ພວກເຮົາໄດ້ສົນທະນາກັບ ທ້າວ ເຄນ ພິດສະແພງ, ໄວໜຸ່ມອາຍຸ 28 ຜູ້ທີ່ເຮັດທຸລະກິດປູກຜັກປອດສານພິດ ທີ່ບ້ານຜາວຽງ, ແຂວງຫຼວງພະບາງ ເຊິ່ງເປັນຜູ້ທີ່ວາງແຜນກະສຽນໂຕເອງໃນໄວອາຍຸ 35ປີ!
1. ເລີ່ມຕົ້ນ,ຍ້ອນຫຍັງທ່ານຈຶ່ງຕັດສິນໃຈເຮັດອາຊີບກະສິກຳປອດສານພິດນີ້?
ເມື່ອກ່ອນຂ້ອຍກໍ່ມີຄວາມຝັນຢາກມີລົດຂີ່, ມີຮ້ານອາຫານ, ຢາກເຮັດວຽກທີ່ໄດ້ເງິນຫຼາຍກວ່າເກົ່າ ແຕ່ສິ່ງເຫຼົ່ານັ້ນ ມັນບໍ່ແມ່ນຄວາມສຸກທີ່ແທ້ຈິງ. ຂ້ອຍມີໂອກາດໄດ້ໄປປະເທດອົດສະຕາລີ ແລະ ຫົວໜ້າທີ່ຂ້ອຍເຄີຍເຮັດວຽກນຳກ່າວເລື່ອງໜຶ່ງຂຶ້ນມາທີ່ກະຕຸ້ນໃຫ້ຂ້ອຍຢາກເຮັດກະເສດ ລາວກ່າວວ່າ “ຄົນທີ່ຢູ່ປະເທດອົດສະຕາລີເຮັດກະເສດ ແຕ່ເຂົາເຫຼົ່ານັ້ນບໍ່ທຸກ” ຂ້ອຍເລີຍກັບມາຄິດຄືນ ຂ້ອຍຍັງມີຄວາມຕ້ອງການສິ່ງທີ່ຂ້ອຍຝັນເຫຼົ່ານັ້ນ ແຕ່ຂ້ອຍກໍ່ຮູ້ວ່າການກັບໄປບ້ານເກີດຂອງຂ້ອຍຈະເຮັດໃຫ້ຂ້ອຍ ເຮັດສິ່ງທີ່ພໍ່ແມ່ນເຄີຍເຮັດມາ ແມ່ນມັນຈະເຮັດໃຫ້ຂ້ອຍມີຄວາມສຸກທີ່ສຸດ. ສະນັ້ນ ຂ້ອຍກໍ່ຕັດສິນໃຈລາອອກຈາກວຽກ ແລະ ກັບບ້ານ ເພື່ອມາເຮັດສວນ ເຮັດກະເສດປອກສານພິດຢູ່ທີ່ດິນຂອງພໍ່ຂອ້ຍ. ໃນເບື້ອງຕົ້ນ ຂ້ອຍບໍ່ຮູ້ຈັກການເຮັດສວນເລີຍ. ສະນັ້ນ, ກ່ອນທີ່ຂ້ອຍຈະລົງມືປູກຜັກ ເບື້ອງຕົ້ນໄດ້ຈ້າງວິຊາການມາສອນເປັນເວລາກວ່າ 6 ເດືອນ. ຂ້ອຍເລີ່ມຈາກການປູກພືດຜັກພື້ນບ້ານ ເຊັ່ນ: ສະລັດ, ຜັກບົ້ງ, ໝາກແຕງ, ຫົວສິງໄຄ, ຄ່າ ແລະ ປັດຈຸບັນນີ້, ພວກເຮົາໄດ້ປູກຜັກສະລັດ, ຜັກຫົມ, ໝາເລັ່ນ, ບອກໂຄລີ, ໝາກເຂືອ, ໝາກແຕງ, ໝາກເຜັດ, ບີສລູດ, ລາດີ, ກະລ່ຳ, ຜັກລອກເກັດ ແລະ ຜັກບົ່ວ.
2. ທ່ານໃຊ້ເວລາໃນການຜະລິດຜັກປອດສານພິດຄືແນວໃດໃນແຕ່ລະມື້?
