IBNDA
ອົງການເກຣດ (GRET) ໄດ້ສະໜັບສະໜູນແຜນຍຸດທະ ສາດການພັດທະນາໄມ້ປ່ອງຂອງແຂວງຫົວພັນ ໄລຍະ 1 ປີ 2011-2015 ແລະ ໄລຍະ II ປີ 2016-2020 ໂດຍຜ່ານ ການນໍາໃຊ້ວິທີການແບບມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ ກ້ຽວຂ້ອງ ເຂົ້າໃນການອໍານວຍຄວາມສະດວກການເຊື່ອມ ໂຍງກັນລະຫວ່າງຊາວບ້ານ, ພໍ່ຄ້າ ແລະ ພາກສ່ວນລັດ, ສະນັ້ນ 1 ໃນ 5 ຕ່ອງໂສ້ມູນຄ່າໄມ້ປ່ອງທີ່ມີການພັດທະນາ ພາຍໃນແຂວງ ແມ່ນວຽກງານຫັດຖະກຳຈັກສານ ແລະ ໄດ້ ຮັບການສະໜັບສະໜູນໂດຍໂຄງການໄມ້ປ່ອງ ແລະ ຫວາຍ ຕັ້ງແຕ່ປີ 2013 ລວມທັງໝົດມີ 30 ບ້ານເຂົ້າຮ່ວມ ເຊິ່ງບ້ານ ເຫຼົ້ານີ້ ລ້ວນແຕ່ເປັນບ້ານທີ່ມີພື້ນຖານໃນການຈັກສານ, ມີ ຄ້າຂາຍຫັດຖະກຳໄມ້ປ່ອງມາກ່ອນ ແລະ ສ່ວນຫຼາຍແມ່ນ ບ້ານທຸກຍາກ ແລະ ຫ່າງໄກ ທີ່ນອນຢູ່ໃນ 3 ເມືອງຄື: ຊຳເໜືອ, ວຽງໄຊ ແລະ ສົບເບົາ ເຊິ່ງລາຍຮັບຫຼັກຂອງພວກເຂົາເຈົ້າແມ່ນມາ ຈາກການປູກພືດກະສິກຳ ແລະ ການລ້ຽງສັດ ສ່ວນຜະລິດຕະພັນຫັດຖະກຳເປັນແຫຼ່ງລາຍຮັບເສີມສໍາລັບຊາວບ້ານ ເພື່ອໃຊ້ຊ່ອຍໃນ ຊີວິດປະຈຳວັນ ເຊັ່ນ: ຊື້ອາຫານການກິນ, ຈ່າຍຄ່າໄຟຟ້າ, ຄ່າລູກຫຼານເຂົ້າຮຽນ, ໃຊ້ຈ່າຍໃນກໍລະນີສຸກເສີນ ແລະ ອື່ນໆ.
Topics:
ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ

Types:
ບົດລາຍງານ ແລະ ກໍລະນີສຶກສາ, ວາລະສານການຄົ້ນຄວ້າ

published in 2020, ລາວ language

Image