ພັນພື້ນເມືອງຂອງລາວ
ມ້ອນພັນພື້ນເມືອງຂອງລາວ ເປັນພັນມ້ອນທີ່ຄົນລາວນິຍົມກັນລ້ຽງມາຫລາຍເຊັ່ນຄົນແລ້ວ, ມີຮັງ ຫລື ຝັກຫລອກເປັນສີເຫລືອງສົດ, ເມື່ອສາວອອກມາມີຄວາມຍາວປະມານ 200 – 500 ແມັດ ຕໍ່ຫນຶ່ງຝັກຫລອກ, ມີເປີເຊັນຂອງເປືອກຮັງຕໍ່າ ປະມານ 10 – 15%, ໝາຍຄວາມວ່າ ການຈະໄດ້ຮັງໄຫມ ຫລື ຝັກຫລອກທີ່ສວຍງາມຄຸນນະພາບດີນັ້ນ ມີພຽງ 10 – 15% ເທົ່ານັ້ນ ເພາະຮັງໄຫມ ຫລື ຝັກຫລອກທີ່ບໍ່ງາມຄຸນນະພາບຕໍ່າມີຫຼາຍ ເຊິ່ງສາເຫດມາຈາກປັດໄຈເຫຼົ່ານີ້:
ຮັງໄຫມ ຫລື ຝັກຫລອກ ທີ່ຖືວ່າຄຸນນະພາບຕໍ່ານັ້ນອາດຈະເປັນຝັກຫລອກແຝດ ເກີດຂຶ້ນເນື່ອງຈາກມ້ອນເຮັດຮັງນໍາກັນ 2 ຕົວຂຶ້ນໄປ, ຝັກຫລອກຊະນິດນີ້ ເສັ້ນໄຫມມັກພັນກັນ, ຂາດງ່າຍ, ເສັ້ນໄຫມບໍ່ລຽບເປັນຕົ້ນ
ຝັກຫລອກຖືກເຈາະຍ້ອນມົດແມງໄມ້ ,ຫນູ, ກັບແກ້, ຈີ່ຈ້ຽມ ແລະ ແມງວັນ ເຊິ່ງສັດຈຳພວກນີ້ຖືວ່າເປັນສັດຕູຕົວອັນຕະລາຍຂອງຕົວມ້ອນ, ຍ້ອນແນວນີ້ ຜູ້ລ້ຽງມ້ອນຈຶ່ງຄອຍລະວັງຢູ່ຕະຫລອດ ດ້ວຍການເອົາຜ້າປົກກະດົ້ງທີ່ລ້ຽງມ້ອນໄວ້ ໂຊກດີ ປັດຈຸບັນມີເຕັກນິກການລ້ຽງມ້ອນໃຫມ່ ໂດຍການເຮັດຮ່ອງນໍ້າອ້ອມຮອບສະຖານທີ່ລ້ຽງມ້ອນ, ເຮັດຫ້ອງມືດ ຫລື ໃຊ້ຕາຫນ່າງເຫລັກ ປ້ອງກັນພວກແມງວັນ.
ຝັກຫລອກທີ່ເປີເປື້ອນຍ້ອນຍ່ຽວຂອງຕົວມ້ອນ, ສ່ວນຝັກຫລອກທາງໃນເປີເປື້ອນອາດຈະເປັນຍ້ອນຕົວດັກແດ້ຕາຍ.
ເພື່ອເປັນການຄຳນຶງເຖິງຄຸນນະພາບໄໝ ແລະ ສິນຄ້າ ຜູ້ລ້ຽງມ້ອນຈຶ່ງຄິດສ້າງຂະບວນການຂັດເອົາຝັກຫລອກທີ່ດີ ເລືອກທີ່ບໍ່ໄດ້ຄຸນນະພາບອອກ ເປັນຕົ້ນແມ່ນຈຳພວກທີ່ກ່າວໄວ້ຂ້າງເທິງເຊັ່ນ: ເປິເປື້ອນ, ຝັກຫລອກບາງ, ຝັກຫລອກລວມ, ຝັກຫລອກທີ່ມີຮູບຮ່າງບໍ່ສົມບູນ, ຝັກຫລອກຂຶ້ນເຊື້ອລາເປັນຕົ້ນ.
ພັນຕ່າງປະເທດ
ໄຫມພັນຕ່າງປະເທດສ່ວນໃຫ່ຍແມ່ນພັນນໍາມາຈາກ ປະເທດຍີ່ປຸ່ນ, ເກົາຫລີ ຫລື ໃຕ້ຫວັນ ເປັນໄຫມສີຂາວ, ຝັກຫລອກ ໃຫ່ຍ, ມີເປີເຊັນ ຮັງສູງ 20% , ເສັ້ນຍາວ ຝັກຫລອກຫນຶ່ງບໍ່ຕໍ່າກວ່າ 1.000 ແມັດ, ໄຫມພັນນີ້ເຫມາະສົມ ສາໍຫລັບ ການເຮັດອຸດສາຫະກໍາໄຫມ, ແຕ່ຢູ່ປະເທດລາວ ບໍ່ຄ່ອຍນິຍົມລ້ຽງ ເພາະມອນປະເພດນີ້ບໍ່ຄ່ອຍທົນທານຕໍ່ດິນຟ້າອາກາດ ແລະ ອີກຢ່າງການປູກມອນລ້ຽງມ້ອນໃນລາວຍັງຄົງຢຶດຖືເອົາແບບພຶ້ນບ້ານຢູ່.
