ບົດສະເໜີໂຄງການຫຍໍ້ການຜະລິດເຂົົ້າໄກ່ນ້ອຍອິນຊີເປັນສິນຄ້າ

ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າໜຽວພື້ນເມືອງ ທີ່ເໝາະສົມສະເພາະປູກຢູ່ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ເຂົ້າໄກ່ນ້ອຍ ມີຄຸນລັກສະນະທີ່ເປັນເອກະລັກຫຼາຍຢ່າງ ທີ່ບໍ່ຄືກັບແນວພັນເຂົ້າຊະນິດອື່ນທັງຫລາຍ ຄື: (1) ມີລົດຊາດ ແລະ ກິ່ນຫອມດີ, (2) ອັດຕາສະມັດຕະພາບໄດ້ຮັບຈາກການສີໄດ້ເຂົ້າສານສູງເຖິງ 80% ຖ້າປຽບທຽບໃສ່ເຂົ້າໜຽວຊະນິດພັນອື່ນ ໄດ້ແຕ່ 70%, (3) ມີຄວາມໄວຕໍ່ແສງແດດ, ເຕີບໂຕຊ້າ ແຕ່ແຂງແຮງດີ, (4) ສະມັດຕະພາບການຜະລິດໄດ້ 3-4 ໂຕນ/ຮຕ ໂດຍມີປັດໃຈຂາເຂົ້າຕໍ່າ, (5) ປູກໃນນານໍ້າຝົນຢູ່ພື້ນທີ່ສູງ ຫຼາຍກວ່າ 800 ແມັດເທິງລະດັບໜ້ານໍ້າທະເລ, ແລະ (6) ເຊື້ອພັນມີທັງໝົດເຈັດຊະນິດ ທີ່ມີຄວາມຕ່າງກັນດ້ານສີ ຂອງເປືອກເມັດເຂົ້າ ແລະ ຄຸນລັກສະນະອື່ນໆ. ເຂົ້າໄກ່ນ້ອຍເຫຼືອງ ເປັນຊະນິດພັນທີ່ນິຍົມປູກຫຼາຍກ່ວາໝູ່ ເພາະວ່່າ ໄດ້ຮັບຜົນນຜະລິດທີ່ຫລາຍກ່ວາໝູ່.

ການປ້ອງກັນໄຟໄໝ້ລາມປ່າ

ມີເປົ້າຫມາຍໃນການປູກຈິດສຳນຶກ ແລະ ສົ່ງເສີມຊາວບ້ານຄອບຄຸມໄຟໄໝ້ລາມປ່າ ໂດຍຕິດພັນກັບ ການນຳໃຊ້ຮອບວຽນຕາມການຈັດສັນທີ່ດິນກະສິກຳ ແລະ ປ່າໄມ້ ຂອງບ້ານ ລວມມີ 4 ບ້ານເປົ້າໝາຍຈຳນວນ 224 ຄອບຄົວ ພົນລະເມືອງທັງໝົດມີ 896 ຄົນ, ຍິງ 531 ຄົນ, ຢູ່ເມືອງວຽງໄຊ ໃນໄລຍະ 2 ປີ, ຫຼັງຈາກນັ້ນ ປະຊາຊົນຍັງສືບຕໍ່ປະຕິບັດຈົນເຖິງປະຈຸບັນ.

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກຳໃນແຂວງຫົວພັນ

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໄດ້ຖືກຮັບຮອງເອົາ ໂດຍ ກະຊວງສຶກສາທິການ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ, ຈົນສາມາດຂະຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫລັກສູດນີ້ເກີດຂຶ້ນເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈ ຂອງ ຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.

ການລ້ຽງເຜິ້ງໂກນ ໃນແຂວງຫົວພັນ

ຈະສາມາດບັນລຸກາຍເປັນທ່າແຮງທີ່ສຳຄັນ ສໍາລັບ ນໍ້າເຜິ້ງຂອງລາວໄດ້ ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີການຂະຫຍາຍການລ້ຽງເຜິ້ງ ທຳມະຊາດຕິດພັນກັບການຜະລິດໂຄງການຕາບີໄດ້ເລີ່ມຕົ້ນ ສະໜັບສະໜູນ ດ້ານເຕັກນິກວິຊາການການລ້ຽງເຜິ້ງ ໃນປີ 2012 ຈຳນວນ 6 ບ້ານ ໃນເມືອງວຽງໄຊ ມີສະມາຊິກ ຈຳນວນ 32 ຄອບຄົວລ້ຽງເຜິ້ງຈຳນວນ 42 ແກັດ/ໂກນ, ປະຈຸບັນຊາວກະສິກອນກໍ່ຍັງສືບຕໍ່ ແລະ ຂະຫຍາຍການລ້ຽງເຜິ້ງ.

