ຜົນດີ-ຜົນເສຍຂອງການລ້ຽງໄກ່ຂາຍແບບມີສັນຍາ ແລະ ບໍ່ມີສັນຍາ

ການລ້ຽງໄກ່ແບບມີສັນຍາ - ບໍ່ມີສັນຍາ

ການຜະລິດແບບມີສັນຍາເປັນອີກທາງເລືອກໜຶ່ງເພື່ອເຮັດໃຫ້ຜົນຜະລິດມີຕະຫຼາດຮອງຮັບທີ່ໝັ້ນຄົງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້ຂອງຜູ້ບໍລິໂພກໄດ້ ທັງສາມາດກຳນົດປະລິມານ – ຄຸນະພາບ ແລະ ໄລຍະເວລາຂອງການຜະລິດ. ນອກຈາກນັ້ນ, ຍັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ຄູ່ເຖິງຜູ້ຮ່ວມສັນຍາ ແຕ່ເຖິງແນວໃດກໍຕາມການຜະລິດແບບມີສັນຍາ ແລະ ບໍ່ມີສັນຍາກໍມີຈຸດດີຈຸດອ່ອນຕ່າງກັນ ໃນນີ້ກຸ່ມລ້ຽງໄກ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ເປັນອີກກຸ່ມໜຶ່ງທີ່ໄດ້ຮັບບົດຮຽນຈາກການລ້ຽງແບບມີສັນຍາ ແລະ ບໍ່ມີສັນຍາ.

ກຸ່ມລ້ຽງໄກ່ບ້ານບຸ່ງພ້າວເລີ່ມສ້າງຕັ້ງຂຶ້ນໃນປີ 2016 ມີສະມາຊິກທັງໝົດ 50 ຄອບຄົວ ເປັນກຸ່ມທີ່ລ້ຽງໄກ່ລາດແບບທຳມະຊາດ ເຊິ່ງເຫັນວ່າການລ້ຽງແບບນີ້ຕົ້ນທຶນການລ້ຽງຂ້ອນຂ້າງສູງ ເນື່ອງຕ້ອງໃຊ້ສາລີ, ຢວກກ້ວຍ ແລະ ຫົວອາຫານມາປະສົມກັນເປັນອາຫານໃນການລ້ຽງ ແລະ ຕ້ອງໄດ້ໃຫ້ອາຫານໃຫ້ອີ່ມເຕັມທີ່ ເພາະໃນສັນຍາແມ່ນຈະເນັ້ນບໍ່ໃຫ້ຄຸມອາຫານໄກ່ຫຼາຍ ແລະ ຢາກໃຫ້ລ້ຽງແບບທຳມະຊາດ. ການລ້ຽງຜ່ານມາເຫັນວ່າກຸ່ມສາມາດລ້ຽງໄກ່ເພື່ອສົ່າຂາຍໄດ້ປະມານ 400 ໂຕ/ອາທິດ ໂດຍເບື້້ອງຕົ້ນແມ່ນຂາຍໃຫ້ຮ້ານປິ້ງໄກ່ນາປົ່ງ ໃນຮູບແບບການຜະລິດແບບມີສັນຍາ ແຕ່ປັດຈຸບັນແມ່ນລ້ຽງເພື່ອການສົ່ງຂາຍໃຫ້ຕະຫຼາດທົ່ວໄປບາງຄັ້ງກໍມີແມ່ຄ້າມາຮັບຊື້ຢູ່ສະຖານທີ່ລ້ຽງເລີຍ ເນື່ອງຈາກກຸ່ມຍັງບໍ່ທັນຕໍ່ສັນຍາຊື້ – ຂາຍສະບັບໃໝ່ ສຳລັບຄວາມຕ້ອງການໃນການຊື້ໄກ່ລາດປັດຈຸບັນເຫັນວ່າຫຼຸດລົງ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19 ທີ່ໄດ້ສົ່ງຜົນກະທົນຕໍ່ດ້ານເສດຖະກິດ ຮ້ານອາຫານເປັນທຸລະກິດໜຶ່ງທີ່ໄດ້ຮັບຜົນກະທົບຈຶ່ງເຮັດໃຫ້ການຮັບຊື້ໄກ່ຫຼຸດລົງ ສະນັ້ນ, ກຸ່ມຈຶ່ງໄດ້ຫັນໄປຂາຍໃຫ້ແມ່ຄ້າພາຍໃນເມືອງທຸລະຄົມ ແລະ ໃນນະຄອນຫຼວງວຽງຈັນ. ເຖິງແນວໃດກໍຕາມກຸ່ມລ້ຽງໄກ່ບ້ານບຸ່ງພ້າວກໍຍັງໄດ້ຮັບົດຮຽນທີ່ດີທີ່ມີທັງຜົນດີ ແລະ ຜົນເສຍຈາກການລ້ຽງແບບມີສັນຍາ ແລະ ບໍ່ມີສັນຍາ.