ໄຫມພັນປະສົມພື້ນເມືອງ ແລະ ຕ່າງປະເທດ
ໄຫມພັນປະສົມຈະມີຝັກຫລອກໃຫ່ຍກວ່າພັນພື້ນເມືອງ, ຮັງເປັນຮູບກົມ, ເສັ້ນໄຫມມີສີເຫລືອງສົດ, ເປີເຊັນຮັງໄຫມປະມານ 16 – 20% , ຝັກຫລອກຫນຶ່ງມີຄວາມຍາວປະມານ 700 – 1000 ແມັດ, ໄຫມພັນປະສົມລ້ຽງງ່າຍກວ່າພັນຕ່າງປະເທດ. ປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ມີສູນທົດລອງລ້ຽງມ້ອນທີ່ເມືອງຫາດຊາຍຟອງສາມາດຜະລິດໄຂ່ມ້ອນພັນປະສົມດັ່ງກ່າວນີ້.
ນອກຈາກໄຫມພື້ນເມືອງ ແລະ ໄຫມພັນຕ່າງປະເທດແລ້ວຢູ່ປະເທດລາວຍັງ ມີໄຫມປ່ານໍາອີກ, ແຕ່ມີການລ້ຽງຫນ້ອຍຫລາຍ, ມ້ອນຊະນິດນີ້ຮຽກວ່າ ມ້ອນໜາມ ຊື່ວິທະຍາສາດ: Samia Ricini ແລະ ຊື່ສາມັນຄື Eri Silkworm, ເຊິ່ງບໍ່ໄດ້ຈັດເຂົ້າໃນປະເພດຂອງມ້ອນທີ່ກິນໃບມອນ ( Mulberry Silkworm ) ໃນແຕ່ລະປີຜະລິດໄດ້ເສັ້ນໄຫມໜ້ອຍຫລາຍ, ຈຸດດ້ອຍຂອງມັນແມ່ນມີເສັ້ນໄຍສັ້ນ ຕ້ອງຝັ້ນໃສ່ກັນຄ້າຍໆກັບຝ້າຍ, ແຕ່ມີຈຸດພິເສດເສັ້ນໄຫມອ່ອນນຸ້ມຄ້າຍໆກັບຂົນສັດ ຖ້າໄດ້ຮັບການສົ່ງເສີມການລ້ຽງຈະມີຄຸນຄ່າທາງດ້ານເສດຖະກິດສູງ.
ເຖິງຢ່ງໃດກໍດີ ການທີ່ຈະໄດ້ມາເສັ້ນໄໝທີ່ສວຍງາມນັ້ນຂໍ້ສຳຄັນອີກອັນໜຶ່ງຄື ອາຫານຂອງຕົວມ້ອນ, ມີນັກວິຊາການດ້ານໄໝຫຼາຍຄົນໃຫ້ຄວາມເຫັນວ່າ ມ້ອນທີ່ກິນໃບມອນເປັນອາຫານນັ້ນຈະໃຫ້ເສັ້ນໄຫມທີ່ເຫຼືອມງາມກວ່າຕົວມ້ອນທີ່ກິນພືດອື່ນເປັນຕົ້ນແມ່ນໃບໝາກຫຸງສາເປັນອາຫານ
ຂໍ້ມູນກ່ຽວກັບໃບມອນ
ມອນເປັນພືດຢູ່ໃນຕະກຸນ MORACEAE ຫຼື ມີຊື່ພາສາອັງກິດວ່າ Muberry Tree ເປັນຕົ້ນໄມ້ຟຸ່ມ ສ່ວນໃບຈະມີລັກສະນະມົນ ຫຼື ແຊກໆF ຕົ້ນມອນມີຖິ່ນກຳເນີດຢູ່ໃນເຂດຮ້ອນ. ຢູ່ປະເທດລາວເຮົາມີມອນຫຼາຍພັນ ແລະ ມີຊື່ທີ່ແຕກຕ່່າງກັນຕາມແຕ່ລະທ້ອງຖິ່ນເຊັ່ນ: ມອນຕາດ, ມອນສ້ອຍ, ມອນນ້ອຍ, ມອນແກ້ວ, ມອນໃບມົນ ຫຼື ມອນໃບໂພ ເປັນຕົ້ນ
ການປູກມອນໃນເມື່ອກ່ອນ ແມ່ນສຳລັບການລ້ຽງມ້ອນເທົ່ານັ້ນ, ແຕ່ປັດຈຸບັນມີຫຼາຍແຫ່ງປູກມອນເພື່ອນຳເອົາໄປເຮັດຊາໃບມອນ, ເຮັດເຄື່ອງສຳອາງ, ຢາສະຜົມ ມີບາງແຫ່ງຍັງນຳເອົາໝາກມອນໄປເຮັດກວນໝາກໄມ້ ຫຼື ເຫຼົ້າຫວານນຳອີກ
ຕົ້ນມອນ
ອ້າງອີງ ຫານຊະນະ ສີສານ, ລາວ ດິນແດນແຫ່ງວັດທະນະທຳ