LURAS
ໂດຍທົ່ວໄປ,ການເປັນພິດຂອງອາຫານມີສາມປະເພດຄື: 1. ອາຫານເປັນພິດຈາກການປົນເປື້ອນດ້ວຍສານເຄມີ ເປັນຕົ້ນແມ່ນຈາກຢາປາບສັດຕູພືດ ແລະ ຢາຕ້ານເຊື້ອທີ່ສີດໃຫ້ຈ ຳພວກສັດລ້ຽງຕ່າງໆ,ທີ່ຊາວກະສິກອນໃຊ້ເຂົ້າໃນການປູກຝັງລ້ຽງສັດ ເພື່ອຜະລິດອາຫານປ້ອນຕະຫຼາດ.ສານເຄມີບາງຢ່າງຍັງຄົງຫຼົງເຫຼືອຕິດຄ້າງນ ຳອາຫານທີ່ພວກເຮົາກິນ. 2. ອາຫານທີປົນເປື້ອນດ້ວຍຈຸລະຊີບເຊັ່ນ: ເຊື້ອພະຍາດ, ແບັກທີເຣຍ.ເຊື້ອເຫັດ ແລະ ເຊື້ອລາເຫຼົ່ານີ້ເປັນຕົ້ນ.ເຊື້ອຈຸລະຊີບດັ່ງກ່າວນີ້ຈະເກີດຂຶ້ນເມື່ອຂະບວນການຜະລິດອາຫານບໍ່ສະອາດ ບໍ່ຖືກຫຼັກອານາໄມ ຫຼື ມາຈາກການເກັບຮັກສາອາຫານທີ່ບໍ່ເໝາະສົມ. 3. ອາຫານທີ່ປົນເປື້ອນສານກັນບູດ ແລະ ສີອາຫານທີ່ບໍ່ປອດໄພ ແລະ ຜິດກົດໝາຍ ເພາະບາງຈ ຳພວກຂອງສານເຫຼົ່ານີ້ແມ່ນບໍ່ໄດ້ຖືກຮັບຮອງຈາກກົມອາຫານ ແລະ ຢາ, ແຕ່ຖືກນ ຳໃຊ້ໂດຍພໍ່ຄ້າ ຫຼື ແມ່ຄ້າບາງຄົນທີ່ບໍ່ມີຈັນຍາບັນໃນອາຊີບຂອງຕົນ. ຕົວຢ່າງສານກັນບູດໄດ້ແກ່: ສານບາແຣກສ໌(Barox) ແລະ ຟໍມາລີນ (Formalin) ຫຼື ຟອກໂມນທີ່ຮູ້ກັນວ່າເປັນນໍ້າຢາອາບສົບນັ້ນເອງ. ສ ຳລັບສີປະສົມອາຫານທີ່ອັນຕະລາຍນັ້ນບາງຄັ້ງພໍ່ຄ້າຫຼື ແມ່ຄ້າໃສ່ເພື່ອເຮັດໃຫ້ອາຫານເບິ່ງເປັນຕາແຊບ. ແຕ່ເມື່ອກິນແລ້ວຈະເຮັດໃຫ້ມີຜົນຮ້າຍຕໍ່ສຸຂະພາບ.
Topics:
ສຸຂະພາບ ແລະ ໂພຊະນາການ

Types:
ບົດລາຍງານ ແລະ ກໍລະນີສຶກສາ

published in , ລາວ language

Image