ທ່ານ ບຸນກອງ ສິດທິໄຊ ໜຶ່ງໃນສະມາຊິກກຸ່ມລ້ຽງໄກ່ບ້ານບຸ່ງກ່າວວ່າ:ການລ້ຽງແບບມີສັນຍາ ຈະກະຕຸ້ນຈິດໃຈເອົາໃຈໃສ່ໃນການລ້ຽງ ທັງມີຕະຫຼາດຮອງຮັບທີ່ແນ່ນອນເມື່ອຮອດກຳນົດກໍສາມາດຂາຍໄດ້ທັນທີຕາມສັນຍາຕາມລາຄາທີ່ເງື່ອນໄຂໃນສັນຍາເປັນທີ່ຮຽບຮ້ອບແລ້ວ ທີ່ສຳຄັນເຮົາສາມາດກຳນົດຕົ້ນທຶນໄດ້. ແຕ່ກໍຍັງມີບັນຫາບາງບັນຫາຄືເມື່ອຜູ້ຮັບຊື້ກຳນົດຈຳນວນທີ່ຈະຊື້້ຖ້າກຸ່ມບໍ່ສາມາດຕອບສະໜອງໄດ້ຜູ້ຮັບຊື້ສາມາດປັບໄໝໄດ້. ນອກນີ້ຍັງມີບາງຄົນໃນສະມາຊິກຍ້ອນບໍ່ເຂົ້າຮ່ວມໃນການເຊັນສັນຍາ ຈຶ່ງບໍ່ທັນເຂົ້າໃຈກ່ຽວກັບການເຮັດສັນຍາ ອີກສິ່ງໜຶ່ງທີ່ເຮົາໄດ້ຮັບຜົນກະທົບນັນກໍຄືພາຍຫຼັງທີ່ເຮົາກຳນົດລາຄາຕາມສັນຍາຮຽບຮ້ອຍແລ້ວແຕ່ລາຄາຕ້ອງທ້ອງຕະຫຼາດສູງກວ່າຈຶ່ງເຮັດໃຫ້ມີສະມາຊິກຈຳນວນໜຶ່ງນຳເອົາໄກ່ໄປຂາຍຕາມຕະຫຼາດ ຈຶ່ງສົ່ງຜົນກະທົບຕໍ່ສັນຍາເພາະບໍ່ສາມາດສົ່ງໄກ່ຕາມຈຳນວນທີ່ກຳນົດໃນສັນຍາໄດ້.

ສ່ວນການລ້ຽງແບບບໍ່ມີສັນຍາພວກເຮົາຈະອາໄສຈາກການຮັບຊື້ຂອງແມ່ຄ້າຈາກຕະຫຼາດທົ່ວໄປ ແມ່ຄ້າສ່ວນຫຼາຍຈະສວຍໂອກາດໃນການກົດລາຄາ ໂດຍອ້າງວ່າໄກ່ມີຂະໜາດໃຫຍ່ – ນ້ອຍເກີນໄປ ຫຼື ບາງຄັ້ງກໍອ້າງເຫດຜົນວ່າມີໄກ່ຈຳນວນຫຼາຍແລ້ວ ແລະ ລາຄາກໍຖືກກວ່າ.

ທັງໝົດທີ່ກ່າວມານັ້ນເຫັນວ່າການລ້ຽງແບບມີສັນຍາ ແລະ ບໍ່ມີສັນຍາລ້ວນແລ້ວແຕ່ມີຜົນດີ – ຜົນເສຍຕ່າງກັນ ນັ້ນຖືເປັນບົດຮຽນອັນສຳຄັນແກ່ຜູ້ລ້ຽງເພື່ອນຳມາປັບໃນການລ້ຽງໃນອານາຄົດບໍ່ໃຫ້ມີບັນຫາຕ່າງໆຕາມມາ.

