ຄູ່ມືການເກັບກູ້ດອກເຜີ້ງທຳມະຊາດເພື່ອການນຳໃຊ້ແບບຍືນຍົງ (A manual of harvest orchids for sustainable using)
ດອກເຜິ້ງເປັນພືດຕະກຸນໜື່ງຈັດເຂົ້າໃນກຸ່ມຂອງພືດໃບລ້ຽງດ່ຽວ, ແຕ່ດອກເຜິ້ງທັງ ໝົດແມ່ນຈັດຢູ່ໃນຕະກຸນເຜິ້ງ ທີ່ມີຊື່ວິທະຍາສາດວ່າ Orchidaceae, ລວມໃນນີ້ ມີເຖີງ 763 ສະກຸນ, ຈຳນວນ 28,000 ຊະນິດ. ນອກນັ້ນນັກພືດສວນ ຍັງໄດ້ມີການປະສົມພັນອອກມາເປັນລູກປະສົມເຖິງ 100,000 ສາຍພັນ ເພື່ອທາງດ້ານການຄ້າ ແລະ ຄວາມນິຍົມ ອອກສູ່ສັງຄົມໃນປະຈຸບັນ. ດອກເຜິ້ງຈຳນວນຫຼາຍຊະນິດທີ່ຖຶກນຳໃຊ້ເປັນຢາປົວພະຍາດ ເຊັ່ນ: ການນຳໃຊ້ ເອື້ອງໃບນາງອົ້ວ (Anoectochilus spp.) ເພື່ອໃນການປຸ່ງແຕ່ງຢາເພື່ອຕ້ານພະຍາດມະເຮັງ ແລະ ສ້າງພູມຄູ້ມ ກັນໃຫ້ກັບຮ່າງກາຍ. ເຊິ່ງໃນຕຳລາຢາພື້ນເມືອງຂອງຈີນໄດ້ກ່າວວ່າ ຫຍ້າໃບລາຍ ແມ່ນຣາຊາແຫ່ງຢາພື້ນເມືອງ ໃຊ້ເພື່ອບຳລູງຮ່າງກາຍ ແລະ ປ້ອງກັນພະຍາດອື່ນ ແຊກຊ້ອນເຂົ້າສູ່ຮ່າງກາຍ. ດອກເຜິ້ງໃນສະກຸນເອື້ອງຫວາຍ (Dendrobium spp.) ໃນປະເທດຈີນໄດ້ມີການນຳໃຊ້ແຕ່ ຣາຊາວົງຮັ່ນ ເພື່ອຮັກສາບາດແຜ່ ໃຫ້ແກ່ທະຫານ ແລະ ປ້ອງກັນຕິດເຊື້ອຈາກບາດແຜ, ເມັດຂອງເອື້ອງກໍ່ສາມາດ ຮັກສາພະຍາດທີ່ເກີດຈາກບາດແຜ່ໄດ້ເຊັ່ນກັນ.
ບົດລາຍງານ ສຶກສາເຂດນິເວດວິທະຍາ ແລະ ຄູນນະພາບຂອງດິນເຂດປ່າຍານ ‘Styrax forest (ຢູ່ໃນ ເມືອງ ໂພນທອງ ແລະ ນໍ້າບາກ ແຂວງ ຫຼວງພະບາງ
ປະເທດລາວ ໄດ້ມີປະຫວັດການສົ່ງອອກຜົນຜະລິດຢາງຍານ ມາເປັນເວລາດົນນານແລ້ວ ເລີ້ມແຕ່ສັດຕະວັດທີ 16 ໃນສະໄໝເຈົ້າຊີວິດສຸຣິຍະວົງສາ ປົກຄອງອານາຈັກລາວລ້ານຊ້າງ (Donald F. Lach, et al 1917), ຫລາຍຮ້ອຍ ປີຕໍ່ມາ ຜົນຜະລິດຢາງຍານ ຍັງຖືເປັນປະເພດເຄື່ອງປ່າຂອງດົງໜຶ່ງ ທີ່ມີຄວາມສໍາຄັນທາງດ້ານເສດຖະກິດ ໂດຍສະ ເພາະເສດຖະກິດຊົນນະບົດ, ເຊິ່ງປະຊາຊົນໃນເຂດຊົນນະບົດພາກເໜືອ ໄດ້ມີການບັກ ແລະ ເກັບກູ້ຢ່າງຍານຂາຍ ເປັນສິນຄ້າໃຫ້ແກ່ຜູ້ປະກອບການທາງພາກລັດ ແລະ ເອກະຊົນ ເພື່ອສົ່ງອອກໄປຍັງຕະຫຼາດຕ່າງປະເທດ. ໃນຊຸມປີ 1990 ຜົນຜະລິດຢາງຍານລາວ (Lao Benzoin ຫລື ມີຊື່ທາງການຄ້າວ່າ: ຢາງຍານສະຫຍາມ (Siam Benzoin), ໄດ້ຖືກສົ່ງອອກໄປຍັງຕະຫຼາດຕ່າງປະເທດ ເຊັ່ນ ຕະຫລາດເອີຣົບ ປະມານ 50 ໂຕນ/ປີ (FAO, 2001).


