ສີທຳມະຊາດມີບົດບາດກ່ຽວຂ້ອງກັບການດຳລົງຊີວິດຂອງມະນຸດເຮົາມາແຕ່ສະໄໝບູຮານ ມະນຸດຮຽນຮູ້ການນຳໃຊ້ສີຈາກວັດສະດຸທຳມະຊາດໃນກິດຈະກຳຕ່າງໆເຊັ່ນ: ການທາສີຕາມຮ່າງກາຍ, ການທາສີໃສ່ພາຊະນະເຄື່ອງປັ້ນດິນເຜົາ, ເຄື່ອງໃຊ້, ເຄື່ອງນຸ່ງຫົ່ມ, ການແຕ້ມຮູບ ລວມເຖິງເປັນສ່ວນປະກອບໃນພິທີກຳຕ່າງໆຕາມຄວາມເຊື່ອຂອງແຕ່ລະທ້ອງຖິ່ນ. ສີຍ້ອມໄດ້ມາຈາກທຸກສ່ວນຂອງພືດເຊັ່ນ: ຮາກ, ເປືອກ, ລຳຕົ້ນ, ໃບ, ດອກ, ໝາກ ແລະ ແກ່ນ, ການຍ້ອມສີຜ້າ ຫຼື ໄຍຝ້າຍ ແລະ ໄໝ ໂດຍວິທີການຍ້ອມຈາກທຳມະຊາດສ່ວນໃຫຍ່ຈະນຳວັດຖຸດິບມາເຮັດໃຫ້ມຸ່ນລະອຽດແລ້ວນຳມາຕົ້ມໃຫ້ຟົດເພື່ອສະກັດເອົາສານທີ່ໃຫ້ສີນັ້ນເອງ, ນອກຈາກນີ້ຍັງມີວິທີທີ່ບໍ່ຕ້ອງຜ່ານການຕົ້ມເຊິ່ງພວກເຮົາໄດ້ນຳເອົາຂັ້ນຕອນການຍ້ອມສີດ້ວຍຂີ້ີ້ໝີ້ນມາຝາກກັນດັ່ງນີ້ .
ຄວາມສຳຄັນຂອງການຍ້ອມສີທຳມະຊາດດ້ວຍຂີ້ໝີ້ນ
ການຍ້ອມສີຕາກທຳມະຊາດແມ່ນມີຄວາມສຳຄັນ ແລະ ປະໂຫຍດຫຼາຍຢ່າງເປັນຕົ້ນແມ່ນ ການທີ່ເຮົາບໍໍ່ມີຄວາມສ່ຽງຕໍ່ສຸຂະພາບຈາກການໄດ້ຮັບສານເຄມີ, ບໍ່ເສຍເງິນໃນການໃຊ້ຈ່າຍ ທີ່ສຳຄັນຄຸນະພາບຂອງການຍ້ອມສີທຳມະຊາດຍັງດີກວ່າການຍ້ອມດ້ວຍສານເຄມີ ສຳລັບຂັ້ນຕອນແມ່ນງ່າຍດາຍ ມີດັ່ງນີ້
ວິທີຍ້ອມສີຂີ້ໝີ້ນແຊ່ເຢັນ