ການຜະລິດແນວພັນກະເພົາ

ຂັ້ນຕອນການຜະລິດແນວພັນຜັກກະເພົົາ: 1. ການກ້າເບ້ຍ 2. ການກຽມໜານ ແລະ ດິນ 3. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 4. ຂັ້ນຕອນການເກັບແກ່ນພັນ ແລະ ເກັບຮັກສາ

ການຜະລິດແນວພັນຜັກບົວລະພາ

ຂັ້ນຕອນການຜະລິດແນວພັນບົວລະພາ: 1. ການກ້າເບ້ຍ 2.ການກຽມໜານ ແລະ ດິນ 3. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 4. ຂັ້ນຕອນການເກັບແນວພັນ ແລະ ເກັບຮັກສາ

ການຜະລິດແນວພັນຜັກຄະນາ

ຂັ້ນຕອນການຜະລິດແນວພັນຜັກຂະນາ: 1. ການກ້າເບ້ຍ 2. ການກຽມດິນ ແລະ ໜານ 3. ກາປູກລົງໜານ 4. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 5. ຂັ້ນຕອນການເກັບ ແລະ ການຮັກສາແກ່ນພັນ

ການຜະລິດແນວພັນຜັກຫອມຊີ

ຂັ້ນຕອນການພະລິດແນວພັນຜັກຊີ: 1. ການກຽມໜານ ແລະ ການປູກ 2. ການເບິ່ງແຍງຮັກສາ, ການໃຫ້ນ້ຳ ແລະ ສານອາາຫນ 3. ຂັ້ນຕອນການເກັບແນວພັນ ແລະ ການເກັບຮັກສາ

ການຜະລິດແນວພັນໝາກບວບ

ການຜະລິດແນວພັນໝາກບວບມີຂັ້ນຕອນດັງນີ້: 1. ການກຽມໜານ ແລະ ການປູກ 2. ການຂັດແນວພັນ 3. ການເບິ່ງແຍງ, ຮັກສາ ແລະ ໃສ່ຝຸ່ນ 4. ຂັ້ນຕອນການເກັດແກ່ນພັນ 5. ຂັ້ນຕອນການເກັບຮັກສາ

ການຜະລິດແນວພັນຫມາກຟັກ

ການຜິລິດແນວພັນໝາກຟັກ ຫຼື ໝາກອຶ ເຊິ່ງມີທັງໝົດ ຂັ້ນຕອນ: 1. ຂັ້ນຕອນການກ້າເບ້ຍ 2. ການກຽມໜານ ແລະ ດິນ 3. ການປູກ ແລະ ການດູແລຮັກສາໃຫ້ນ້ຳ ແລະ ສານອາຫານ 4. ຂັ້ນຕອນການເກັບແກ່ນພັນ ແລະ ການເກັບຮັບສາ

ຄູ່ມືການປູກຜັກກາດຊອມ

ຄູ່ມືການປູກຜັກກາດຊອມໄດ້ຂຽນຂຶ້ນບົນພື້ນຖານຄວາມຮູ້ ຄວາມສາມາດ ແລະ ປະສົບການຂອງ ທີມງານຜູ້ຂຽນເອງ, ທີ່ໄດ້ສັງລວມບົດຮຽນຂຶ້ນເພື່ອເປັນແນວທາງ ໃຫ້ກັບຜູ້ສົນໃຈໃນການປູກຜັກກາດຊອມ ເພື່ອເປັນແນວທາງໃນການອ້າງອີງ ແລະ ນໍາໄປຜັນຂະຫຍາຍເພື່ອໃຫ້ເກີດດອກອອກຜົນ; ເນື້ອໃນບົດນີ້ໄດ້ຂຽນ ຂຶ້ນ ໂດຍລວມເອົາວິທີການປູກ, ການດູແລຮັກສາຈົນເຖິງຂັ້ນຕອນການເກັບກ່ຽວ ແລະ ຫໍ່ຫຸ້ມ, ເຖິງຢ່າງໃດກໍດີ ເນື້ອໃນຂອງບົດຍັງມີເນື້ອໃນທີ່ເປັນລັກສະນະກວມລວມ, ຍັງບໍ່ໄດ້ເຈາະຈົງເຖິງເຕັກນິກການປູກວິທີໃດວິທີໜຶ່ງ, ນັ້ນກໍເພາະວ່າ ຜູ້ຂຽນຍັງເປີດໂອກາດ ແລະ ແນວທາງໃຫ້ຜູ້ສົນໃຈສາມາດນໍາໄປໃຊ້ ແລະ ສາມາດປະຍຸກໃຫ້ເຂົ້າ ກັບເງື່ອນໄຂຕົວຈິງ ໃນເມື່ອປະຕິບັດຕົວຈິງ

