ສົ່ງເສີມການປູກກ້ວຍທານີກ້ວຍນ້ຳ ໃນແຂວງຫົວພັນ

ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນຍັງຕ້ອງໄດ້ພາກັນເຮັດກິດຈະກໍາການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມໂຄງການຕາບີໄດ້ເລີ່ມຕົ້ນສະໜັບສະໜູນ ໃນປີ 2014 ດ້ານເຕັກນິກວິຊາການ ການປູກກ້ວຍ, ແນວພັນ ແລະ ດ້ານວັດຖຸ ອຸປະກອນ ຢູ່ 2 ເມືອງ (ເມືອງສົບເບົາ, ເມືອງຊຽງຄໍ້) ຈຳນວນ 21 ຄອບຄົວ ມີເນື້ອທີ່ ປູກກ້ວຍ 9.7 ເຮັກຕາ ແລະ ສະໜອງແນວພັນ 3,630 ໜໍ່, ຊາວກະສິກອນໄດ້ສືບຕໍ່ ແລະ ຂະຫຍາຍການປູກ

ລັດທພດຳລັດຂອງປະທານປະເທດ ສປປ ລາວ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍສົດປ່າ (ສະບັບປັບປຸ່ງ)

-ອີງຕາມລັດທະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະປັບປັບປຸ່ງ ປີ 2015) ໝວດທີ່ VI ມາດຕາ 67 ຂໍ້ທີ່ 1; -ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ່ 92/ສພຊ, ລົງວັນທີ່ 17 ກໍລະກົດ 2023 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸ່ງ); -ອີງຕາມໜັງສືການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ່ 26/ຄປຈ, ລົງວັນທີ່ 15 ສິງຫາ 2023.

ຄູ່ມືພາກສະໜາມພັນພືດທີ່ມະຫັດສະຈັນທາງທຳມະຊາດຂອງພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ

ພູເບ້ຍ ເປັນພູທີ່ສູງສຸດຂອງ ສປປ ລາວ ໃນລະດັບຄວາມສູງ 2.820 ແມັດ, ມີທີ່ຕັ້ງໃນເມືອງອານຸວົງ, ແຂວງໄຊສົມບູນ, ເຊິ່ງປົກຄຸມດ້ວຍປ່າໄມ້ທີ່ມີຄຸນຄ່າທາງດ້ານເສດຖະກິດ ແລະ ຊີວະນາໆພັນທີ່ອຸດົມສົມບູນ ເປັນເອກະລັກ ແລະ ມະຫັດສະຈັນ, ນອກຈາກນັ້ນຍັງເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ ເຊັ່ນ: ໝີ, ເໝືອຍ, ເຍືອງ, ໝູປ່າ, ກວາງ, ຟານ, ທະນີ, ລີງ, ຂາແດງ ແລະ ອື່ນໆ. ພູເບ້ຍມີຄວາມເໝາະສົມໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດສ້າງກິດຈະກຳທ່ອງທ່ຽວໄດ້ຢ່າງຫຼາກຫຼາຍຮູບແບບ. ບໍລິສັດກຸ່ມຄຳໄພຊະນະ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາພູເບ້ຍ ໃຫ້ເປັນແຫຼ່ງທ່ອງທ່ຽວຕາມໂຄງການ “phubia paradise” ນັບແຕ່ປີ 2018 ເປັນຕົ້ນມາ.

ບັນຊີລາຍຊື່ພືດທີ່ມີທໍ່ລຳລຽງຂອງ ສປປ ລາວ (A Checklist of the Vascular Plants of Lao PDR version 1.0)

ປື້ມບັນຊີລາຍຊື່ພືດຂອງສປປລາວເຫຼັ້ມນີ້ໄດ້ລວບລວມລາຍຊື່ພືດຂອງລາວທີ່ໄດ້ ປັບປຸງ ແລະ ໄດ້ບັນທຶກໄວ້ໃນເວບໄຊດ໌ຂອງສວນພຶກສາສາດເອດິນເບີກ (https://padme.rbge.org.uk/laos/list) ເຖິງ 2021, ພ້ອມທັງມີການເພີ່ມບັນດາລາຍຊື່ຊະນິດພືດຂອງ ລາວ ທີ່ຜ່ານການພັນລະນາ ແລະ ຈັດພິມ ໂດຍນັກຄົ້ນຄວ້າຂອງນັກພຶກສາສາດຂອງລາວ ແລະ ຕ່າງປະເທດ ໄດ້ພິມອອກໃນວາລະສານທາງວິທະຍາສາດພາຍໃຕ້ການສະໜັບສະໜູນຂອງໂຄງ ການສ້າງຄວາມເຂັ້ມແຂງທາງດ້ານການຄົ້ນຄວ້າວິທະຍາສາດຂອງຄະນະວິທະຍາສາດທຳ ມະຊາດ, ມະຫາວິທະຍາໄລແຫ່ງຊາດ ທີ່ມີການພົວພັນກັບການອະນຸລັກຊີວະນາໆພັນ ແລະ ການປົກປັກຮັກສາສິ່ງແວດລ້ອມ (PICE / LAN 2).

ເປັນຫຍັງເຮົາຈຶ່ງຕ້ອງໃຫ້ດິນຖ່ານຕົມປຽກຊຸ່ມຢູ່ຕະຫຼອດເວລາ?

ດິນຖ່ານຕົມທີ່ປຽກຊຸ່ມສາມາດເກັບກັກທາດກາກບອນໄດ້ດີ ເຊິ່ງຊ່ວຍຫຼຸດຜ່ອນຜົນກະທົບທີ່ເຮັດໃຫ້ເກີດພາວະໂລກຮ້ອນ ແລະ ຫຼຸດຜ່ອນອັດຕາການເກີດໄພພິບັດ ຈາກສະພາບດິນຟ້າອາກາດ.

ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?

ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ.

ດິນຖ່ານຕົມແມ່ນຫຍັງ?

ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.

ເປັນຫຍັງໄຟໄໝ້ທີ່ເກີດຈາກດິນຖ່ານຕົມຈຶ່ງດັບຍາກ?

ດິນຖ່ານຕົມປະກອບມີທາດກາກບອນສູງ ແລະ ລັກສະນະໂຄງສ້າງຜຸພຸນໂດຍທຳມະຊາດ. ດັ່ງນັ້ນ, ໃນສະພາວະທີ່ແຫ້ງ, ເຂດບໍລິເວນດິນຖ່ານຕົມ ມີຄວາມສ່ຽງສູງໃນການເກີດໄຟໄໝ້, ແລະ ສົ່ງຜົນໃຫ້ມີຄວາມເປັນໄປໄດ້ຍາກໃນການດັບໄຟ ໂດຍປາສະຈາກການ ກຳເນີດແຫຼ່ງນໍ້າບາດານຂຶ້ນມາໃໝ່

ເປັນຫຍັງການຄຸ້ມຄອງດິນຖ່ານຕົມແບບຍືນຍົງຈຶ່ງມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຊຸມຊົນ?

ດິນຖ່ານຕົມມີຜົນປະໂຫຍດຫຼາກຫຼາຍຕໍ່ການດຳລົງຊີວິດ ແລະ ສະໜອງລາຍຮັບທີ່ຍືນຍົງ. ຖ້າຫາກດິນຖ່ານຕົມຊຸດໂຊມລົງ, ຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນ