ການນຳໃຊ້ພັນຂິງ-ຂ່າແບບດັ້ງເດີມໃນສັງຄົມລາວ

ພືດຕະກູນຂິງ-ຂ່າເປັນປະໂຫຍດມະຫາສານທີ່ນຳໃຊ້ເຂົ້າໃນຊີວິດປະຈຳວັນ ແຕ່ບັນພະບູລຸດຈົນເຖິງຍຸກສັງຄົມປະຈຸບັນ

ຄຳນຳ: ຄຳສັບກ່ຽວກັບຕະກຸນຂີງໃນພາສາລາວ, ໃນປະເທດລາວ ຕະກູນຂີງໄດ້ແບ່ງອອກເປັນຫຼາຍປະເພດແຕກຕ່າງກັນ. ເພາະສະນັ້ນ ຄຳສັບ ແລະ ການຕັ້ງຊື່ແຕ່ລະຊະນິດ ກໍ່ຂຶ້ນກັບການນຳໃຊ້ໃນຊີວີດປະຈຳວັນຂອງຊາວລາວ.
ຕະກູນຂີງທີ່ໄດ້ນຳໃຊ້ໃນຊີວິດປະຈຳວັນ (ເປັນອາຫານ ຫຼື ເປັນຢາ) ປະກອບມີ 4 ປະເພດໃຫຍ່ຄື:
1. ຊະນິດຂີງ (Zingiber species)
2. ຊະນິດຂ່າ (Alpinia species)
3. ຊະນິດຂີ້ໝິ້ນ (Curcuma species)
4. ຊະນິດໝາກແໜ່ງ ຫຼື ແໜ່ງ (Amomum species)
ໃນບາງກໍລະນີ ມີຊະນິດ ຫຼື ບາງແນວພັນທີ່ໄດ້ຖືກຈັດຢູ່ໃນພືດຕະກຸນແໜ່ງ ຫຼື ຂີງ ເຊັ່ນ ດອກຮ່ວງເຂົ້າ ຫຼື ບາງບ່ອນ ເອີ້ນແໜ່ງໜູ (Globba schomburgkii), ຂີງແຄງ (Globba calophylla) ອີງຕາມການຄຸ້ນເຄືຍຂອງພາສາທ້ອງຖິ່ນ ແຕ່ມັນກໍບໍ່ກົງກັບການຈັດປະເພດດ້ານວິທະຍາສາດ. ຍັງມີສັບອີກຄຳໜຶ່ງຄື ເອື້ອງຊຶ່ງໝາຍເຖິງຕະກູນດອກເອື້ອງຕ່າງໆ ແລະ ຕະກູນຂີງບາງຊະນີດທີ່ບໍລີໂພກໃດ້ເຊັ່ນເອື້ອງນາ (Costus speciosus). ໂດຍທົ່ວໄປແລ້ວ ຄຳສັບຫວ້ານກ່າວເຖິງ ຊະນິດພືດພັນທີ່ໄດ້ນຳໃຊ້ໃນການເວດມົນວິຊາອາຄົມ ຊື່ງໃນນັ້ນມີຂີງຫຼາຍຊະນິດ. ຊະນິດຂີງທີ່ໄດ້ຕັ້ງຊື່ວ່າເປັນຫວ້ານນີ້ ມີຄວາມແຕກຕ່າງກັບຂີງຊະນີດອື່ນໆ ເພາະວ່າເປັນຊະນິດທີ່ໄດ້ນຳໃຊ້ສະເພາະໃນໂອກາດພິເສດ. ຕາມຄວາມເຊື່ອຖືດັ້ງເດີມ ຫວ້ານມີສັບພະຄຸນໃນດ້ານເວດມົນ ແລະ ຂຶ້ນກັບໂລກວິນຍານ. ບາງຊະນິດກໍມີເຈົ້າຂອງ ຫຼື ວິນຍານທີ່ອາໄສຢູ່ນຳຕົ້ນນັ້ນເອງ ຊຶ່ງໄດ້ຮັບການບູຊາຈາກຜູ້ຕ້ອງການເອົາໄປນຳໃຊ້.

ການນຳໃຊ້ຊະນິດຂີງແບບດັ້ງເດີມຢູ່ລາວ
ການນຳໃຊ້ຊະນິດຂີງມີ 5 ຢ່າງເປັນຕົ້ນ: 1. ໃນອາຫານການກີນ, 2. ໃນການປິ່ນປົວ, 3. ໃນຊີວິດປະຈຳວັນ, 4. ໃນພິທີກຳຕ່າງໆ ແລະ 5. ໃນການວິຊາອາຄົມ

1. ການນຳໃຊ້ຊະນິດຂີງໃນອາຫານການກິນ: ໃນການປຸງແຕ່ງອາຫານລາວພື້ນເມືອງແນວພັນຂີງບໍ່ເປັນພືດທີ່ຖືກນຳໃຊ້ຢ່າງ ຫຼັກຫຼາຍ ເໝືອນກັບໃນອາຫານຂອງປະເທດໃກ້ຄຽງ. ແນວພັນຂີງທີ່ໄດ້ນຳໃຊ້ໃນການປຸງແຕ່ງສ່ວນໃຫຍ່ແມ່ນຂີງ (Zingiber officinale) ຫຼືຂ່າຕາແດງ (Alpinia galanga), ຂ່ານ້ອຍ (Alpinia conchigera) ຊຶ່ງໄດ້ໃຊ້ຫົວຕຳແຈ່ວ, ເຮັດແກ້ງ
ດອກ, ຍອດ ຫຼື ໃບ ຂອງຊີງຊະນິດຂີງອື່ນໆເຊັ່ນ ກະຈຽວ (Curcuma singularis), ໝາກແໜ່ງ (Amomum spp.), ຂ່າ (Alpinia roxburghii), ຫວ້ານໄພ (Zingiber cassumunar), ຫວ້ານໄພໃຈເຫຼືອງ (Zingiber zerumbet), ດອກແດງ (Zingiber rubens), ດອກອີຮື (Zingiber mekongense) ແລະ ເອື້ອງນາ (Costus speciosus) ກໍສາມາດບໍລິໂພກ ໄດ້ເປັນເຄື່ອງກິນກັບຫຼັງຈາກໜຶ້ງ ຕົ້ມ ຫຼື ປີ້ງ. ບາງຊະນິດເຊັ່ນ ໝາກແໜ່ງ ກໍເປັນໝາກທີ່ມີກິ່ນຫອມ ແລະ ລົດຊາດທີ່ເຮັດໃຫ້ສົດຊື່ນ ເປັນຂອງຫວານຫຼັງອາຫານ ຫຼື ເປັນເຄື່ອງປະກອບຄຳໝາກ.

	Stupper, C., Medicinisch-pharmaceutische Botanik (1841-1843)
ຂ່າເປັນອິກຊະນິດທີ່ນິຍົມໃຊ້ປະກອບເຂົ້າໃນເຄື່ອງເທດ ຮູບແຕ້ມຈາກໜັງສື: Stupper, C., Medicinisch-pharmaceutische Botanik (1841-1843)

