ໄມ້ປ່ອງເປັນຊັບພະຍາກອນຊີວະນາໆພັນທີ່ສໍາຄັນ ແລະ ຍັງຖືເອົາເປັນເຄື່ອງປາຂອງດົງທີ່ສໍາຄັນຫລາຍຕໍ່ກັບເສດຖະກິດ ຂອງ ສປປ ລາວ. ມັນມີຄວາມຈໍາເປັນຕໍ່ການດໍາລົງດ້ານວັດທະນະທໍາ ສັງຄົມ ເສດຖະກິດ ແລະ ຊີວິດການເປັນຢູ່ຂອງຊຸມຊົນໃນຊົນນະບົດ (ເປັນລາຍຮັບເປັນເງິນສົດ, ເປັນການຄໍ້າປະກັນດ້ານອາຫານ ແລະ ເປັນເຄື່ອງມືເຄື່ອງໃຊ້ຕ່າງໆ) ລວມທັງມີຄວາມສໍາຄັນຕໍ່ສັງຄົມ ແລະ ວັດທະນະທໍາອີກດ້ວຍ. ໄມ້ປ່ອງ ຍັງມີບົດບາດສໍາຄັນດ້ານສິ່ງແວດລ້ອມ ຊຶ່ງລວມມີ ການຫລຸດຜ່ອນການເຊາະເຈື່ອນຂອງດິນ, ເປັນທີ່ຢູ່ອາໃສຂອງຊີວະນາໆພັນສັດ ແລະ ພືດຕ່າງໆ ແລະ ປະກອບສ່ວນເຂົ້າໃນການເກັບກັກທາດກາກບອນ ແລະ ຊ່ວຍເຂົ້າໃນການປ້ອງກັນການປ່ຽນແປງຂອງສະພາບພູມີອາກາດນໍາອີກດ້ວຍ. ເນື້ອທີ່ປ່າໄມ້ປ່ອງໜຶ່ງເຮັກຕາ ຈະສາມາດເກັບກັກທາດກາກບອນໄດ້ເຖິງ 5 ໂຕນຕໍ່ໜຶ່ງປີ. ຢູ່ໃນ ສປປລ ມີເນື້ອທີ່ປ່າໄມ້ປ່ອງຫລາຍກ່ວາ 6,000 ເຮັກຕາ ແລະ ມີປະເພດໄມ້ປ່ອງທັງໝົດຫລາຍກ່ວາ 50 ຊະນິດພັນ. ໄມ້ປ່ອງເປັນ ໄມ້ຢືນຕົ້ນທີ່ເກີດຂຶ້ນເອງໃໝ່ດ້ວຍໜໍ່ເປັນແຕ່ລະປີ ຈຶ່ງເປປັນການສ້າງທາງເລືອກທີ່ມີຄຸນຄ່າສູງຢູ່ພາຍໃນລະບົບການຜະລິດໃນເຂດພູດອຍ.
ຕົ້ນໄມ້ປ່ອງ ເປັນຊະນິດພັນໄມ້ທີ່ໃຫຍ່ໄວ ແລະ ສາມາດຈໍາແນກອອກໄປຕາມສອງກຸ່ມະລິດຕະພັນ ຄື: (1) ລໍາໄມ້ປ່ອງ ທີ່ໃຊ້ທົດແທນໄມ້ຈິງ; ແລະ (2) ໜໍ່ໄມ້ປ່ອງ ເພື່ອເປປັນອາຫານ. ລໍາໄມ້ປ່ອງ ສາມາດຜະລິດເປັນເຄື່ອງໃຊ້ໄດ້ຫລາຍຮ້ອຍຫລາຍພັນຢ່າງ ເຊັ່ນ: ໄມ້ກໍ່ສ້າງ, ໄມ້ເຄື່ອງເຮືອນ, ເຄື່ອງຫັດຖະກໍາ, ກ້ານທູບ, ໄມ້ທູ່, ຖ່ານໄຟ, ເຈັ້ຽ, ເຄື່ອງຫລິ້ນ, ເຄື່ອງຕ້ອນຂອງຝາກ ແລະ ອັນນ້ອຍໆຄື ໄມ້ຈີ້ມແຂ້ວ ເປັນຕົ້ນ. ສ່ວນໜໍ່ໄມ້ ແມ່ນສາມາດປຸງແຕ່ງເປັນອາຫານເທົ່ານັ້ນທີ່ນິຍົມຫລາຍຢູ່ໃນເຂດພາກພື້ນອາຊີ. ຜະລິດຕະພັນຈາກໄມ້ປ່ອງ ໃນ ສປປລ ແມ່ນມີຄວາມສໍາຄັນຫລາຍຢູ່ພາຍໃນ ແລະ ຕ່າງປະເທດ.
Types:
published in 2020, language