ຄວາມຮູ້ພື້ນຖານກ່ຽວກັບການລ້ຽງກົບ
ຮູບຮ່າງ ແລະ ລັກສະນະຂອງກົບ: ກົບເປັນສັດທີ່ມີກະດູກສັນຫຼັງ. ເລີ່ມພັດທະນາການມາຈາກສັດນ້ໍາຄ້າຍຄືຈໍາພວກປາໂດຍຄືລູກກົບ (ຮວກ) ຈະດໍາລົງຊີວິດຢູ່ໃນນ້ໍາ ແລະ ຫາຍໃຈດ້ວຍຟື້ນຟືມເໝືອນກັນກັບປາ, ຕໍ່ມາຈິ່ງຍ້າຍຂຶ້ນມາຢູ່ເທິງບົກ, ເພາະສະນັ້ນເພີ່ນຈຶ່ງເອີ້ນວ່າ: ສັດເຄິ່ງບົກ-ເຄິ່ງນ້ໍາ. ກົບມີລໍາຕົວສັ້ນ, ບໍ່ມີຫາງ, ບໍ່ມີຄໍ, ສາມາດເຄື່ອນທີ່ໄດ້ຢ່າງວ່ອງໄວຢູ່ເທິງບົກເພາະວ່າກັບມີຂາຫຼັງທີ່ແຂງແຮງ 1 ຄູ່ ສາມາດໂດດເຕັ້ນໄດ້ໄກ.
ປະໂຫຍດຈາກການລ້ຽງກົບ: ກົບສາມາດນໍາໃຊ້ເປັນອາຫານ ແລະ ນິຍົມບໍລິໂພກຫຼາຍເພາະຊີ້ນຂອງກົບມີທາດຊີ້ນ (ໂປຣຕີນ) ສູງເປັນອາຫານທີ່ມີລົດຊາດແຊບດີ, ສາມາດປຸງແຕ່ງອາຫານໄດ້ຫຼາຍຢ່າງຫຼາຍຊະນິດຄື: ຂົ້ວກົບ, ຍໍາກົບ, ຜັດກົບ, ອົ່ວກົບ, ປິ່ນກົບ, ກົບແຫ້ງ, ກົບຢ່າງ ແລະ ອື່ນໆ. ນອກຈາກນີ້ກົບຍັງສາມາດລ້ຽງເປັນອາຊີບ ຫຼື ເພື່ອ ເປັນການຄ້າໄດ້ເພາະວ່າໃນປະຈຸບັນນີ້ກົບທີມີຕາມທໍາມະຊາດແມ່ນມີຈໍານວນເຫຼືອໜ້ອຍລົງ, ກົບຍັງບໍ່ພຽງພໍຕາມຄວາມຕ້ອງການຂອງຜູ້ບໍລິໂພກ, ຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ສະນັ້ນກົບຈິ່ງກາຍເປັນສີນຄ້າທີ່ຫາຍາກແລະ ມີລາຄາແພງຂຶ້ນ.
ການເລືອກສະຖານທີ່ລ້ຽງກົບ
– ຄວນເລືອກສະຖານທີ່ໃນການລ້ຽງກົບຢູ່ໃກ້ກັບເຮືອນເພື່ອສະດວກໃນການດູແລຮັກສາ ແລະ ສະດວກໃນການປ້ອງກັນສັດຕູຂອງກົບ.
– ຄວນເລືອກເອົາບ່ອນທີ່ສູງ, ເພື່ອປ້ອງກັນນ້ໍາຖ້ວມເວລາຝົນຕົກແຮງ.
– ຄວນມີແຫຼ່ງນໍ້າທີ່ສະອາດ ແລະ ມີປະລິມານນ້ໍາພຽງພໍສໍາລັບການລ້ຽງໂດຍສະເພາະລະດູແລ້ງເຊັ່ນ: ແມ່ນໍ້າລໍາເຊ, ນໍ້າສ້າງ, ນ້ໍາບາດານ ແລະ ນໍ້າປະປາ.
