ບົດເລື່ອງການປ່ຽນແປງທີ່ສຳຄັນທີ່ສຸດ

ການປ່ຽນແປງທີ່ສຳຄັນທີ່ສຸດ ແມ່ນວິທີການຄົ້ນຄວ້າທີ່ມີຄຸນນະພາບ ຊຶ່ງກ່ຽວຂ້ອງກັບໂຄງການໃນການຕັດສິນໃຈວ່າ ການປ່ຽນແປງໃດທີ່ມີຄຸນຄ່າ ຄວນບັນທຶກເອົາເປັນ “ບົດເລື່ອງ”. ບົດເລື່ອງ MSC ແມ່ນມີຄວາມໝາຍເພື່ອເປັນຕົວຢ່າງ, ບໍ່ແມ່ນຈຳນວນປະລິມານຜົນໄດ້ຮັບ ແລະ ຜົນກະທົບ. ບົດເລື່ອງເຫຼົ່ານີ້ ຊ່ວຍໃຫ້ ຍົກໃຫ້ເຫັນຊີວິດການເປັນຢູ່ ຈຳນວນປະລິມານຂໍ້ມູນ ແລະ ຊ່ວຍບໍລິຫານໂຄງການ ແລະ ຜູ້ໃຫ້ທຶນ ໂຄງການຕາບີເຂົ້າໃຈວ່າ ຜົນຂອງການປ່ຽນແປງ ທີ່ມາຈາກ ຂະບວນ P-FALUPAM ແມ່ນເຫັນໄດ້ປະຈັກຕາຈາກຂອງພາກສ່ວນກ່ຽວຂ້ອງໃນລະດັບທ້ອງຖິ່ນ ແລະ ຊຸມຊົນ

ກິດຈະກໍາບູລິມະສິດເພີ່ມຕື່ມທີ່ ຂອງແຂວງຊຽງຂວາງ

• ຢາພື້ນເມືອງ: ຍັງຈໍາເປັນຕ້ອງໄດ້ເຮັດສະໜັບສະໜູນເຮັດການອະນຸລັກແຫລ່ງທີ່ເກີດພືດເປັນຢາ, ສ້າງລະບຽບການຄຸ້ມຄອງ, ການເກັບກູ້, ການປຸງແຕ່ງ ແລະ ການຕະຫລາດທີ່ເປັນເອກະພາບໃຫ້ແກ່ຊຸມຊົນ. • ການລ້ຽງປາໃນນາເຂົ້າ: ເປັນວິທີການປະຕິບັດກັນມາແຕ່ບູຮານນະການແລ້ວ ຢູ່ໃນ ອາຊີ ແລະ ສາມາດເຮັດໄດ້ຮ່ວມກັບວຽກຄຸ້ມຄອງສັດຕູພືດແບບປະສົມປະສານ (IPM) ຢູ່ໃນນາເຂົ້າ. • ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບການສະໜັບສະໜູນດ້ານການອະນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ.> • ເຫັດ: ເຫັດປ່າແມ່ນມີຄວາມອຸດົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ. • ວັງສະຫງວນ: ຂະຫຍາຍຂອບເຂດວັງສະຫງວນອອກ ໃຫ້ກວມເອົາແຄມຕາຝັ່ງທີ່ຢູ່ຕິດກັບວັງສະຫງວນ ແລະໃຫ້ຕິດພັນກັບການທ່ອງທ່ຽວ. • ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. • ການລ້ຽງໄກ່ພື້ນເມືອງ: ໄກ່ພື້ນເມືອງເປັນທີ່ນິຍົມກັນຫລາຍ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຫລາຍຂຶ້ນໂດຍການນໍາໃຊ້ວິທີການຄຸ້ມຄອງຈັດການທີ່ດີ.