2. ການນຳໃຊ້ຊະນິດຂີງໃນການປິ່ນປົວ
ສັບພະຄຸນຂອງຕະກູນຂີງໃນການປິ່ນປົວ ເປັນທີ່ຮູ້ຈັກກັນດີໃນບັນດາສັງຄົມດັ້ງເດີມ. ໃນປະເພດຢາພື້ນເມືອງລາວ ຂີງເປັນຢາແກ້ຄວາມຮ້ອນ ແລະ ເປັນຢາຕົ້ມກິນປະຈຳວັນ ສຳລັບອາການໄຂ້, ອາການປະດົງ, ເຈັບຫົວ, ເຈັບທ້ອງ.
ແຕ່ລະຊະນິດມີລັກສະນະສະເພາະຂອງມັນເອງເຊັ່ນ:

http://www.plantillustrations.org/illustration.php?id_illustration=31440&id_taxon=11465&mobile=0&SID=1p9je4or8qfosc56jud44ssgal&language=Engish&thumbnails_selectable=0&selected_thumbnail=0&query_type=genus&query_broad_or_restricted=broad&group=0&lay_out=0&uhd=2
ຂີງແມ່ນມີການນຳໃຊ້ມາຍາວນານ ເຊີ່ງຮູບພາບນີ້ໄດ້ແຕ້ມນີ້ຈາກໜັງສື: Köhler, F.E., Köhler’s Medizinal Pflanzen (1883-1914)

  ຊະນິດຂີງ
ໃນຊະນິດຂີງ ມີຫວ້ານໄພໃຈຫຼວງ (Zingiber zerumbet) ຊຶ່ງເປັນຢາຮັກສາອາການໄຂ້ ແລະ ອາການທ້ອງຜູກຂອງເດັກນ້ອຍ ແລະ ທາແຜ, ຫວ້ານໄພ (Zingiber cassumunar) ຊຶ່ງເປັນຢາດີຖອກທ້ອງ, ຮັກສາຝີ, ຫວ້ານແກ້ຫວ້ານ (Zingiber cassumunar) ຊຶ່ງສາມາດແກ້ການເປັນພິດທີ່ໄດ້ຮັບຈາກການບໍລິໂພກຫວ້ານຊະນິດອື່ນ.
•  ຊະນິດຂ່າ
ໃນຊະນິດຂ່າ ມີຂ່າໂຄມ (Alpinia roxburghii) ຊຶ່ງເປັນຢາຮັກສາລຳໄສ້ ແລະ ປົວປະດົງ, ຂ່ານ້ອຍ (Alpinia conchigera) ຊຶ່ງເປັນສ່ວນປະກອບຂອງຢາເສີມກຳລັງສຳລັບແມ່ຍິງເກີດລູກໃໝ່, ຂ່າຕາແດງ (Alpinia laosensis) ຊຶ່ງເປັນຢາດີທ້ອງ ແລະ ແກ້ອາການຄັນຜິວໜັງ. ໃນບັນດາບາງຊົນເຜົ່າໃນລາວ ຫຼັງຈາກເກີດລູກແລ້ວ ແມ່ຍິງຈະກິນແຕ່ຫົວຂ່າຕາແດງຈີ່ ກັບເຂົ້າໜຽວ ແລະ ເກືອຢ່າງດຽວໃນໄລຍະເວລາ 15 ມື້.
•  ຊະນິດຂີ້ໝິ້ນ
ດ້ວຍທົ່ວໄປຊະນິດຂີ້ໝິ້ນ ເຊັ່ນຂີ້ໝິ້ນຂຶ້ນ (Curcuma longa) ຫຼື ກະຈຽວ (Curcuma singularis) ເປັນຢາດີທ້ອງ, ແກ້ການເບື່ອອາຫານ ແລະ ຂີ້ໝິ້ນຄຳ (Curcuma aromatica) ເປັນຢາຮັກສາປະດົງ.