ຂ້ອຍເຮັດສວນໃນຕອນດິນຂອງພໍ່ແມ່ ຂະໜາດ 2 ເຮັກຕາ, ປັດຈຸບັນມີພະນັກງານສວນສອງຄົນ. ພວກເຮົາໄດ້ຮຽນຮູ້ວ່າຖ້າແນວພັນປູກທີ່ດີ ກໍ່ເຮັດໃຫ້ວຽກງານການບົວລະບັດສວນງ່າຍຂຶ້ນ. ການປູກຜັກຈະໃຊ້ເວລາ 45-60 ວັນກໍ່ເກັບກ່ຽວໄດ້. ສວນຂອງພວກເຮົາແມ່ນຈະບໍ່ຂາຍຜັກທີ່ມີອາຍຸກາຍ 75 ວັນ ເພາະມັນຈະບໍ່ແຊບ. ພວກເຮົາປູກຜັກອດສານພິດ ແມ່ນໝາຍວ່າພວກເຮົາຈະບໍ່ນຳໃຊ້ເຄມີໃດໆຢູ່ໃນສວນຂອງພວກເຮົາ. ພວກເຮົາເອົາເສດຜັກ, ໃບໄມ້ໄປເຮັດຝຸ່ນ ໃຊ້ເອງໃນສວນ ເພື່ອຫຼຸດຕົ້ນທຶນການຜະລິດ. ພວກເຮົາມີການຕິດຕັ້ງລະບົບນ້ຳ ແລະ ໃນລະດູຝົນກໍ່ຈະປູກຜັກໃນເຮືອນຮົ່ມ.
3. ຖ້າມີຄົນຢາກຜະລິດຄືກັນກັບທ່ານ ຄິດວ່າເຂົາຈະເຮັດແນວໃດ?
• ຄວນຈະມີຄວາມຮູ້ກ່ຽວກັບການປູກຝັງການກະເສດກ່ອນ ຈິ່ງເລີ່ມ.
• ຕ້ອງມີສະຖານທີ່, ເນື້ອທີ່ ເປັນດິນສວນ, ດິນນາຂອງຄອບຄົວພໍ່ແມ່ ຫຼື ຕົນເອງ
• ວາງແຜນການຜະລິດກ່ອນລົງມືປູກ ແລະ ຫາຕະຫຼາດໃຫ້ເໝາະສົມ
• ລົງມືເລີຍ ເພາະຖ້າເຮົາມີແຕ່ຄິດວາງແຜນແຕ່ບໍ່ລົງມື ມັນກໍ່ບໍ່ມີໝາກຜົນເກີດຂຶ້ນ.
4. ທ່ານຄິດວ່າຄວນຈະມີຕົ້ນທຶນເທົ່າໃດສຳລັບການເລີ່ມຕົ້ນຜະລິດ?
ຖ້າທ່ານເລີ່ມຈາກຂະໜາດນ້ອຍກໍ່ຈະບໍ່ຕ້ອງໃຊ້ເງິນຫຼາຍ. ຊື້ແນວພັນ ແລະ ອຸປະກອນການຜະລິດ ແລະ ລະບົບນ້ຳ. ທ່ານສາດໃຊ້ແນວພັນພື້ນບ້ານ ຫຼື ພັນຈາກຕ່າງປະເທດທີ່ຫາຊື້ໄດ້ຕາມຮ້ານຄ້າການກະເສດ. ລົງທຶນປະມານ 1 ລ້ານກີບກໍ່ໄດ້ແລ້ວ. ແນ່ນອນວ່າ, ທຶນທີ່ໃຊ້ແມ່ນຂຶ້ນກັບຂະໜາດຂອງພື້ນທີ່ການປູກ.
ສ່ວນຕົວຂ້ອຍແລ້ວແມ່ນຂ້ອຍລົງທຶນຫຼາຍໃນຟາມ ປະມານ 100 ລ້ານກີບ. ຂ້ອຍລົງທຶນໃສ່ລະບົບນ້ຳ ແລະ ການສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວສົນໃຈ. ປັດຈຸບັນນີ້, ຂ້ອຍຢູ່ໃນຂັ້ນຕອນການວາງແຜນໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ທີ່ສວນ, ແລະ ວາງແຜນເປີດຮ້ານອາຫານນ້ອຍ ພ້ອມທັງມີການສອນວິທີການແຕ່ງກິນອາຫານລາວໃຫ້ແກ່ແຂກນັກທ່ອງທ່ຽວ.