ບົດສະເໜີໂຄງການຫຍໍ້ການຜະລິດເຂົົ້າໄກ່ນ້ອຍອິນຊີເປັນສິນຄ້າ

ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າໜຽວພື້ນເມືອງ ທີ່ເໝາະສົມສະເພາະປູກຢູ່ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ເຂົ້າໄກ່ນ້ອຍ ມີຄຸນລັກສະນະທີ່ເປັນເອກະລັກຫຼາຍຢ່າງ ທີ່ບໍ່ຄືກັບແນວພັນເຂົ້າຊະນິດອື່ນທັງຫລາຍ ຄື: (1) ມີລົດຊາດ ແລະ ກິ່ນຫອມດີ, (2) ອັດຕາສະມັດຕະພາບໄດ້ຮັບຈາກການສີໄດ້ເຂົ້າສານສູງເຖິງ 80% ຖ້າປຽບທຽບໃສ່ເຂົ້າໜຽວຊະນິດພັນອື່ນ ໄດ້ແຕ່ 70%, (3) ມີຄວາມໄວຕໍ່ແສງແດດ, ເຕີບໂຕຊ້າ ແຕ່ແຂງແຮງດີ, (4) ສະມັດຕະພາບການຜະລິດໄດ້ 3-4 ໂຕນ/ຮຕ ໂດຍມີປັດໃຈຂາເຂົ້າຕໍ່າ, (5) ປູກໃນນານໍ້າຝົນຢູ່ພື້ນທີ່ສູງ ຫຼາຍກວ່າ 800 ແມັດເທິງລະດັບໜ້ານໍ້າທະເລ, ແລະ (6) ເຊື້ອພັນມີທັງໝົດເຈັດຊະນິດ ທີ່ມີຄວາມຕ່າງກັນດ້ານສີ ຂອງເປືອກເມັດເຂົ້າ ແລະ ຄຸນລັກສະນະອື່ນໆ. ເຂົ້າໄກ່ນ້ອຍເຫຼືອງ ເປັນຊະນິດພັນທີ່ນິຍົມປູກຫຼາຍກ່ວາໝູ່ ເພາະວ່່າ ໄດ້ຮັບຜົນນຜະລິດທີ່ຫລາຍກ່ວາໝູ່.

ບົດສະເໜີໂຄງການຫຍໍ້ການສ້າງຕັ້ງສະມາຄົມຜູ້ຜະລີດນໍ້າເຜິ້ງປ່າ

ຢູ່ ແຂວງຊຽງຂວາງ “ນໍ້າເຜິ້ງປ່າ” ແມ່ນໄດ້ມາຈາກ ເຜິ້ງຊະນິດພັນ Apis cerana, ຊຶ່ງເປັນນໍ້າເຜິ້ງສົດຈາກທໍາມະຊາດແທ້ໆ ທີ່ໄດ້ເກັບເອົາແບບປະເພນີມາຈາກປ່າໄມ້ໂດຍກົງ ແລະ ຈາກການລ້ຽງຢູ່ໃນໂກນໄມ້ ຫລື ແກັດໄມ້. ບັນດາຝຸງເຜິ້ງດັ່ງກ່າວ ແມ່ນໄປຊອກຫາເກັບນໍ້າຫວານ ແລະ ລະອອງເກສອນດອກໄມ້ ຢູ່ຕາມປ່າໄມ້ທໍາມະຊາດ ຫລື ຕາມສວນໄມ້ໃຫ້ໝາກອິນຊີທີ່ປອດສານພິດ  ເພາະສະນັ້ນ ນໍ້າເຜິ້ງປ່ານີ້ ຈຶ່ງມີຜົນປະໂຫຍດດີຫລາຍຕໍ່ສຸກຂະພາບ ແລະ ມີລົດຊາດຄຸນນະພາບທີ່ດີເລີດ.  ສໍາຄັນອີກອັນໜຶ່ງຄື ເຜິ້ງ ຍັງຊ່ວຍໃນການປະສົມເກສອນດອກໄມ້ ເຮັດໃຫ້ໝາກມີຫລາຍຂຶ້ນຕື່ມ ຕາມການສຶກສາເຫັນວ່າໄດ້ມີຊະນິດພັນພືດຫລາຍກ່ວາ 30% ທີ່ພົວພັນກັບການປະສົມເກສອນຈາກເຜິ້ງໂດຍກົງ.

ບົດສະເໜີໂຄງການຫຍໍ້ ການຜະລິດໜໍ່ໄມ້ປຸງແຕ່ງ ແລະ ຜະລີດຕະພັນໄມ້ປ່ອງແປຮູບ (ໜໍ່ຫລອຍ ແລະ ໜໍ່ໄລ່).

