Simone Vongkhamao
ປະເທດລາວ ໄດ້ມີປະຫວັດການສົ່ງອອກຜົນຜະລິດຢາງຍານ ມາເປັນເວລາດົນນານແລ້ວ ເລີ້ມແຕ່ສັດຕະວັດທີ 16 ໃນສະໄໝເຈົ້າຊີວິດສຸຣິຍະວົງສາ ປົກຄອງອານາຈັກລາວລ້ານຊ້າງ (Donald F. Lach, et al 1917), ຫລາຍຮ້ອຍ ປີຕໍ່ມາ ຜົນຜະລິດຢາງຍານ ຍັງຖືເປັນປະເພດເຄື່ອງປ່າຂອງດົງໜຶ່ງ ທີ່ມີຄວາມສໍາຄັນທາງດ້ານເສດຖະກິດ ໂດຍສະ ເພາະເສດຖະກິດຊົນນະບົດ, ເຊິ່ງປະຊາຊົນໃນເຂດຊົນນະບົດພາກເໜືອ ໄດ້ມີການບັກ ແລະ ເກັບກູ້ຢ່າງຍານຂາຍ ເປັນສິນຄ້າໃຫ້ແກ່ຜູ້ປະກອບການທາງພາກລັດ ແລະ ເອກະຊົນ ເພື່ອສົ່ງອອກໄປຍັງຕະຫຼາດຕ່າງປະເທດ. ໃນຊຸມປີ 1990 ຜົນຜະລິດຢາງຍານລາວ (Lao Benzoin ຫລື ມີຊື່ທາງການຄ້າວ່າ: ຢາງຍານສະຫຍາມ (Siam Benzoin), ໄດ້ຖືກສົ່ງອອກໄປຍັງຕະຫຼາດຕ່າງປະເທດ ເຊັ່ນ ຕະຫລາດເອີຣົບ ປະມານ 50 ໂຕນ/ປີ (FAO, 2001).
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ຍຸດທະສາດການປັບຕົວກ່ຽວກັບການປ່ຽນແປງທາງດ້ານດິນຟ້າອາກາດ

Types:
ບົດລາຍງານ ແລະ ກໍລະນີສຶກສາ

published in 2018, ລາວ language

Image