5. ທ່ານມີລາຍຮັບຈາກການຂາຍຜັກປອດສານພິດຄືແນວໃດ?
ພວກເຮົາພະຍາຍາມໂຄສະນາທາງເຟສບຸກ, ຜົນຜະລິດຜັກທີ່ພວກເຮົາປູກ ນັ້ນແມ່ນເຮົາຈະເຮັດສົ່ງໃຫ້ໂຮງແຮມ, ຮ້ານອາຫານ, ແລະ ຄົນຕ່າງປະເທດທີ່ອາໃສຢູ່ຫຼວງພະບາງ. ຜູ້ທີ່ຊື້ຜັກຂອງເຮົາຫຼາຍທີ່ສຸດແມ່ນຮ້ານອາຫານ. ໂຮງແຮມກໍ່ສັ່ງ ແຕ່ສ່ວນຫຼາຍແມ່ນສັງອີງຕາມລະດູການທ່ອງທ່ຽວ.
ນອກນັ້ນ, ຂ້ອຍຂາຍກະຕ່າຜັກໃຫ້ແກ່ຄົນຕ່າງປະທດທີ່ອາໃສຢູ່ໃນເມືອງຫຼວງພະບາງ ໃນລາຄາ 50,000, 80,000 ແລະ 120,000 ກີບ ຕໍ່ກະຕ່າ; ຂ້ອຍມີລາຍຮັບ 700,000 ກີບຕໍ່ອາທິດ, ລວມແລ້ວປະມານ 3,500,000 – 4,000,000 ກີບຕໍ່ເດືອນ.
6. ສິ່ງໃດເປັນອຸປະສັກໃນການຜະລິດຜັກປອດສານພິດ?
ແນວພັນບາງຊະນິດ ລາວ ແລະ ໄທ ແມ່ນມັກຖືກແມງໄມ້ທຳລາຍຜົນຜະລິດ. ສິ່ງທ້າທາຍອື່ນອີກກໍ່ແມ່ນເລື່ອງເຕັກນິກການຜະລິດທີ່ເໝາະສົມກັບພືດແຕ່ລະຊະນິດ ແຕ່ລະຊະນິດພັນແມ່ນຕ້ອງການ ດິນ, ນ້ຳ ແລະ ຮົ່ມທີ່ແຕກຕ່າງກັນ. ຂ້ອຍຕ້ອງໃຊ້ເວລາໃນການຮຽນຮູ້ດົນພໍສົມຄວນເພື່ອຈະເຮັດແນວໃດໃຫ້ຜັກແຂງແຮງ.
ເບື້ອງຕົ້ນພວກເຮົາກໍ່ພົບກັບຄູ່ແຂງທີ່ປູກຜັກປອດສານພິດທີ່ມີເປົ້າໝາຍຕະຫຼາດອັນດຽວກັນ. ເຖິງຢ່າງໃດກໍ່ຕາມ ພວກເຮົາພະຍາຍາມປ່ຽນຈາກການເປັນຄູ່ແຂງມາເປັນການຮ່ວມມືກັນ ດັ່ງນັ້ນ ພວກເຮົາກໍ່ສາມາດແບ່ງເປັນຜົນປະໂຫຍດກັນ ເຊັ່ນ: ຖ້າລູກຄ້າຂອງພວກເຂົາຕ້ອງການຜັກບາງຢ່າງ ພວກເຂົາກໍ່ສາມາດຊຶ້ຈາກເຮົາ. ປັດຈູບັນສະຖານະການແມ່ນປັບປຸງດີຂຶ້ນ, ພວກເຮົາແບ່ງປັນຜົນປະໂຫຍດກັນຫຼາຍກວ່າເປັນຄູ່ແຂ່ງກັນ.
7. ແມ່ນຫຍັງເປັນສິ່ງທີ່ດີທີ່ສຸດ ຈາກການເປັນຜະລິດກະສິກຳປອດສານພິດ?
ຂ້ອຍມີຄວາມສຸກທີ່ເຫັນຜັກເຕີບໃຫຍ່. ຂ້ອຍມັກເລື່ອງເຕັກນິກການປູກຝັງ ເທົ່າກັບການຕະຫຼາດທີ່ ແລະ ການຈັດການສວນ. ທັງໝົດນີ້ແມ່ນມີໜ້າວຽກທີ່ແຕກຕ່າງກັນ!