ໄມ້ປ່ອງເປັນຊັບພະຍາກອນຊີວະນາໆພັນທີ່ສໍາຄັນ ແລະ ຍັງຖືເອົາເປັນເຄື່ອງປາຂອງດົງທີ່ສໍາຄັນຫລາຍຕໍ່ກັບເສດຖະກິດ ຂອງ ສປປ ລາວ. ມັນມີຄວາມຈໍາເປັນຕໍ່ການດໍາລົງດ້ານວັດທະນະທໍາ ສັງຄົມ ເສດຖະກິດ ແລະ ຊີວິດການເປັນຢູ່ຂອງຊຸມຊົນໃນຊົນນະບົດ (ເປັນລາຍຮັບເປັນເງິນສົດ, ເປັນການຄໍ້າປະກັນດ້ານອາຫານ ແລະ ເປັນເຄື່ອງມືເຄື່ອງໃຊ້ຕ່າງໆ) ລວມທັງມີຄວາມສໍາຄັນຕໍ່ສັງຄົມ ແລະ ວັດທະນະທໍາອີກດ້ວຍ. ໄມ້ປ່ອງ ຍັງມີບົດບາດສໍາຄັນດ້ານສິ່ງແວດລ້ອມ ຊຶ່ງລວມມີ ການຫລຸດຜ່ອນການເຊາະເຈື່ອນຂອງດິນ, ເປັນທີ່ຢູ່ອາໃສຂອງຊີວະນາໆພັນສັດ ແລະ ພືດຕ່າງໆ ແລະ ປະກອບສ່ວນເຂົ້າໃນການເກັບກັກທາດກາກບອນ ແລະ ຊ່ວຍເຂົ້າໃນການປ້ອງກັນການປ່ຽນແປງຂອງສະພາບພູມີອາກາດນໍາອີກດ້ວຍ. ເນື້ອທີ່ປ່າໄມ້ປ່ອງໜຶ່ງເຮັກຕາ ຈະສາມາດເກັບກັກທາດກາກບອນໄດ້ເຖິງ 5 ໂຕນຕໍ່ໜຶ່ງປີ. ຢູ່ໃນ ສປປລ ມີເນື້ອທີ່ປ່າໄມ້ປ່ອງຫລາຍກ່ວາ 6,000 ເຮັກຕາ ແລະ ມີປະເພດໄມ້ປ່ອງທັງໝົດຫລາຍກ່ວາ 50 ຊະນິດພັນ. ໄມ້ປ່ອງເປັນ ໄມ້ຢືນຕົ້ນທີ່ເກີດຂຶ້ນເອງໃໝ່ດ້ວຍໜໍ່ເປັນແຕ່ລະປີ ຈຶ່ງເປປັນການສ້າງທາງເລືອກທີ່ມີຄຸນຄ່າສູງຢູ່ພາຍໃນລະບົບການຜະລິດໃນເຂດພູດອຍ. ຕົ້ນໄມ້ປ່ອງ ເປັນຊະນິດພັນໄມ້ທີ່ໃຫຍ່ໄວ ແລະ ສາມາດຈໍາແນກອອກໄປຕາມສອງກຸ່ມະລິດຕະພັນ ຄື: (1) ລໍາໄມ້ປ່ອງ ທີ່ໃຊ້ທົດແທນໄມ້ຈິງ; ແລະ (2) […]