•  ຊະນິດແໜ່ງ
ຕາມຕຳລາພື້ນເມືອງຊະນິດແໜ່ງນີ້ ສ່ວນໃຫຍ່ໄດ້ໃຊ້ເປັນຢາຮັກສາກະເພາະ ແລະ ລຳໄສ້.
•  ຊະນິດຂີງອື່ນ
ໃນຊະນິດຂີງອື່ນ ກໍມີຂີງດຳ (Kaempferia parviflora), ຫວ້ານຫອມ (Kaempferia galanga) ຊຶ່ງເປັນຢາແກ້ການປວດຫົວ, ປົວໝາກໄຂ່ຫຼັງ ແລະ ເສັ້ນປະສາດ, ຫ້ວານຕູບໝູບ (Kaempferia rotunda) ຊຶ່ງເປັນຢາຮັກສາການເປັນໝັນຂອງແມ່ຍິງ, ຫ້ວານຕູບໝູບ (Kaempferia laotica) ຊຶ່ງເປັນຢາຮັກສາບາດແຜ ແລະ ພະຍາດຜິວໜັງ. ສ່ວນກະຊາຍ (Boesenbergia rotunda) ເປັນຢາກຳລັງ, ສະເຫີນ (Hedychium coronarium) ເປັນຢາຮັກສາອາການໃຄ່ບວມ, ແໜ່ງໜູ (Globba schomburgkii) ເປັນຢາເຢັນດີໄຂ້, ສະເຫີນ ນ້ອຍ ຫຼື ຂີງແຄງ (Globba calophylla) ເປັນຢາກຳລັງສຳລັບແມ່ຍິງເກີດລູກໃໝ່.

3. ການນຳໃຊ້ຊະນິດຂີງໃນຊີວິດປະຈຳວັນ
•   ການຮັກສາຜິວໜັງ
ໃນລະຫວ່າງໃນສະຕະວັດທີ 19 ມີນັກສຳຫຼວດຝລັ່ງຄົນໜື່ງ ໄດ້ກ່າວເຖິງຜີວໜັງສີທອງ ຂອງແມ່ຍິງໃນເວລາກັບມາຈາກ ອາບນ້ຳ. ທີ່ຈິງແລ້ວມັນແມ່ນປະເພນີດັ້ງເດີມຂອງແມ່ຍິງລາວທີ່ຈະທາຄີງຂອງຕົນເອງດ້ວຍຂີ້ໝິ້ນ ເພື່ອປ້ອງກັນຜີວໜັງ.
ໃນຂົງເຂດອື່ນ ໃນເວລາການສ້າງກອງວັດໃໝ່ ວິທີຈຳກັດກິ່ນຄາວຂອງໜັງງົວ ທີ່ຈະໃຊ້ຫຸ້ມໜ້າກອງ ກໍໄດ້ຖູດ້ວຍຊະນິດຂີງ ຂີ້ໝີ້ນ (Curcuma longa), ຫວ້ານໄພ (Zingiber cassumunar), ແລະຫວ້ານໄພໃຈເຫຼືອງ (Zingiber zerumbet).
•  ຍ້ອມສີທຳມະຊາດ
ການນຳໃຊ້ຂອງຂີ້ໝິ້ນ (Curcuma longa) ອີກປະການໜຶ່ງ ກໍແມ່ນການຍ້ອມສີທຳມະຊາດ ໂດຍສະເພາະສຳລັບຜ້າສະບົງຂອງພະສົງ.

