MAF
ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.
Topics:
ການມີສ່ວນຮ່ວມລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ, ນະໂຍບາຍ ແລະ ການລິເລີ່ມກ່ຽວກັບການອະນຸລັກຊີວະນາໆພັນກະສິກຳ

Types:
ປຶ້ມ

published in 2021, ລາວ language

Image