ອານົງ ຄຳຮຸ່ງ
ສປປ ລາວ ເປັນໃຈກາງແຫລ່ງກຳເນີດເຂົ້າໜຽວ ແລະ ເປັນອູ່ຊັບພະຍາກອນປ່າໄມ້ທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເປັນຈຸດສໍາຄັນທີ່ມີຊີວະນາໆພັນຂອງຄວາມຢ່າງຫຼາກຫຼາຍຂອງໂລກ ແລະ ເສດຖະກິດຂອງຊາດ ຂຶ້ນກັບຊັບພະຍາກອນທຳມະຊາດຢ່າງຫຼວງຫຼາຍ. ປະຊາຊົນສ່ວນໃຫຍ່ຍັງດໍາລົງຊີວິດດ້ວຍການເຮັດໄຮ່, ມີການປູກເຂົ້າແນວພັນພື້ນເມືອງ ແລະ ປູກພືດຜັກຫຼາຍຊະນິດປະສົມປະສານກັນ ແລະ ມີການເກັບກູ້ ແລະ ນໍາໃຊ້ພືດ ແລະ ສັດ ຕາມທຳມະຊາດຕ່າງໆທີ່ມີຢູ່ໃນພື້ນທີ່ການຜະລິດ ແລະ ພື້ນທີ່ອ້ອມແອ້ມເຂດປ່າໄມ້. ຊັບພະຍາກອນທໍາມະຊາດເຫຼົ່ານີ້ ເປັນພື້ນຖານຄວາມອຸດົມສົມບຸນຮັ່ງມີ ທາງດ້ານຊີວະນາໆພັນຂອງ ສປປ ລາວ ແຕ່ວ່າມັນພັດມີຄວາມອ່ອນແອບອບບາງ ແລະ ກະທົບໄດ້ງ່າຍ, ໂດຍສະເພາະຢູ່ໃນ ຂົງເຂດພູດອຍພາກເໜືອທີ່ມີຄວາມລາດຊັນສູງ, ມີດິນຊັ້ນໜ້າປົກຫຸ້ມພຽງເລັກໜ້ອຍ, ມີການເຊາະເຈື່ອນຫລາຍ ແລະ ກໍເປັນທີ່ຢູ່ອາໄສຂອງປະຊາຊົນບັນດາເຜົ່າ ທີ່ມີວັດທະນາທໍາແຕກຕ່າງກັນ. ປະຊາຊົນບັນດາເຜົ່າ ເຫລົ່ານັ້ນ ເປັນຜູ້ທີ່ມີຄວາມທຸກຍາກກ່ວາໝູ່ປະຊາກອນທັງໝົດ ແລະ ພວກເຂົາກໍຍັງຕິດພັນກັບການເຮັດການ ຜະລິດຕາມລະບົບກະສິກຳປະສົມປະສານຫຼາຍຢ່າງ ຊຶ່ງ ພວມກໍາລັງຖືກປ່ຽນແທນເທື່ອລະໜ້ອຍ ຢ່າງຕໍ່ເນື່ອງ ດ້ວຍການສົ່ງເສີມຂະຫຍາຍການປູກພືດເປັນສິນຄ້າຢ່າງກວ້າງຂວາງ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ສຸຂະພາບ ແລະ ໂພຊະນາການ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ, ນິເວດວິທະຍາແບບພື້ນເມືອງ ແລະ ການປະຕິບັດ

Types:
ປຶ້ມ

published in 2020, ລາວ language

Image