ແຂມ (ຟອຍກວາດ) ໃນແຂວງຫົວພັນ

ແຂມ ເປັນເຄື່ອງປ່າຂອງດົງທີ່ສໍາຄັນຊະນິດໜຶ່ງໃນ ປະເທດລາວ ຖ້າເບິ່ງໃນແງ່ຂອງຍອດຂາຍປະຈໍາແຕ່ລະປີ. ຕະຫລາດແຂມໃຫຍ່ ຂອງ ລາວ ແມ່ນຢູ່ ປະເທດຫວຽດນາມ, ໄທ ແລະ ຈີນ ຊຶ່ງສ່ວນຫລາຍແລ້ວແມ່ນຂາຍອອກເປັນວັດຖຸດິບ ແທນທີ່ຈະເປັນຜະລິດຕະພັນຟອຍກວາດສໍາເລັດຮູບ. ການຜະລິດຟອຍກວາດສໍາເລັດຮູບ ເປັນສິ່ງສໍາຄັນ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍໂຕຂຶ້ນ.

ໜໍ່ຫຼອຍ ແຂວງຫົວພັນ

ໜໍ່ຫລອຍ ແມ່ນຈັດຢູ່ໃນຕະກຸນໄມ້ປ່ອງ ທີ່ພົບເຫັນແບບກະແຈກກະຈາຍຢູ່ຕາມພື້ນທີ່ຕ່າງໆ ໃນແຂວງທາງພາກເໜືອ. ປະຊາຊົນທ້ອງຖິ່ນຮູ້ຈັກດີໃນລົດຊາດທີ່ເປັນເອກະລັກ, ຄົນພາຍໃນເທດສະບານແຂວງ ແລະ ນະຄອນຫລວງວຽງຈັນ ເລີ່ມມີຄວາມນິຍົມກັນບໍລິໂພກໜໍ່ຫລອຍຫລາຍຂຶ້ນ. ໜໍ່ຫລອຍມີເນື້ອບາງ ແລະ ທາງໃນມັນໂກນ ທີ່ແປກບໍ່ຄືກັບ ໜໍ່ໄມ້ຊະນິດອື່ນໆ, ລໍາຂອງມັນຍັງໄດ້ນໍາເອົາໄປເຮັດທໍ່ດູດນໍ້າດື່ມປ່ຽນແທນທໍ່ດູດຢາງຢູ່ ໃນຮ້ານອາຫານໃຫຍ່ໆແລ້ວ. ໜໍ່ຫລອຍເກີດຫລາຍຢູ່ຕາມທໍາມະຊາດ ແລະ ກໍ່ມີການສົ່ງເສີມໃຫ້ມີການປູກຂະຫຍາຍເພື່ອເປັນສິນຄ້າ.

ໝາກກ້ຽງພື້ນເມືອງໃນແຂວງຫົວພັນ

ໝາກກ້ຽງພື້ນເມືອງຢູ່ແຂວງຫົວພັນ ເອີ້ນວ່າ ໝາກແປ້ນ ແລະ ໝາກຈອມແມ່ນມີຄວາມຕ້ອງການສູງ ຍ້ອນວ່າມັນເປັນທີ່ນິຍົມຊົມຊອບຂອງຜູ້ບໍລິໂພກທັງຫຼາຍເພາະວ່າມັນມີລົດຊາດສົ້ມຫວານປົນກັນ. ມີໂອກາດໃນການຜັນຂະຫຍາຍຜົນປະໂຫຍດເພື່ອຕອບສະໜອງຄວາມຕອ້ງການດັງກາ່ວ ໂດຍການແນະນຳວິທີການປູໃຫ້ມີຄຸນນະພາບສູງຂື້ນ, ປັບປຸງການຄຸ້ມຄອງບົວລະບັດຮັກສາ, ສຸ່ມໃສ່ພັດທະນາທາງດ້ານການຕະຫຼາດ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວສວນປູກໝາກກ້ຽງ.

ເຂົ້າໄກ່ນ້ອຍໃນແຂວງຫົວພັນ

ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າພື້ນເມືອງມີທັງໝົດ 6 ສາຍພັນເໝາະສົມກັບສະພາບແວດລ້ອມຂອງແຂວງຫົວພັນ. ເຂົ້າໄກ່ນ້ອຍເປັນທີ່ຮູ້ຈັກດີຍ້ອນມີລົດຊາດ ແລະ ກິ່ນຫອມສະເພາະຕົວຂອງມັນ ແລະ ຄວາມຕ້ອງການເຂົ້າໄກ່ນ້ອຍນັບມື້ນັບເພີ່ມຂຶ້ນ. ເປັນພືດທີ່ຜະລິດເປັນສິນຄ້າບູລິມະສິດໜຶ່ງຂອງແຂວງຫົວພັນ.