– ມີສະຖານທີ່ສໍາລັບຖ່າຍເທນ້ໍາເສຍອອກສະດວກ, ຖ້າມີພື້ນທີ່ໃຫ້ແຫຼ່ງນໍ້າກໍ່ຈະສະດວກໃນການຖ່າຍເທນ້ໍາໄດ້ດີກວ່າພື້ນທີ່ລ້ຽງກົບບໍ່ຄວນໃກ້ກັບຖະໜົນໃຫຍ່ເພື່ອປ້ອງກັນສຽງລົດລົບກວນ, ກົບຈະບໍ່ໄດ້ພັກຜ່ອນເຕັມທີ່ ແລະ ໃຫຍ່ຊໍາບໍ່ຢູ່ໃນເຂດຊຸມຊົນແອອັດ, ຄວນໃກ້ກັບແຫຼ່ງອາຫານ ແລະ ຄວນໃກ້ກັບຕະຫຼາດ.
ອ່າງລ້ຽງກົບທີ່ນິຍົມໃນປະຈຸບັນ
ອ່າງຊະນິດກົມ
ອ່າງລ້ຽງຊະນິດນີ້ສ່ວນໃຫຍ່ຈະນໍາໃຊ້ແຫຼ່ງນ້ໍາສ້າງມາເຮັດເປັນບ່ອນລ້ຽງກົບພໍ່ແມ່ພັນ, ອະນຸບານລູກກົບຂະໜາດນ້ອຍໃນໄລຍະຄັດແຍກກົບນ້ອຍ. ຂະໜາດຂອງອ່າງແມ່ນມີຫຼາຍຂະໜາດຂຶ້ນກັບຄວາມຕ້ອງການຂອງຜູ້ລ້ຽງກົບ.
ອ່າງຊີມັງຊະນິດກໍ່ສີ່ຫຼ່ຽມແຈສາກ
ອ່າງຊະນິດນີ້ຜູ້ລ້ຽງບາງຄອບຄົວມັກຈະນໍາໃຊ້ດິນບ໊ອກມາກໍ່ ຫຼື ອາດເປັນດິນຈີ່ເຊິ່ງກໍ່ເປັນຮູບສີ່ ຫຼ່ຽມຜືນຜ້າຕາມຂະໜາດທີ່ຕ້ອງການໂດຍຂຶ້ນກັບແຜນໃນການລ້ຽງ.
ການກະກຽມອ່າງກ່ອນການລ້ຽງ
ກ່ອນທີ່ຈະນໍາເອົາກົບມາລ້ຽງຜູ້ລ້ຽງຄວນມີການຂ້າເຊື້ອຢູ່ໃນອາງເສຍກ່ອນໂດຍການນໍາໃຊ້ປູນຂາວ ຫວ່ານໃຫ້ທົ່ວອ່າງໃນປະລິມານ 0,02-0,03 ກິໂລກຼາມ/ຕາລາງແມັດ, ຫຼັງຈາກນັ້ນຄວນມີການຕາກອ່າງ ໃຫ້ແຫ້ງປະໄວ້ 2-3 ວັນ ແລ້ວໃຫ້ລ້າງອ່າງດ້ວຍນໍ້າສະອາດ, ຫຼັງຈາກນັ້ນຈຶ່ງປ່ອຍນໍາເຂົາໃຫ້ສູງປະມານ 5-10 ຊັງຕີແມັດ, ພ້ອມທັງຊອກຫາພືດນ້ໍາເຊັ່ນ: ຜັກຕົບ, ຜັກບົງ, ໄມ້ແປ້ນ ຫຼື ແຜ່ນສະໂນເພື່ອໃຫ້ກົບຂຶ້ນມາພັກຜ່ອນ ແລະ ເປັນບ່ອນໃຫ້ອາຫານ. ຈາກນັ້ນກໍນໍາກົບມາປ່ອຍໃສ່ ຫຼື ອີກວິທີໜຶ່ງໃນການຂ້າເຊື້ອອ່າງດ້ວຍການນໍາເອົາກົກກ້ວຍຕັດເປັນຕ່ອນແລ້ວຜ່າອອກແຊໄວ້ໃນອ່າງທີ່ມີນໍ້າເຕັມປະມານ 1 ອາທິດເພື່ອໃຫ້ຕົ້ນກ້ວຍດູດຊືມເອົາກິ່ນຊີມັງໃຫ້ຈືດລົງ ຫຼື ຈະໃຊ້ເປືອກໝາກນັດກໍ່ໄດ້ໂດຍວິທີໃຊ້ຮຸກຖູຕາມພື້ນອ່າງ ແລະ ດ້ານຂ້າງອ່າງ.