ການຜະລິດແບບມີສັນຍາ ເປັນອີກທາງເລືອກໜຶ່ງເພື່ອເຮັດໃຫ້ຜົນຜະລິດມີຕະຫຼາດຮອງຮັບທີ່ໝັ້ນຄົງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້ຂອງຜູ້ບໍລິໂພກໄດ້ ທັງສາມາດກຳນົດປະລິມານ – ຄຸນະພາບ ແລະ ໄລຍະເວລາຂອງການຜະລິດ. ນອກຈາກນັ້ນ, ຍັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ຄູ່ເຖິງຜູ້ຮ່ວມສັນຍາ ແຕ່ເຖິງແນວໃດກໍຕາມການຜະລິດແບບມີສັນຍານ ແລະ ບໍ່ມີສັນຍາຈະມີຈຸດດີຈຸດອ່ອນຕ່າງກັນ ໃນນີ້ກຸ່ມລ້ຽງໄກ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ເປັນອີກກຸ່ມໜຶ່ງທີ່ໄດ້ຮັບບົດຮຽນຈາກການລ້ຽງແບບມີສັນຍາ ແລະ ບໍ່ມີສັນຍາ.

ກຸ່ມລ້ຽງໄກ່ບ້ານບຸ່ງພ້າວເລີ່ມສ້າງຕັ້ງຂຶ້ນໃນປີ 2016 ມີສະມາຊິກທັງໝົດ 50 ຄອບຄົວ ເປັນກຸ່ມທີ່ລ້ຽງໄກ່ລາດແບບທຳມະຊາດ ເຊິ່ງເຫັນວ່າການລ້ຽງແບບນີ້ຕົ້ນທຶນການລ້ຽງຂ້ອນຂ້າງສູງ ເນື່ອງຕ້ອງໃຊ້ສາລີ, ຢວກກ້ວຍ ແລະ ຫົວອາຫານມາປະສົມກັນເປັນອາຫານໃນການລ້ຽງ ແລະ ຕ້ອງໄດ້ໃຫ້ອາຫານໃຫ້ອີ່ມເຕັມທີ່ ເພາະໃນສັນຍາແມ່ນຈະເນັ້ນບໍ່ໃຫ້ຄຸມອາຫານໄກ່ຫຼາຍ ແລະ ຢາກໃຫ້ລ້ຽງແບບທຳມະຊາດ. ການລ້ຽງຜ່ານມາເຫັນວ່າກຸ່ມສາມາດລ້ຽງໄກ່ເພື່ອສົ່າຂາຍໄດ້ປະມານ 400 ໂຕ/ອາທິດ ໂດຍເບື້້ອງຕົ້ນແມ່ນຂາຍໃຫ້ຮ້ານປິ້ງໄກ່ນາປົ່ງ ໃນຮູບແບບການຜະລິດແບບມີສັນຍາ ແຕ່ປັດຈຸບັນແມ່ນລ້ຽງເພື່ອການສົ່ງຂາຍໃຫ້ຕະຫຼາດທົ່ວໄປບາງຄັ້ງກໍມີແມ່ຄ້າມາຮັບຊື້ຢູ່ສະຖານທີ່ລ້ຽງເລີຍ ເນື່ອງຈາກກຸ່ມຍັງບໍ່ທັນຕໍ່ສັນຍາຊື້ – ຂາຍສະບັບໃໝ່ ສຳລັບຄວາມຕ້ອງການໃນການຊື້ໄກ່ລາດປັດຈຸບັນເຫັນວ່າຫຼຸດລົງ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19 ທີ່ໄດ້ສົ່ງຜົນກະທົນຕໍ່ດ້ານເສດຖະກິດ ຮ້ານອາຫານເປັນທຸລະກິດໜຶ່ງທີ່ໄດ້ຮັບຜົນກະທົບຈຶ່ງເຮັດໃຫ້ການຮັບຊື້ໄກ່ຫຼຸດລົງ ສະນັ້ນ, ກຸ່ມຈຶ່ງໄດ້ຫັນໄປຂາຍໃຫ້ແມ່ຄ້າພາຍໃນເມືອງທຸລະຄົມ ແລະ ໃນນະຄອນຫຼວງວຽງຈັນ. ເຖິງແນວໃດກໍຕາມກຸ່ມລ້ຽງໄກ່ບ້ານບຸ່ງພ້າວກໍຍັງໄດ້ຮັບົດຮຽນທີ່ດີທີ່ມີທັງຜົນດີ ແລະ ຜົນເສຍຈາກການລ້ຽງແບບມີສັນຍາ ແລະ ບໍ່ມີສັນຍາ.

