NAFRI
ກິດຈະກຳບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມ:
- ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສໍາຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ.
- ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກຳການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ.
- ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນ ຕາມຫລັກສູດຊີວະນາໆພັນກະສິກຳ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ່ານເຄື່ອງມື້ຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ.
- ຊາປ່າ: ຕົ້ນຊາດັ້ງເດີມ ເປັນເຫລ່ງ ສຳຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ.
- ການລ້ຽງປາໃນນາເຂົ້າ: ເປັນກິດຈະກຳສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນ ຂອງປະເທດລາວ, ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນ ໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ (IPM)ໃນການປູກເຂົ້າ.
- ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟ ໄປຕາມພູມສັນຖານຕ່າງໆ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2020, ລາວ language
