ອ່ຽງຫຼາງ ພັນທະນີວົງ
ຈາກການສຶກສາການປູກເຂົັ້າໄກ່ນ້ອຍຂອງຊາວກະສິກອນ 4 ກຸ່ມບ້ານເມືອງຜາໄຊແຂວງຊຽງຂວາງໂດຍມີຈຸດປະສົງ:1) ສຶກສາການປູກເຂົັ້າໄກ່ນ້ອຍຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງ, 2) ສຶກສາເສດຖະກິດການປູກເຂົ້າໄກ່ນ້ອຍຂອງຊາວກະສີກອນເຂດດັ່ງກ່າວ ໃນການລົງຝຶກຫັດງານຄັ້ງນີ້ແມ່ນຢູ່ທີ່ຂະແໜງປູກຝັງພະແນກກະສິກສາ ແລະ ປ່າໄມ້ແຂວງຊຽງຂວາງ ແລະ ໄດ້ລົງຈັດຕັ້ງປະຕິບັດພາກສະໜາມຢູ່ 4 ກຸ່ມບ້ານຄື: ບ້ານຊຽງດີ, ບ້ານເຕົາ, ບ້ານໂພສີ ແລະ ບ້ານຫໍກາງ ເມືອງຜາໄຊແຂວງຊຽງຂວາງເຊີ່ງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດເລີມແຕ່ວັນທີ 20/11/2017 – 14/6/2018 ໃນນີ້ໄດ້ສໍາພາດຊາວກະສິກອນຈໍານວນ 59 ຄອບຄົວໃນ 4 ບ້ານທີ່ເປັນຄອບຄົວປູກເຂົ້າໄກ່ນ້ອຍເພື່ອເປັນຕົວແທນຂອງບ້ານເພື່ອນໍາໄປຄິດໄລ່ປະເມີນຜົນທາງດ້ານເສດຖະກິດຂອງຊາວກະສິກອນ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ

Types:
ບົດລາຍງານ ແລະ ກໍລະນີສຶກສາ

published in 2018, ລາວ language

Image