ທ່ານ ບຸນກອງ ສິດທິໄຊ ໜຶ່ງໃນສະມາຊິກກຸ່ມລ້ຽງໄກ່ບ້ານບຸ່ງກ່າວວ່າ:ການລ້ຽງແບບມີສັນຍາຈະກະຕຸ້ນຈິດໃຈເອົາໃຈໃສ່ໃນການລ້ຽງ ທັງມີຕະຫຼາດຮອງຮັບທີ່ແນ່ນອນເມື່ອຮອດກຳນົດກໍສາມາດຂາຍໄດ້ທັນທີຕາມສັນຍາຕາມລາຄາທີ່ເງື່ອນໄຂໃນສັນຍາເປັນທີ່ຮຽບຮ້ອບແລ້ວ ທີ່ສຳຄັນເຮົາສາມາດກຳນົດຕົ້ນທຶນໄດ້. ແຕ່ກໍຍັງມີບັນຫາບາງບັນຫາຄືເມື່ອຜູ້ຮັບຊື້ກຳນົດຈຳນວນທີ່ຈະຊື້້ຖ້າກຸ່ມບໍ່ສາມາດຕອບສະໜອງໄດ້ຜູ້ຮັບຊື້ສາມາດປັບໃໝໄດ້. ນອກນີ້ຍັງມີບາງຄົນໃນສະມາຊິກຍ້ອນບໍ່ເຂົ້າຮ່ວມໃນການເຊັນສັນຍາຈຶ່ງເຮັດບໍ່່ທັນເຂົ້າໃຈກ່ຽວກັບການເຮັດສັນຍາ ອີກສິ່ງໜຶ່ງທີ່ເຮົໄດ້ຮັບຜົນກະທົບນັນກໍຄືພາຍຫຼັງທີ່ເຮົາກຳນົດລາຄາຕາມສັນຍາຮຽບຮ້ອຍແລ້ວແຕ່ລາຄາຕ້ອງທ້ອງຕະຫຼາດສູງກວ່າຈຶ່ງເຮັດໃຫ້ມີສະມາຊິກຈຳນວນໜຶ່ງນຳເອົາໄກ່ໄປຂາຍຕາມຕະຫຼາດ ຈຶ່ງສົ່ງຜົນກະທົບຕໍ່ສັນຍາເພາະບໍ່ສາມາດສົ່ງໄກ່ຕາມຈຳນວນທີ່ກຳນົດໃນສັນຍາໄດ້.

ສ່ວນການລ້ຽງແບບບໍ່ມີສັນຍາພວກເຮົາຈະອາໄສຈາກການຮັບຊື້ຂອງແມ່ຄ້າຈາກຕະຫຼາດທົ່ວໄປ ແມ່ຄ້າສ່ວນຫຼາຍຈະສວຍໂອກາດໃນການກົດລາຄາ ໂດຍອ້າງວ່າໄກ່ມີຂະໜາດໃຫຍ່ – ນ້ອຍເກີນໄປ ຫຼື ບາງຄັ້ງກໍອ້າງເຫດຜົນວ່າມີໄກ່ຈຳນວນຫຼາຍແລ້ວ ແລະ ລາຄາກໍຖືກກວ່າ.

ທັງໝົດທີ່ກ່າວມານັ້ນເຫັນວ່າການລ້ຽງແບບມີສັນຍາ ແລະ ບໍ່ມີສັນຍາລ້ວນແລ້ວແຕ່ມີຜົນດີ – ຜົນເສຍຕ່າງກັນ ນັ້ນຖືເປັນບົດຮຽນອັນສຳຄັນແກ່ຜູ້ລ້ຽງເພື່ອນຳມາປັບໃນການລ້ຽງໃນອານາຄົດບໍ່ໃຫ້ມີບັນຫາຕ່າງໆຕາມມາ.

ທີ່ມາ: ເຄືອຂ່າຍຊາວກະສິກອນລາວ

 

 

Share