tabi

• ຢາພື້ນເມືອງ: ຍັງຈໍາເປັນຕ້ອງໄດ້ເຮັດສະໜັບສະໜູນເຮັດການອະນຸລັກແຫລ່ງທີ່ເກີດພືດເປັນຢາ, ສ້າງລະບຽບການຄຸ້ມຄອງ, ການເກັບກູ້, ການປຸງແຕ່ງ ແລະ ການຕະຫລາດທີ່ເປັນເອກະພາບໃຫ້ແກ່ຊຸມຊົນ.
• ການລ້ຽງປາໃນນາເຂົ້າ: ເປັນວິທີການປະຕິບັດກັນມາແຕ່ບູຮານນະການແລ້ວ ຢູ່ໃນ ອາຊີ ແລະ ສາມາດເຮັດໄດ້ຮ່ວມກັບວຽກຄຸ້ມຄອງສັດຕູພືດແບບປະສົມປະສານ (IPM) ຢູ່ໃນນາເຂົ້າ.
• ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບການສະໜັບສະໜູນດ້ານການອະນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ.
• ເຫັດ: ເຫັດປ່າແມ່ນມີຄວາມອຸດົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ.
• ວັງສະຫງວນ: ຂະຫຍາຍຂອບເຂດວັງສະຫງວນອອກ ໃຫ້ກວມເອົາແຄມຕາຝັ່ງທີ່ຢູ່ຕິດກັບວັງສະຫງວນ ແລະໃຫ້ຕິດພັນກັບການທ່ອງທ່ຽວ.
• ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ.
• ການລ້ຽງໄກ່ພື້ນເມືອງ: ໄກ່ພື້ນເມືອງເປັນທີ່ນິຍົມກັນຫລາຍ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຫລາຍຂຶ້ນໂດຍການນໍາໃຊ້ວິທີການຄຸ້ມຄອງຈັດການທີ່ດີ.

Topics:

Types:

published in 2020, language

Image