4. ການນຳໃຊ້ຊະນິດຂີງໃນພິທີກຳຕ່າງໆ
ໃນດ້ານການເຊື່ອຖື ສັງຄົມລາວໄດ້ຮັບອິດທິພົນຈາກວັດທະນະທຳທີ່ແຕກຕ່າງກັນ ສະນັ້ນຈຶ່ງມີການນຳໃຊ້ຂີງຫຼາຍຊະນິດ ໃນພິທີກຳຕ່າງໆ.  ຍົກຕົວຢ່າງ ໃນພິທິກຳລ້ຽງຜີ ການຖວາຍ ຫວ້ານໄພໃຈເຫຼືອງ (Zingiber zerumbet) ໝາຍເຖິງເງິນ ແລະ ການຖວາຍ ຂີງ (Zingiber officinale) ຫຼືຂີ້ໝິ້ນ (Curcuma longa) ໝາຍເຖິງຄຳ. ໃນໂອກາດປີໃໝ່ລາວ ສ່ວນປະກອບ ຂອງນ້ຳສົງພະ ມີຫົວ ແລະ ໃບ ຫວ້ານຫອມ (Kaempferia galanga) ແລະຫົວ ຂີ້ໝິ້ນ (Curcuma longa) ຊອຍເປັນຕ່ອນນ້ອຍ ແລ້ວເອົາປະສົມໃຊ້ນ້ຳ ເພື່ອໃຫ້ນ້ຳໄດ້ກິ່ນຫອມ ແລະ ມີຄວາມສັກສິດ.
ວິທີການເຮັດກະທູບໃຊ້ຢູ່ຕາມວັດແບບບູຮານ ກໍ່ມີສ່ວນປະກອບ ຫົວຫວ້ານຫອມ (Kaempferia galanga) ແລະ ຫົວຂີ້ໝິ້ນ (Curcuma longa) ເປັນຝຸ່ນ. ຢູ່ພາກເໜືອຂອງລາວໃນໂອກາດບຸນທາງພຸດທະສາດສະໜາ ມີການບູຊາພະພຸດທະຮູບ ດ້ວຍວັນເຮັດດ້ວຍໃບຕອງແລ້ວມີທຽນຄູ່ໜຶ່ງ ກັບດອກໄມ້ເຊັ່ນດອກຊາຍເຫີນ (Hedychium coronarium) ຫຼືດອກແໜ່ງໜູ (Globba schomburgkii) ຍັດໃຊ່ນຳ. ໂດຍສະເພາະບັນດາເຜົ່າລື້ ມັກບູຊາດອກແໜ່ງໜູ (Globba schomburgkii) ຍາມບຸນພະເຫວດ ຫຼືເວລາສະຫຼອງພະທາດຊຽງຕຶງຢູ່ເມືອງສິງ.

