ, ຍັງບໍ່ໄດ້ເຈາະຈົງເຖິງເຕັກນິກການປູກວິທີໃດວິທີໜຶ່ງ, ນັ້ນກໍເພາະວ່າ ຜູ້ຂຽນຍັງເປີດໂອກາດ ແລະ ແນວທາງໃຫ້ຜູ້ສົນໃຈສາມາດນໍາໄປໃຊ້ ແລະ ສາມາດປະຍຸກໃຫ້ເຂົ້າ ກັບເງື່ອນໄຂຕົວຈິງ ໃນເມື່ອປະຕິບັດຕົວຈິງ

ການກ້າ ແລະ ການປູກຫວາຍ

ຕົນຫວາຍໂຕ່ນ ເປັນຫວາຍຊະນິດໜຶ່ງ, ຫວາຍຊະນີດມີລຳຕົ້ນທີ່ສາມາດຍາວຮອດ 35 ແມັດ ແລະ ມີເສັ້ນຜ່າສູນກາງ 0.5–1.5 ຊມ. ລຳຕົ້ນຖືກປົກຄຸມດ້ວຍກາບທີມີສີຂຽວອອ່ນ, ໃບຍາວ 1–1.5 ແມັດ, ແລະ ໝາກຫວາຍຈະມີຂະໜາດນ້ອຍ ປະມານ 0.8 ຊມ. ໜໍ່ອ່ອນຖືກ ນຳມາປຸງແຕ່ງເປັນອາຫານນິຍົມໃນລາວ, ໃນຂະນະທີລຳຕົນຖືກນຳໃຊ້ຢາງກວ້າງຂວາງສຳລັບການເຮັດກະຕ່າ, ເຟີນີເຈີ, ໃຊ້ເປັນຕອກມັດ, ແລະ ສານເສື່ອ. ຊະນິດນີ້ມີຖິ່ນກຳເນີດຢູໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ລວມທັງປະເທດລາວ ແລະ ເກີດຕາມພື້ນທີປ່າໄມ້ຫຼາຍ ປະເພດ. ເປັນພືດທີມີຄວາມສ່ຽງໜ້ອຍທີສຸດ ໃນສະຖານະພາບການອະນູຮັກຂອງ IUCN ແລະ ບໍ່ຖືວ່າເປັນພືດທີຮຸກຮານ

ເຫັດເຜາະ

ການເກັບກູ້ແບບຢືນຍົງ ແລະ ການຈັດການອາຫານປ່າ ແລະ ສັດນ້ຳ: ເຫັດເຜາະ

ເຕັກນິກການຂະຫຍາຍພັນ ແລະ ການປູກໄມ້ຂົມ

ໄມ້ຂົມ ເປັນໄມ້ໄຜ່ທີມີລຳຕົ້ນຊື່, ສູງ 8-12 ມ ແລະ ກວ້າງ 3-5 ຊມ. ລຳຕົນອ່ອນມີກາບແຂງ, ຫູກາບໃບ (auricles) ມັກຈະໂຄ້ງງໍໄປທາງດ້ານຫລັງ ແລະ ມີຂົນສີນໍ້າຕານເຂັ້ມທີຈະຫຼຸດດອອກໃນທີສຸດ. ໄມ້ໄຜ່ຊະນິດນີຖືກນຳໃຊ້ສຳລັບການກໍ່ສ້າງ, ເຄືອງເຟີນີເຈີ, ແລະ ເຄື່ອງຫັດຖະກຳ, ໜໍ່ອ່ອນສາມາດກິນໄດ້. ນອກຈາກນີຍັງຊ່ວຍຮັກສາສະຖຽນລະພາບຂອງດິນ ແລະ ເພີມຄວາມຫຼາກຫຼາຍທາງຊີວະພາບຂອງປາໄມ້. ໄມ້ຂົມມີຖິນກຳເນີດຢູໃນອາຊີ ແລະ ມັກພົບເຫັນຕາມປ່າ ແລະ ສວນຄົວຫຼັງບ້ານ. ປັດຈຸບັນມັນບໍ່ມີຄວາມສ່ຽງຕາມການອານຸຮັກຂອງ IUCN.

ການລຽງປາປະສົມປະສານຮ່ວມກັບການລ້ຽງສັດປີ (ເປັດ-ໄກ່)

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກ ການລ້ຽງປາແບບປະສົມປະສານຮ່ວມກັບ ການລ້ຽງສັດປີກ (ເປັດ ແລະ ໄກ່) ຢູ່ໃນບ້ານເປົ້າໝາຍ ໂຄງການກະສິກຳ ເພື່ອໂພຊະນາການ ໄລຍະ 2. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໄລຍະ 2 ໂດຍມີ ການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ປັບປຸງໃຫ້ແທດເໝາະໃນ ແລະ ພະນັກງານປະສານຂອງ ໂຄງການ NAFRI ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.

ການຜະລິດລູກປານິນໃນກະຊັງ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວກັບເຕັກນິກການຜະລິດລູກປານິນໃນກະຊັງ ຢູ່ໃນບ້ານເປົ້າໝາຍໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການກະສິກຳເພື່ອ ໂພຊະນາການ ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.