ວິລະພອນ ວົງພະຈັນ, ຢູລິນ ຄຸນພິທັກ ແລະ ພົງໄພບູນ ພອນປະເສີດ
ຜັກຕົກເປັນວັດຊະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນແຫຼ່ງນ້ຳຢ່າງໄວວາ ເຊິ່ງເປັນຂໍ້ຈຳກັດຫຼັດໃນດ້ານການຄົມມະນາຄົມທາງນ້ຳ ແລະ ກິດຂວາງຂອງການລະບາຍນ້ຳ ແລະ ຍັງເຮັດໃຫ້ແຫຼ່ງນ້ຳຕຶ້ນເຂີນ. ດັ່ງນັ້ນ, ການນຳເອົາຜັກຕົບມາໃຊ້ປະໂຫຍດໃນດ້ານຫັດຖະກຳ ເປັນໜື່ງໃນວິທີການຫຼຸດຜ່ອນບັນຫາດັ່ງກ່າວ. ການສຶກສາຄັ້ງນີ້ມີຈຸດປະສົມເພື່ອສຶກສາຂະບວນການແຍກເສັ້ນໃຍຜັກຕົບ, ປຽບທຽບຄຸນນະພາບຂອງເສັ້ນໄຍຜັກຕົບ ແລະ ນຳເອົາເສັ້ນໄຍທີ່ໄດ້ໄປຜະລິດເປັນເຄື່ອງຫັດຖະກຳ. ເຊິ່ງໄດ້ມີການປະສົມເສັ້ນໃຍຜັກຕົບ ແລະ ເສັ້ນໃຍກາບກ້ວຍໃນອັດຕາສ່ວນທີ່ແຕກຕ່າງກັນ. ໂດຍມີທັງໝົດ 7 ອັດຕາສ່ວນຂອງເສັ້ນໃຍຜັກຕົບ.
Topics:
Types:
published in 2020, language