5. ການນຳໃຊ້ຊະນິດຂີງໃນວິຊາອາຄົມ
ຊະນິດຂີງທີ່ໃຊ້ສຳລັບເວດມົນ ເຂົ້າຢູ່ໃນຕະກູນຂອງ ຫວ້ານຊຶ່ງສະແດງຄວາມອິດທີລິດຂອງຂີງ ຫຼື ຫວ້ານ. ຫວ້ານບາງຊະນິດ ຖືກນຳໃຊ້ໃນການເຮັດສະເໜ່ເຊັ່ນ ຫວ້ານສະເໜ່ຈັນ (Kaempferia angustifolia) ແລ້ວອີກບາງຊະນິດກໍ ໄດ້ນຳໃຊ້ເພື່ອແກ້ມົນ ຫຼື ສະເໜ່ ເຊັ່ນຫວ້ານແກ້ຫວ້ານ (Zingiber cassumunar). ປະເພດຂີງທີ່ເຂົ້າໃນຕະກູນຫວ້ານ ສ່ວນໃຫຍ່ມີສັບພະຄຸນໃນດ້ານສະໝູນໄພ ແລະ ໃນດ້ານເວດມົນ. ຍ້ອນວ່າຫວ້ານເປັນພືດພັນວິເສດ ໃນເວລາການປູກ ແລະ ການເກັບກ່ຽວຈະມີພິທີກຳສະເພາະເຊັ່ນ ຫວ້ານດີທ້ອງ ຫຼື ກະຈຽວດິນ (Stahlianthus thorelii) ທີ່ໄດ້ນຳໃຊ້ໃນການຮັກສາພະຍາດລຳໄສ້ ແລະ ກະເພາະອາຫານ ຕ້ອງໄດ້ຖືກປູກໃນມື້ວັນອັງຄານ ຂອງເດືອນ 6 ລາວ ແລະ ຕ້ອງໄດ້ຖືກກູ້ ໃນມື້ວັນອັງຄານເໝືອນກັນ ຂອງເດືອນ 12 ລາວ. ຮອດເວລາຍາມເກັບຫວ້ານ ກໍຫ້າມໃຊ້ເຄື່ອງມືເຫຼັກ ມີແຕ່ເຄື່ອງມືໄມ້ທີ່ຖືກອະນຸຍາດນຳໃຊ້ໄດ້. ກ່ອນຈະຂຸດຄົ້ນຫວ້ານນັ້ນກໍ ຕ້ອງໄດ້ເລີ່ມຕົ້ນດ້ວຍການບູຊາວິນຍານຂອງຫວ້ານ.
ຖ້າຄົນເຈັບແມ່ນຜູ້ຊາຍ, ການເກັບກ່ຽວຄວນເຮັດໂດຍແມ່ຍີງ ແລະ ຖ້າຜູ້ປ່ວຍເປັນແມ່ຍິງ, ການເກັບກ່ຽວກໍ່ໄດ້ ເຮັດໂດຍ ຜູ້ຊາຍ. ເນື່ອງຈາກພະລັງງານວິເສດມະຫັດສະຈັນທີ່ໄດ້ມອບໃຫ້ແກ່ຂີງບາງຊະນິດ ຕາມການເຊື່ອຖືຖົ່ວໄປ ຫ້າມບໍ່ໃຫ້ປູກ ໃນບໍລິເວນຂອງເຮືອນ ຫຼື ຂ້າງທີ່ຢູ່ອ້ອມແອ້ມ. ຈະໄດ້ພົບເຫັນຫວ້ານເກີດຂື້ນຢູ່ໃນສະພາບແວດລ້ອມທຳມະຊາດ, ບາງຄັ້ງກໍໄດ້ພົບພໍ້ໃນສະຖານທີ່ສະເພາະ ເຊັ່ນ ປ່າແຮ່ວ ຫຼື ປ່າຊ້າ ເຊິ່ງເສີມສ້າງຄວາມເຊື່ອ ໃນສັບພະຄຸນວິເສດມະຫັດສະຈັນ ທີ່ເກີດຂຶ້ນກັບຫວ້ານນີ້.

ຄຳສະຫຼຸບ
ສະຫຼຸບລວມແລ້ວ ໃນຕະກູນຂີງທີ່ເກີດຂຶ້ນໃນປະເທດລາວ ເຖິງວ່າມີພຽງແຕ່ຂີງບາງຊະນິດພັນທີ່ໄດ້ ຖືກນຳໃຊ້ໃນ ການປຸງແຕ່ງຂອງອາຫານການກິນພື້ນເມືອງ, ຕະກູນຂີງກໍຍັງເປັນປະໂຫຍດແກ່ສັງຄົມ ແລະ ມີການນຳໃຊ່ຫຼາກຫຼາຍ ໃນດ້ານຢາສະໝູນໄພ, ການຮັກສາປິ່ນປົວພະຍາດ ແລະ ຍັງມີບົດບາດໃນການເຊື່ອຖື  ແລະ ປະຕິບັດພິທີກຳຕ່າງໆ.

ເອກະສານອ້າງອີງ:
Jules Vidal (1959). Noms vernaculaires de plantes (lao, mèo, kha) en usage au Laos. in Bulletin de l’Ecole Française d’Extrême-Orient, t. 49, n° 2, 1959, p. 435-608.
Jules Vidal (1960) Les Plantes utiles du Laos. Journal d’agriculture traditionnelle et de botanique appliquée, vol. 7, n° 9-10, 1960, p. 417-440.

ການອ້າງອີງ: ມະນີສະມຸດ ຣັຕຕະນະກຸມພົນ (2021). ການນຳໃຊ້ພັນຂິງ-ຂ່າແບບດັ້ງເດີມໃນສັງຄົມລາວ. www.phakhaolao.la [Lao Agrobiodiversity Platform]. (date accese xxxxxx).

Share