ການກະກຽມດິນ: ໄຖດິນປະໄວ້ 7-10 ມື້ຫຼັງຈາກນັ້ນ, ໃຫ້ພວນດິນປະສົມກັບຝຸ່ນ ແລະ ເຮັດເປັນໜານສູງປະມານ 15 ຊມ ຫຼື ຂຸດເປັນຂຸມເປັນແຖວ, ໄລຍະຫ່າງຂອງແຕ່ລະຕົ້ນປະມານ 30×50 ຊມ.
ການປູກ ແລະ ການບົວລະບັດຮັກສາ
ການປູກມີ 2 ວິທີຄື : ໃຊ້ໜໍ່ລູກ (ລະດູຝົນ) ແລະ ໃຊ້ຈຸກຫົວໝາກນັດປູກ (ລະດູແລ້ງ).
– ສໍາລັບການໃຊ້ໜໍ່ປູກ: ແມ່ນຕ້ອງເລືອກເອົາໜໍ່ທີ່ມີຂະໜາດເທົ່າກັນເພື່ອໃຫ້ອອກຜົນຜະລິດໃນໄລຍະດຽວກັນ, ໄລຍະການອອກດອກ-ໝາກແມ່ນໃຊ້ເວລາ 8-12 ເດືອນ.
– ສໍາລັບການໃຊ້ຈຸກຫົວໝາກນັດປູກ: ໃນການປູກແມ່ນໃຊ້ເວລາ 10-14 ເດືອນ, ການປູກແມ່ນໃຊ້ສຽມຂຸດເປັນຂຸມ ແລະ ນໍາໜໍ່ ຫຼື ຈຸກລົງຝັ່ງແລ້ວໃຊ້ດິນຖົມປະມານ 10-15 ຊມ.
ການຫົດນ້ໍາ: ແມ່ນອີງຕາມຄວາມເໝາະສົມຂອງສະພາບອາກາດ. ຖ້າຫາກມີປະລິມານນ້ໍາຝົນສະໝໍ່າສະເໝີ ຫຼື ຕົກຕາມລະດູການແມ່ນບໍ່ຈໍາເປັນຕ້ອງໃຫ້ນໍ້າ. ຫມາກນັດເປັນພຶດທີ່ທົນທານຕໍ່ຄວາມແຫ້ງແລ້ງ.
ການໃສ່ຝຸ່ນ: ເນື່ອງຈາກວ່າໝາກນັດເປັນພືດທີ່ທົນແລ້ງ ແລະ ຄ່ອນຂ້າງເກີດໄດ້ງ່າຍຕາມທໍາມະຊາດ, ດັ່ງນັ້ນ, ການໃສ່ຝຸ່ນແມ່ນໃຫ້ອີງຕາມສະພາບຄວາມອຸດົມສົມບູນຂອງດິນ, ຖ້າຫາກດິນມີຄວາມອຸດົມສົມບູນໜ້ອຍເຮົາກໍ່ສາມາດໃສ່ຝຸ່ນຄອກ ຫຼື ຝຸ່ມບົ່ມ ຕົ້ນໜຶ່ງປະມານ 1-2 ກຼາມ/ຂຸມ ຫຼັງຈາກປູກໄດ້ 3 ເດືອນ.
ການເກັບກ່ຽວ: ເມື່ອສັງເກດເຫັນໝາກນັດສຸກມີສີເຫຼືອງປະມານ 80% ແມ່ນສາມາດເກັບກ່ຽວໄດ້. ປະໃຫ້ລູກຄາຕົ້ນຍິ່ງເປັນການດີລົດຊາດຈະຫວານດີ.
ຄຸນຄ່າທາງໂພຊະນາການ: ໝາກນັດແມ່ນໝາກໄມ້ຊະນິດໜຶ່ງທີ່ມີວິຕາມິນຊີ (C) ສູງ (47.8 ມີນລີກຼາມ (mg)ໃນ 100 ກຼາມ (g)). ນອກຈາກນັ້ນຍັງມີວິຕາມິນເອ (A), ບີ (B), ແລະ ອີ (E); ທາດໄຂມັນ, ໂປຣຕີນ, ໄຍອາຫານ, ນ້ໍາຕານ ແລະ ທາດເຫຼັກອີກດ້ວຍ.
ການແປຮູບໝາກນັດໄວ້ກິນຍາວນານ (ກວນຫມາກນັດ): ນໍາເອົາໝາກນັດມາປອກ, ປາດເອົາຕາອອກ ແລ້ວປາດເປັນຕອນນ້ອຍໆ ຫຼື ຝັກ, ຊອຍຄືຕໍາໝາກຫຸ່ງ ຫຼື ຫັ້ນແລ້ວນໍາໄປ ຕົ້ມໂດຍບໍ່ໄດ້ປະສົມນ້ໍາແລ້ວນໍາເອົາໝາກນັດລົງໝໍປະສົມນໍ້າຕານຊາຍຂາວ ແລະ ເກືອໃນອັດຕາສ່ວນໝາກນັດ 1 ກິໂລ, ນ້ໍາຕານຊາຍຂາວ 300 ກຼາມ (ຂຶ້ນກັບຄວາມສົ້ມ ແລະ ຫວານຂອງໝາກນັດ) ແລະ ເກືອ 1 ບ່ວງກາເຟ, ໃນການຕົ້ມໝາກນັດຕ້ອງໄດ້ເອົາໃຈໃສ່ຄົນຢູ່ຕະຫຼອດ ແລະ ໃຊ້ໄຟລະດັບອ່ອນຖ້າໄຟແຮງຈະໄໝ້ພື້ນໝໍ້.
ການຕົ້ມໝາກນັດໃຊ້ເວລາປະມານ 60-90 ນາທີ (ອີງຕາມໝາກນັດທີ່ປາດ) ເມື່ອສັງເກດເຫັນໝາກນັດທີ່ເຮົາຕົ້ມ ຫຼືອປະມານເຄິ່ງໜຶ່ງຈາກປະລິມານທີ່ເຮົາຕົ້ມ, ເລີ່ມມີຄວາມຂຸ້ນຫນຽວ ແລະ ປ່ຽນສີແລ້ວ (ຈາກສີໝາກນັດເປັນສີຄ້າຍນໍ້າຕານໄໝ້) ແມ່ນຖືວ່າສໍາເລັດ.
ໃນການເຮັດກວນໝາກນັດທ່ານຍັງສາມາດນໍາເອົາກະທິໝາກພ້າວມາເປັນສ່ວນປະສົມໄດ້ອີກໂດຍອີງຕາມຄວາມມັກຂອງແຕ່ລະຄົນ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