ບົດສະເໜີໂຄງການຫຍໍ້ ການພັດທະນາຫລັກສູດທ້ອງຖິ່ນ ດ້ານຊີວະນາໆພັນກະສິກຳ

ຍ້ອນວ່າ ປະຊາຊົນພາຍໃນທ້ອງຖິ່ນຊົນນະບົດ ແມ່ນມີບໍລິມາດຄວາມຮູ້ພື້ນບ້ານອັນເປັນພູມປັນຍາທ້ອງຖິ່ນຢ່າງຫລວງຫລາຍ ທີ່ຍັງສືບຕໍ່ນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນຢູ່, ບັນດາຜູ້ຊ່ຽວຊານທ້ອງຖິ່ນນັ້ນ ແມ່ນມີບົດບາດສໍາຄັນຕໍ່ກັບການສຶກສາຮໍ່າຮຽນຂອງຊາວໜຸ່ມ ໂດຍເຮັດໃຫ້ບັນດາຊາວໜຸ່ມ ໄດ້ເຮັດກິດຈະກໍາຮຽນຮູ້ ກັບທໍາມະຊາດໃນຂົງເຂດບໍລິເວນອ້ອມແອ້ມໃກ້ຄຽງຕົນເອງ. ຄວາມຮູ້ ກ່ຽວກັບ ຊັບພະຍາກອນຊີວະນາໆພັນກະສິກໍາທ້ອງຖິ່ນ ເປັນພູມປັນຍາສືບທອດຈາກຄົນລຸ້ນເກົ່າສູ່ຄົນລຸ້ນໜຸ່ມ, ແຕ່ວ່າ ປະເພນີຜ່ານມາ ກ່ຽວກັບ ພູມປັນຍາທ້ອງຖິ່ນ ແມ່ນໄດ້ມີການເສື່ອມສູນຫາຍໄປຢ່າງໄວວາສົມຄວນ ຍ້ອນວ່າ ຊີວະນາໆພັນກະສິກໍາແມ່ນໄດ້ມີຈໍານວນຫລຸດລົງ ບວກກັບ ຄົນລ້ນໜຸ່ມມີລະດັບຄວາມສົນໃຈໜ້ອຍ ເພາະວ່າພວກເຂົາເຈົ້າມີຄວາມສົນໃຈຫລາຍກ່ວາ ໃນການຮໍ່າຮຽນຜ່ານສື່ ສັງຄົມ ແລະ ໃນງານຕ່າງໆ ຢູ່ນອກໂລກ. ສະນັ້ນ ເພື່ອເຮັດໃຫ້ພູມປັນຍາທ້ອງຖິ່ນບໍ່ໄດ້ຖືກສູນຫາຍໄປ, ຄວາມຮູ້ດ້ານຊີວະນາໆພັນກະສິກໍາ ຈຶ່ງໄດ້ຍົກຂຶ້ນມາຖືເອົາເປັນບູລິມະສິດໜຶ່ງຂອງທ້ອງຖິ່ນ.

ບົດສະເໜີໂຄງການຫຍໍ້ ການຜະລິດຟອຍກວາດຈາກແຂມ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງ ຊຸມຊົນໃນຊົນນະບົດ.

