ສົມດີ ອຸດົມສັກ
ປື້ມຄູ່ມືການປູກພືດເຫຼັ້ມນີ້ຂຽນຂຶ້ນໂດຍພະນັກງານຈາກສວນພຶກສາຊາດຜາຕັດແກ້ ທີ່ຫຼວງພະບາງ. ຈຸດປະສົງໃນການຂຽນຄູ່ມືເຫຼັ້ມນີ້ ແມ່ນເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ບັນດານັກຮຽນນັກສຶກສາ, ຄູອາຈານ ແລະ ຜູ້ທີ່ມັກຮັກໃນການເຮັດສວນຕ່າງໆ. ພວກເຮົາຈະອະທິບາຍຂັ້ນຕອນພື້ນຖານງ່າຍໆທີ່ຄວນຮູ້ກ່ຽວກັບພືດເຊັ່ນວ່າ: ວິທີການປູກ, ບົວລະບັດຮັກສາ ແລະ ສະພາບແວດລ້ອມແບບໃດທີ່ພວກມັນສາມາດຈະເລີນເຕີບໂຕໄດ້ ເພາະວ່າໃນທຳມະຊາດທຸກຢ່າງແມ່ນເຊື່ອມໂຍງກັນໝົດ. ການເຮັດຝຸ່ນບົ່ມຊີວະພາບສາມາດເຮັດໄດ້ແບບງ່າຍດາຍ ໂດຍການນຳເອົາ ສິ່ງເສດເຫຼືອຈາກເຮືອນຄົວຂອງທ່ານ ຫຼື ວ່າຈະເປັນເສດພືດຈາກສວນກ່ໍໄດ້ມັນເປັນວິທີທີ່ງ່າຍ, ຖືກ ແລະ ຍັງເປັນວິທີແບບທຳມະຊາດ ໃນການໃຫ້ສານອາຫານແກ່ພືດ ແລະ ຍັງເຮັດໃຫ້ພືດແຂງແຮງດີອີກດ້ວຍ. ການປູກພືດແບບປະສົມປະສານກັນມັນອາດເຮັດໃຫ້ພວກມັນຈະເລີນເຕີບໂຕດີຂຶ້ນກວ່າເກົ່າ, ແມງໄມ້ບາງຊະນິດສາມາດເຮັດໃຫ້ພືດມີສຸຂະພາບແຂງແຮງ ແລະ ແນ່ນອນພືດສ່ວນໃຫຍ່ຕ້ອງການຜູ້ທີ່ມາປະສົມເກສອນໃຫ້ເຊັ່ນວ່າ: ແມງເຜິ້ງ, ແມງກະເບື້ອແລະ ອື່ນໆໃນການສືບພັນຂອງພວກມັນເປັນຕົ້ນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2016, ລາວ language

Image