ຜົນກະທົບຕໍ່ຜູ້ປະກອບການພາຍໃນຈາກການລົງທຶນໂດຍກົງຂອງຕ່າງປະເທດ

ການລ້ຽງໝູໜຶ່ງໃນກິດຈະການທີ່ໄດ້ຮັບຜົນກະທົບຈາກນັກລົງທຶນຕ່າງປະເທດ

ໃນ ສປປ ລາວ ການເຂົ້າມາລົງທຶນຈາກຕ່າງປະເທດແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນເປັນປະເທດທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ເໝາະສຳລັບການຜະລິດໄຟຟ້າ ແລະ ຂະແໜງການອື່ນໆ, ນອກຈາກນີ້ຍັງມີເນື້ອທີ່ກວ້າງຂວາງສາມາດຮັບຮອງການຜະລິດໃນກິດຈະການຕ່າງທີ່ເຂົ້າມາລົງທຶນໄດ້, ເຊິ່ງສົ່ງຜົນດີຕໍ່ການພັດທະນາປະເທດຊາດໃຫ້ຫຼຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເຮັດໃຫ້ມີການຈ້າງງານເພີ່ມຂຶ້ນເປັນຕົ້ນ, ແຕ່ມີບາງທຸລະກິດທີ່ສົ່ງຜົນກະທົບຕໍ່ຜູ້ປະກອບການພາຍໃນປະເທດເຊັ່ນດຽວກັນ. ມື້ນີ້ພວກເຮົານຳເອົາຜົນກະທົບຕໍ່ກິດຈະການຂອງກຸ່ມລ້ຽງໝູເປັນສິນຄ້າ ໃນນະຄອນຫຼວງວຽງຈັນມາເປັນຕົວຢ່າງ ເພື່ອການແກ້ໄຂ ແລະ ປັບປຸງບໍ່ໃຫ້ມີຜົນກະທົບຕໍ່ກິດຈະການຕ່າງໆຂອງປະຊາຊົນໃນທ້ອງຖິ່ນ.

ທ່ານ ເອກ ສະມາຊິກກຸ່ມລ້ຽງໝູໃນນະຄອນຫຼວງວຽງຈັນກ່າວເຖິງການຂາດທຶນໃນການລ້ຽງໝູວ່າ: ໃນເບື້ອງຕົ້ນແມ່ນມີພາກສ່ວນລັດໄດ້ເຂົ້າມາລະດົມການລ້ຽງໝູເພື່ອສະໜອງສະບຽງອາຫານໃຫ້ແກ່ການແຂ່ງຂັນກິລາຊີເກມ, ແຕ່ສຸດທ້າຍບໍ່ເປັນໄປຕາມທີ່ກ່າວມາ ຈຶ່ງເຮັດໃຫ້ພວກເຮົາຂາດທຶນນັບແຕ່ນັ້ນມາ, ຫຼັງຈາກນັ້ນພວກເຮົາໄດ້ພະຍາຍາມຫາວິທີແກ້ໄຂເພື່ອໃຫ້ສາມາດຟື້ນຟູກິດຈະການໄດ້ ແຕ່ສຸດທ້າຍກໍບໍ່ສາມາດເຮັດໄດ້ ເນື່ອງພວກເຮົາຂາດທຶນໃຫ້ຟາມໃຫຍ່ທີ່ມາລົງທຶນໃນບ້ານເຮົາ.