ໃນທົ່ວຂົງເຂດພາກເໜືອ ຂອງ ສປປລ, ການະລິດແຂມ ປປັນແຫລ່ງສ້າງລາຍຮັບໃຫ້ແກ່ຫລາຍຄອບຄົວ ແລະ ຍັງເປັນແຫລ່ງອາຫານໃຫ້ແກ່ສັດລ້ຽງອີກດ້ວຍ. ຕົ້ນດອກແຂມ ມີຊື່ ວິທະຍາສາດວ່າ “Thysanolaena maxima”, ເປັນພືດທໍາມະຊາດທີ່ເກີດຂຶ້ນເອງ, ບາງບ່ອນກໍໄດ້ມີການປູກຢູ່ຕາມພື້ນທີ່ໄຮ່ເຫລົ່າ ແລະ ຕາມແຄມທາງ. ນອກຈາກວຽກງານການຕັດດອກແຂມແລ້ວ ກໍຍັງຕ້ອງໄດ້ໃຊ້ແຮງງານໃນການເກັບກູ້ແຂມ ແລ້ວກໍເອົາໄປຕາກແດດ ແລະ ໄປຟາດເອົາເມັດດອກອອກໃຫ້ໝົດຈາກກ້ານດອກສ່ວນທີ່ຈະເອົາໄປເຮັດຟອຍກວາດຕໍ່ໄປ. ໄລຍະລະດູການເກັບກ່ຽວດອກແຂມແມ່ນຈະຢູ່ໃນລະຫວ່າງສີ່ເດືອນ ເລີ້ມແຕ່ ເດືອນທັນວາ ຫາ ເດືອນມິນາ ແຕ່ບາງປີກໍປ່ຽນແປງໄປຕາມເງື່ອນໄຂສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ. ຕົ້ນແຂມກໍຍັງໄດ້ຖືກປູກຂຶ້ນເປປັນພືດເສດຖະກິດ ໂດຍຊາວບ້ານບາງຄົນ ແລະ ມີການນໍາໃຊ້ປັດໃຈຂາເຂົ້າຊ່ວຍຈໍານວນໜ້ອຍທີ່ສຸດ. ໃນການປູກ ແມ່ນໃຊ້ເວລາໜ້ອຍກ່ວາປູກພືດສິນຄ້າອື່ນໆ. ຫລັງຈາກປູກແລ້ວກໍມີແຕ່ຕ້ອງໄດ້ເສຍຫຍ້າ ຫຼື ວັດຊະພືດອື່ນໆອອກ ແລະ ຕັດຕົ້ນແຂມໜຶ່ງຄັ້ງຕໍ່ປີ ຫລັງຈາກເກັບກ່ຽວ. ພ້ອມນັ້ນ, ການເກັບກ່ຽວແຂມຈາກສວນປູກ ແມ່ນງ່າຍກ່່ວາການເກັບກ່ຽວເອົາຈາກປ່າທໍາມະຊາດ ເພາະວ່າຜົນຜະລິດດອກແຂມຢູ່ໃນສວນປູກແມ່ນຈະມີຫລາຍກ່ວາຢູ່ໃນປ່າແບບຊະຊາຍ. ບັນດາຊາວກະສິກອນ ສາມາດປູກຕົ້ນແຂມດ້ວຍຮາກເຫງົ້າໃນປປີທີ່ 1 ແລະ ສາມາດເກັບກ່ຽວໄດ້ໃນປີທີ່ 3 ແລະ ປີຕໍ່ໆໄປຕະຫຼອດ, ຜົນຜະລິດ ຄາດວ່າໄດ້ 4 ຕ/ຮຕ […]

