ການສຶກສາຄວາມຮັບຮູ້ຂອງປະຊາຊົນທ້ອງຖິ່ນ ກ່ຽວກັບການນຳໃຊ້ ແລະ ປົກປັກຮັກສາເຫັດຫວາຍຢູ່ແຂວງຊຽງຂວາງ ແລະ ຫົວພັນ ແມ່ນເລີ່ມແຕ່ປີ 2016 ຫາ 2017. ການເກັບກຳຂໍ້ມູນດຳເນີນດ້ວຍ 3 ວິທີຄື: ການສຳພາດ, ການເກັບກຳຂໍ້ມູນພາກສະໜາມ ແລະ ການສຶກສາຢູ່ຫ້ອງທົດລອງ. ຜົນການສຶກສາ ສາມາດສຳພາດຄອບຄົວເກັບເຫັດໄດ້ທັງໝົດ 81 ຄອບຄົວ, ປະຊາຊົນທ້ອງຖິ່ນການເອີ້ນຊື່ເຫັດຫວາຍແຕກຕ່າງກັນ ເຊິ່ງເອິ້ນຕາມລັກສະນະພາຍນອກຂອງເຫັດເຊັ່ນ: ເຫັດສຸມ, ເຫັດລອກ, ເຫັດແປກ ນັ້ນແມ່ນເຫັດຊະນິດດຽວກັນຄື: Mutsutake mushroom. ດ້ານອາຊີບຂອງປະຊາຊົນທີ່ເກັບເຫັດ ມີອັດຕາສ່ວນຄື: ຊາວໄຮ່ນາກວມ 64%, ນັກຮຽນ 25% ແລະ ພະນັກງານ 11%. ດ້ານເສດຖະກິດ, ຄອບຄົວທຸກຍາກອອກໄປເກັບເຫັດຫຼາຍກວ່າໝູ່ 81% ແລະ ຄອບຄົວທີ່ມີຖານະປານກາງ 19%, ສ່ວນຄອບຄົວທີ່ບໍ່ໄດ້ປະກອບສ່ວນແມ່ນຄອບຄົວຮັ່ງມີ 0% (ຮັບຊື້). ກຸ່ມອາຍຸຂອງຊາວບ້ານທີ່ເກັບເຫັດ ຄື: ກຸ່ມຄົນທີ່ມີອາຍຸ 50 ປີຂື້ນໄປ ກວມ 9%, ກຸ່ມທີ່ມີອາຍຸ 41-50 ປີ ກວມ 14%, ກຸ່ມທີ່ມີອາຍຸ 26-40 ປີ ກວມ 38% ແລະ ກຸ່ມທີ່ມີອາຍຸ 8-25 ປີ ກວມ 39%. ຄວາມຮັບຮູ້ກ່ຽວກັບການນຳໃຊ້ເຫັດຂອງປະຊາຊົນສ່ວນຫຼາຍໃຊ້ເພື່ອຂາຍ (ເຫັດສົດ ແລະ ເຫັດແຫ້ງ) ກວມ 93%, ບໍລິໂພກ 2% ແລະ ນຳໃຊ້ເປັນຢາ 5%. ຄວາມຮັບຮູ້ຂອງປະຊາຊົນຕໍ່ກັບການປົກປັກຮັກສາເຫັດຫວາຍຍັງບໍ່ທັນຮັບຮູ້ຖືກຕ້ອງເທົ່າທີ່ຄວນສະແດງອອກຄື: ປ່າເຫັດຍັງບໍ່ທັນມີການຄຸ້ມຄອງ, ການເກັບເຫັດຈົນໝົດກ້ຽງ ແລະ ໃຊ້ວິທີຂຸດພື້ນດິນເພື່ອຊອກຫາເຫັດເປັນການເຮັດໃຫ້ປະລິມານຜົນຜະລິດເຫັດຫຼຸດລົງເລື່ອຍໆ. ການສົມທຽບປະລິມານເຫັດຫວາຍໃນ 5 ປີທີ່ຜ່ານມາ ເຫັນວ່າ: ຄອບຄົວທີ່ເກັບເຫັດຂາຍມີລາຍຮັບຫຼຸດລົງ ມີເຖິງ 68% ແລະ ຄອບຄົວທີ່ເກັບເຫັດຂາຍຍັງມີລາຍຮັບຄົງທີ່ມີພຽງ 32%. ການເກັບກຳຂໍ້ມູນພາກສະໜາມພົບການກະຈາຍພັນ ຂອງເຫັດຫວາຍໃນປະເທດລາວມີພຽງ 2 ແຂວງຄື: ແຂວງຊຽງຂວາງ (4ເມືອງ) ແລະ ຫົວພັນ (3ເມືອງ). ການເກັບກຳຕົວຢ່າງເຫັດຫວາຍຈາກປ່າໄດ້ 8 ນໍ້າເບີ, ປ່າທີ່ເຫັດຫວາຍເກີດເປັນປ່າປະສົມໄມ້ກໍ່ ແລະ ເຫັດຫວາຍສັງຊີບຮ່ວມກັບຕົ້ນໄມ້ກໍ່ 4 ຊະນິດຄື: ໄມ້ກໍ່ຕ້ອງ ຫຼື ໄມ້ກໍ່ນ້ຳ (Castanopsis echinocarpa) ຫຼາຍກວ່າໝູ່ 50%, ໄມ້ກໍ່ແດງ ຫຼື ໄມ້ກໍ່ຝາງ (Castanopsis hystrix) ກວມ 22%, ໄມ້ກໍ່ຊາດ (Lithocarpus truncatus) ກວມ 21% ແລະ ໄມ້ກໍ່ກຶດ ຫຼື ໄມ້ກໍ່ເລີ່ມ (Castanopsis tribuloides) ອີກ 7% ຂອງຈຳນວນຕົ້ນໄມ້ກໍ່ທັງໝົດ. ການສຶກສາໃນຫ້ອງທົດລອງດ້ານສັນຖານວິທະຍາທັງ 4 ອົງປະກອບຄື: ຊີສເຕຣຽມ (Cystidium), ເບຊິຣຽມ (Basidium), ເບຊິດີໂອສະປໍ (Basidiospores) ແລະ ເສັ້ນໄຍ (Mycelium) ຂອງຕົວຢ່າງເຫັດຫວາຍທັງໝົດ 7 ເມືອງ ພົບວ່າມີຄວາມຄ້າຍຄືກັນທາງດ້ານຮູບຮ່າງ ແລະ ຂະໜາດ ເຊິ່ງແມ່ນເຫັດຊະນິດດຽວກັນ Tricholoma bakamatsutake. ຂະໜາດ ດອກເຫັດຫວາຍທີ່ໃຫຍ່ຖ້ວນສົມບູນມີຂະໜາດ ສະເລ່ຍ 9,5 ຊມ. ແນວທາງການປົກປັກຮັກສາເຫັດຫວາຍໃຫ້ຢືນຍົງແມ່ນການຮັກສາປ່າໄມ້ໃຫ້ຢູ່ໃນລັກສະນະຄົງເດີມ, ການກຳນົດກົດລະບຽບຕ້ອງມີການນຳຂອງແຂວງ, ເມືອງ, ບ້ານ ແລະ ພະນັກງານປ່າໄມ້ ເພື່ອວາງກົດລະບຽບການຄຸ້ມຄອງປ່າເຫັດ ແລະ ການເກັບເຫັດທີ່ຖືກຕ້ອງເໝາະສົມຕາມທິດທາງການເກັບກ່ຽວແບບຢືນຍົງ.
ຄຳສຳຄັນ: ເຄື່ອງປ່າຂອງດົງ ຊື່ເຫັດຫວາຍ Tricholoma bakamatsutake
Types:
published in 2018, language