ສິ່ງທີ່ກ່າວມາຂ້າງເທິງນັ້ນຖືເປັນຕົວຢ່າງໜຶ່ງທີ່ເກີດຂຶ້ນໃນປີ 2009 ເຊິ່ງໄດ້ສົ່ງຜົນກະທົບກັບຊາວກະສິກອນ ເຮັດໃຫ້ຕ້ອງໄດ້ຢຸດກິດຈະການລົງ ຄວາມນິຍົມຂອງທ້ອງຕະຫຼາດ ແລະ ຜົນກະທົບຈາກນັກລົງທຶນຕ່າງປະເທດ. ເຊິ່ງຊາວກະສິກອນຍັງກ່າວຕື່ມວ່າ: ໝູທີ່ນັກລົງທຶນຈາກຕ່າງປະເທດລ້ຽງມີຈຳນວນຫຼາຍ ໂດຍລ້ຽງເທື່ອລະ 1000-2000 ໂຕ, ສ່ວນຟາມຂອງພວກເຮົາແມ່ນລ້ຽງພຽງແຕ່ 100-200 ໂຕເທົ່ານັ້ນ, ເມື່ອຂາຍເຂົາເຈົ້າຈະເອີ້ນວ່າ ປາໃຫຍ່ກິນປານ້ອຍ ຫຼື ທຸລະກິດໃຫຍ່ກິນທຸລະກິດນ້ອຍ ເຊິ່ງມັນໄດ້ສະແດງໃຫ້ເຫັນ ຄື: ລາຄາປົກກະຕິຂອງໝູຈະຢູ່ທີ່ 18,000 – 20,000 ກີບ/ກິໂລ ແຕ່ວ່າຟາມໃຫຍ່ຈະຂາຍໃນລາຄາທີ່ຕ່ຳກວ່າຢູ່ທີ່ 12,000 ກີບ/ກິໂລ ໃນຈຳນວນ 200 ໂຕເທົ່ານັ້ນ ຈຶ່ງເຮັດໃຫ້ແມ່ຄ້າຫັນໄປຊື້ຈາກຟາມໃຫຍ່, ສຸດທ້າຍພວກເຮົາຕ້ອງໄດ້ຫຼຸດລາຄາລົງຕາມ ເພາະຕ້ອງໄດ້ຂາຍໃຫ້ໝົດຍ້ອນບໍ່ມີຫົວອາຫານລ້ຽງຕໍ່ໄປ. ຫຼັງຈາກທີ່ພວກເຮົາຂາຍອອກໝົດແລ້ວ ແຕ່ນັກລົງທຶນຈີນຍັງເຫຼືອໝູຢູ່ປະມານ 300 ໂຕ ພວກເຂົາກໍຂຶ້ນລາຄາສູງຂຶ້ນເຖິງ 20,000 ກີບ/ກິໂລ. ໝາຍຄວາມວ່າພວກເຂົາຍອມຂາດທຶນໄປ 200 ໂຕ ແຕ່ຈະໄດ້ກຳໄລຈາກການຂາຍ 300 ສະນັ້ນຈຶ່ງເຮັດໃຫ້ນັກລົງທຶນຈີນບໍ່ຂາດທຶນ ແລະ ຍັງສາມາດຄືນຕົ້ນທຶນທີ່ເສຍໄປ ແລະ ຍັງມີກຳໄລຂຶ້ນອີກ ແຕ່ກົງກັນຂ້າມກັບພວກເຮົາແມ່ນມີແຕ່ຂາດທຶນຈົນເຮັດໃຫ້ຕ້ອງໄດ້ຢຸດກິດຈະການ.

ສາເຫດທີ່ເປັນແນວນັ້ນມາຈາກປັດໄຈໃນຫຼາຍດ້ານ ເຊັ່ນ: ຕົ້ນທຶນໃນການລ້ຽງທີ່ແຕກຕ່າງກັນ ເພາະວ່າຟາມໃຫຍ່ຈະຜະລິດຫົວອາຫານເອງ, ປະສົມພັນເອງ ເນື່ອງຈາກພວກເຂົາມີອຸປະກອນທີ່ຄົບຖ້ວນ, ຕົ້ນທຶນຕ່ຳ (ຢູ່ທີ່ປະມານ 2,000 – 3,000 ກີບ), ກົງກັນຂ້າມພວກເຮົາແມ່ນຊື້ຫົວອາຫານຕາມທ້ອງຕະຫຼາດໃນລາຄາທີ່ສູງກວ່າປະມານ 5,000-6000 ກີບ. ອີກປະການໜຶ່ງມາຈາກການຄວບຄຸມລາຄາຫົວອາຫານຂອງພາກສ່ວນທີ່ກ່ຽວຂ້ອງຍັງບໍ່ສາມາດປະຕິບັດໄດ້ເທົ່າທີ່ຄວນ, ເຮັດໃຫ້ມີລາຄາສູງຂຶ້ນ ເຊິ່ງສັງເກດໄດ້ຈາກ ໄລຍະທຳອິດທີ່ພວກເຮົາເລີ່ມລ້ຽງໝູລາຄາຫົວອາຫານຈະຢູ່ທີ່ 70,000 ກີບ/ເປົາ ແລະ ຫຼັງຈາກລ້ຽງໄດ້ 2 -3 ປີ ລາຄາສູງເຖິງ 120,000 ກີບ/ເປົາ.

ທັງໝົດທີ່ກ່າວມານັ້ນເປັນອີກໜຶ່ງເຫດການທີ່ເກີດຂຶ້ນໃນປີ 2009 ເຊິງໄດ້ສະແດງໃຫ້ເຫັນເຖິງປັດໄຈຕ່າງໆທີ່ສົ່ງຜົນຕໍ່ຊາວກະສິກອນພາຍໃນປະເທດຂາດທຶນ ແລະ ຕ້ອງຢຸດຕິກິດຈະການລົງ, ທັງເປັນການຊີ້ໃຫ້ເຫັນເຖິງບັນຫາແກ່ພາກສ່ວນທີ່ກ່ຽວຂ້ອງນຳໄປພິຈາລະນາ ເພື່ອເພື່ອຊອກຫາວິທີແກ້ໄຂໃຫ້ກັບຊາວກະສິກອນໃນທ້ອງຖິ່ນສາມາດຢູ່ລອດຕໍ່ໄປໄດ້ ໃນທ່າມກາງການເປີດກວ້າງໃຫ້ມີການລົງທຶນຈາກຕ່າງປະເທດໃນ ສປປ ລາວ ຫຼາຍຂຶ້ນ.

ທີ່ມາ: ເອກະສານຜົນກະທົບຈາກການລົງທຶນໂດຍກົງຈາກຕ່າງຕໍ່ຜູ້ຜະລິດໃນທ້ອງຖິ່ນ(ເຄືອຄ່າຍຊາວກະສິກອນລາວ)

Share