2016
ບ້ານກໍແມນ (ລຸ່ງຈິ່ງ) ເປັນບ້ານທີ່ມີຊາ 400 ປີ ຫຼື ຊາບູຮານ ແລະ ຊາວສວນ ພາຍໃນ ບ້ານກໍມີອາຊີບໂດຍຜະລິດຊາຂາຍເປັນຫຼັກ ເຊິ່ງສ່ວນຫຼາຍແມ່ນຈະຂາຍເປັນຊາດິບ ໃຫ້ກັບໂຮງງານທີ່ປະຈຳຢູ່ບ້ານ ແລະ ພໍ່ຄ້າຄົນກາງທົ່ວໄປທີ່ມາເກັບຊື້ພາຍໃນບ້ານ, ເຊິ່ງຈະແບ່ງອອກ ເປັນ 2 ລະດູການເກັບຊີ: ລະດູແລ້ງ (ໃນຊ່ວງເດືອນ 2-4) ແລະ ລະດູຝົນ (ໃນຊ່ວງເດືອນ 5-10) ແລະ ນອກຈາກນັ້ນແລ້ວເມື່ອຮອດລະດູຝົນຊາວສວນບໍ່ຄ່ອຍໄດ້ຂາຍຊາ ເນື່ອງຈາກວ່າ ຜົນຜະລິດຂອງຊາໃນລະດູຝົນຈະຫຼາຍກ່ວາຊາໃນລະດູແລ້ງ ເຊິ່ງເຮັດໃຫ້ການເກັບຊື້ຂອງບັນດາ ໂຮງງານ ແລະ ພໍ່ຄ້າມີກາງບໍ່ສາມາດເກັບຊື້ໄດ້ໝົດ ແລະ ຊາວສວນກໍຈະຜະລິດເປັນຊາແຫ້ງໄວ້ ຂາຍຕາມພູມປັນຍາຊາວບ້ານ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ

Types:
ຄູ່ມື

published in 2016, ລາວ language

Image