ຂໍ້ແນະນຳການປູກແນວພັນເຂົ້າໜອນ

ເຂົ້າໜອນ (LG-13010) ເປັນແນວພັນເຂົ້າພື້ນ ເມືອງຂອງທ້ອງຖິ່ນ ເມືອງປາກລາຍ, ແຂວງໄຊຍະ ບູລີ, ແລະ ໃນປີ 2001 ໄດ້ນໍາໄປປູກເພື່ອຄັດເລືອກ ແລະ ໃນປີ 2003 ຈິ່ງໄດ້ນໍາໄປປູກທົດສອບໃນພື້ນທີ່ ໄຮ່ຂອງຊາວກະສິກອນຢູ່ 8 ແຂວງພາກ ເໜືອ ແລະ ເຫັນວ່າມີການຈະເລີນເຕີບໂຕດີ, ໃຫ້ຜົນຜະລິດ ສູງ ແລະ ເປັນທີ່ຍອມຮັບຂອງຊາວກະສິກອນ. ສະນັ້ນ, ຈີ່ງເລີ້ມມີການປູກຂະຫຍາຍ ແລະ ແພ່ກະຈາຍນັບຕັ້ງ ແຕ່ ປີ 2006 ເປັນຕົ້ນມາ.

ບາງຂໍ້ແນະນຳການປູກໄຮ່ເຂດເນີນສູງ

ໃນເຂດທີ່ບໍ່ມີເງື່ອນໄຂໃນການເຮັດນາ ການປູກເຂົ້າໄຮ່ ແມ່ນກິດຈະກຳໜື່ງທີ່ສໍາຄັນ ສໍາລັບປະຊາຊົນບັນດາເຜົ່າ ໃນເຂດພູດອຍ. ການເພີ້ມຂຶ້ນຂອງປະຊາກອນເປັນແຮງກົດ ດັນທີ່ເຮັດໃຫ້ຮອບວຽນການກັບມາປູກເຂົ້າໄຮ່ໃນເນື້ອທີ່ໄຮ່ ເລົ່າສັ້ນລົງ, ເຮັດໃຫ້ລະບົບການເຮັດໄຮ່ໜູນວຽນແບບດັ່ງ ເດີມບໍ່ມີຄວາມຍືນຍົງ. ດັ່ງນັ້ນ, ຊາວກະສິກອນມີຄວາມ ຕ້ອງການແນວພັນເຂົ້າໄຮ່ ທີ່ມີສາມາດປັບຕົວໄດ້ດີໃນປ່າ ເລົ່າໄລຍະສັ້ນ, ມີຜົນຜະລິດສະໝໍ່າສະເໝີ ແລະ ມີຄວາມ ຍືນຍົງໃນເຂດພູດອຍ.

ຄູ່ມືແນະນຳ ແລະ ການນຳໃຊ້ ແນວພັນເຂົ້າ ຫ້ວຍໂຄດ1 (Houaykhot 1)

ແນວພັນຫ້ວຍໂຄດ1 (HK1) ແມ່ນແນວພັນທີ່ໄດ້ປະສົມຈາກສູນຄົ້ນຄວ້າເຂົ້ານາພອກ ລະຫວ່າງ ແນວພັນເຂົ້າເມືອງງາ (ຕົ້ນແມ່) ກັບ ແນວພັນ TDK7 (ຕົ້ນພໍ່). ໃຊ້ຮູບແບບ ປະສົມພັນແບບດ່ຽວ ໃນລະດູແລ້ງ 2007-08, ປູກຄັດເລືອກທີ່ສູນ ຮອດຊົ່ວທີ 4 ແລ້ວ ສົ່ງໄປຄັດເລືອກທີ່ສູນຄົ້ນຄ້ວາກະສິກຳເຂດເນີນສູງ ບ້ານຫ້ວຍໂຄດ ເມືອງຊຽງເງິນ ແຂວງ ຫຼວງພະບາງ. ຄັດເລືອກຕໍ່ໃນຊົ່ວທີ 5 ແລະ 8 ໃນລະດູ ແລ້ງ 2016-2017 ແມ່ນ ທ່ານ ແຄມ ບ້ານຊຽງເງິນ, ເມືອງຊຽງເງິນ ປູກຂະຫຍາຍ, ທົດສອບການກິນດີ ແລະ ປູກ ຂະຫຍາຍເມັດພັນ, ແລກປ່ຽນ, ແຈກຢາຍ ໃນບ້ານ ແລະ ບ້ານອື່ນໆ ມາເຖິງປະຈຸບັນ ຂະຫຍາຍໄປຫຼາຍບ້ານເຊັ່ນ: ບ້ານຊຽງເງິນ, ບ້ານນາຄ່າ, ບ້ານຫ້ວຍໂຄດ, ບ້ານໂພນໄຊ, ບ້ານຖິ່ນແກ້ວ ເມືອງຊຽງເງິນ. ບ້ານນະຄອນ ເມືອງນໍ້າບາກ, […]