ບົດສະເໜີໂຄງການຫຍໍ້ ປາ ຈາກເຂດວັງສະຫງວນ

ການປະມົງຂະໜາດນ້ອຍມີຄວາມສໍາຄັນຫລາຍ ຢູ່ພາຍໃນເຂດພາກເໜືອ ຂອງ ສປປ ລາວ, ເພາະວ່າ ປະຊາຊົນບັນດາເຜົ່າໃນເຂດຊົນນະບົດ ຍັງພາກັນເພິ່ງພາອາໃສປາທໍາມະຊາດຈາກບັນດາສາຍຫ້ວຍຕ່າງໆ ເປັນຫລັກເຂົ້າໃນການດໍາລົງຊີວິດເປັນຕົ້ນຕໍຢູ່. ເຖິງແນວໃດກໍຕາມ, ນັບແຕ່ຫລາຍປີຜ່ານມາ, ແມ່ນໄໄດ້ມີຄວາມກົດດັນເພີ້ມຂຶ້ນຈາກການຫາປາຂອງມະນຸດ, ເພາະວ່າ ພົນລະເມືອງໃນເຂດຊົນນະບົດມີຈໍານວນເພີ້ມຂຶ້ນ ຈຶຶ່ງໄດ້ມີການຫາປາເປັນຈໍານວນຫລາຍຂຶ້ນເກີນຂອບເຂດ ເພື່ອເປັນອາຫານບໍລິໂພກພາຍໃນຄອບຄົວ ແລະ ຂາຍອອກເພື່ອເອົາເງິນ ໂດຍມີການນໍາໃຊ້ລະເບີດ (ໝາກຟ້າ), ຢາເບື່ອ ແລະ ໄຟຟ້າຊ໋ອດ. ພ້ອມນັ້ນ ກໍຍັງມີການຫາປາໃນລະດູປາວາງໄຂ່, ນໍ້າມີການປົນເປື້ອນມົນລະພິດຈາກການນໍາໃຊ້ຢາເຄມີຂ້າຫຍ້າ ແລະ ປາບສັດຕູພືດເຂົ້າໃນການປູກຝັງ, ຈາກການຂຸດຄົ້ນແຮ່ທາດ ແລະ ຈາກການບຸກລຸກທໍາລາຍແຫລ່ງທີ່ຢູ່ອາໃສຂອງສັດນໍ້າຕ່າງໆ ຊຶ່ງທັງໝົດເປັນເຫດໃຫ້ຈໍານວນປະຊາກອນປາຫລຸດລົງ ແລະ ບາງຊະນິດພັນກໍຖືກທໍາລາຍສູນຫາຍໄປປແລ້ວກໍມີ. ເພາະສະນັ້ນ, ຊາວບ້ານຕ່າງໆ ຈຶ່ງໄດ້ພາກັນສ້າງວັງສະຫງວນຂຶ້ນມາແບບປະເພນີ ແລະ ຍັງຈໍາກັດຢູ່ແຕ່ໃນບາງທ້ອງຖິ່ນເທົ່ານັ້ນ ເພື່ອໃຫ້ເປັນຊັບສົມບັດລວມຂອງບ້ານ ທີ່ມີການຄຸ້ມຄອງໂດຍຊຸມຊົນເອງ ຫລື ບາງບ່ອນກໍເຮັດເປັນສະຖານທີ່ວັງສັກສິດກໍມີ. ການພັດທະນາສ້າງວັງສະຫງວນ ບໍ່ແມ່ນມີົນດີແຕ່ ຕໍ່ກັບ ການອານຸລັກຊີວະນາໆພັນທາງນໍ້າພຽງຢ່າງດຽວເທົ່ານັ້ນ, ແຕ່ມັນຍັງເປັນການປັບປຸງການໂພຊະນາການຂອງຊາວບ້ານຫລາຍຄົນໃນເຂດຊົນນະບົດອີກດ້ວຍ, ແລະ ມັນຍັງເັນການບູລະນະຮັກສາຕາຝັ່ງນໍ້າ ຫລື ຊີວະນາໆພັນກະສິກໍາຕາມແຄມນໍ້າ, ລະບົບນິເວດ ແລະ ເຂດປ່າໄມ້ທີ່ເປັນແຫລ່ງນໍ້າທໍາມະຊາດ […]

ຊາພູສັນ ເມືອງແປກ ແຂວງຊຽງຂວາງ

ຊາມີຄວາມສໍາຄັນຫລາຍດ້ານຕໍ່ຮາ່ງກາຍ, ປະຊາຊົນໄດ້ ຮູ້ຈັກຊາ ມາຫຼາຍກວ່າພັນປີແລ້ວ. ຊາແມ່ນສ່ວນຫນຶ່ງທີ່ ເປັນວັດທະນະທາໍໃນບັນດາປະເທດຕ່າງໆ ເພາະມີຄຸນປະ ໂຫຍດໃນ ການປິ່ນປົວສຸຂະພາບຮ່າງກາຍໃຫ້ແຂງແຮງ ໂດຍສະເພາະແມ່ນເມື່ອເວລາດື່ມຊາຈະຊ່ວຍໃນການດູດ ຊຶມ ເຮັດໃຫ້ຈິດໃຈມີຄວາມສະຫງົບ, ມີສະຕິ ສາມາດ ປັບປງຸຄວາມຊົງຈໍາໃຫ້ດີຂຶ້ນ. ສາມາດຫຼຸດຜ່ອນຄວາມ ສ່ຽງຕໍ່ການເປັນພະຍາດຫົວໃຈ ແລະ ຊ່ວຍໃນການຍ່ອຍອາຫານ ແລະ ສາມາດຊ່ວຍລົດກິ່ນປາກ.

ວັງສະຫງວນ ເພື່ອການອະນຸລັກປາທໍາມະຊາດແຂວງຊຽງຂວາງ

ວັງສະຫງວນ ເປັນແຫລ່ງຜະລິດແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ,ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປາທໍາມະຊາດເພື່ອເປັນແຫລ່ງເພາະພັນຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບ ການດໍາລົງຊີວິດການເປັນຢູ່ປະຈໍາວັນ ຂອງປະຊາຊົນບັນດາເຜົ່າ