ຂະຫນາດ ແລະ ອັດຕາການປ່ອຍກົບນ້ອຍລົງລ້ຽງໃນອ່າງ
ຫຼັງຈາກກົບນ້ອຍຫາງກຸດ ເຊິ່ງມີຂະໜາດຄວາມຍາວຂອງໂຕສະເລ່ຍ 2-3 ຊມ ແລະ ນໍ້າໜັກ ສະເລ່ຍ 2-4 ກຼາມ, ສໍາລັບອ່າງຊີມັງຂະໜາດ 3x4x1 ແມັດຈະສາມາດປ່ອຍກົບລົມ 1,000 ໂຕ ຫຼື ເທົ່າກັບ 84 ໂຕ/ຕາລາງແມັດ.
ອາຫານ ແລະ ການໃຫ້ອາຫານ
ອາຫານສໍາເລັດຮູບຂອງປາດຸກຊະນິດເມັດລອຍຂອງປາດຸກນ້ອຍ, ກາງ ແລະ ໃຫຍ່ ທີ່ມີທາດໂປຣຕີນ 30-32% ແລະ ສາມາດໃຫ້ອາຫານຊະນິດອື່ນເສີມກໍ່ໄດ້ເຊັ່ນ: ປະເພດຜັກ, ປານ້ອຍ, ຫອຍ, ຂີ້ກະເດືອນ, ແມງໄມ້, ຈິ່ງຫຼີດ ແລະ ເສດອາຫານຈາກຄົວເຮືອນ, ໃຫ້ວັນລະ 2 ຄັ້ງຄື: ຕອນເຊົ້າ ແລະ ຕອນແລງ. ການໃຫ້ອາຫານກົບທີ່ຍັງນ້ອຍຄວນໃຫ້ 5-6 % ຂອງນ້ໍາຫນັກໂຕ/ວັນ ແລະ ເວລາກົບໃຫຍ່ຄວນໃຫ້ 4-5% ຂອງນ້ໍາໜັກໂຕ/ວັນ.
ການດູແລຮັກສາ
ການບົວລະບັດຮັກສາກົບແມ່ນໃຫ້ສັງເກດເບິ່ງນໍ້າໃນອ່າງນັ້ນວ່າເປັນຄືແນວໃດ, ຖ້ານໍ້າມີກິ່ນເໝັນຄວນປ່ຽນທັນທີໂລດ, ອີກຢ່າງໜຶ່ງຄວນເລືອກເອົາກົບທີ່ໃຫຍ່ລື່ນໝູ່ອອກຈາກອ່າງໄປລ້ຽງຍັງອ່າງອື່ນ ແລະ ມີຄວາມຈໍາເປັນຕ້ອງຄັດແຍກກົບທຸກໆອາທິດ.
ໄລຍະເວລາການລ້ຽງ
ການລ້ຽງກົບຈະໃຊ້ເວລາ 4-5 ເດືອນເທົ່ານັ້ນກໍ່ສາມາດຈັບກົບອອກຂາຍໄດ້ເຊິ່ງກົບທີ່ໄດ້ຈະມີນໍ້າໜັກສະເລ່ຍ 5-6 ໂຕ/ກິໂລກຼາມ, ສະເລ່ຍອາຫານທີ່ໃຫ້ຕໍ່ກົບ 1,000 ໂຕ ຈະໝົດອາຫານ 8 ເປົ່າ (ເປົ່າໜຶ່ງ 20 ກິໂລກຼາມ) ຖ້າມີອາຫານເສີມປະເພດອື່ນຈະເຮັດໃຫ້ການລອດຕາຍຂອງກົບສະເລ່ຍເຖິງ 70%.
ບາງຂໍ້ແນະນໍາກ່ຽວກັບການລ້ຽງກົບ
– ຄວນຊຸກຍູ້ໃຫ້ມີການຜະລິດອາຫານກົບຢູ່ພາຍໃນບ້ານເພື່ອຫຼຸດຜ່ອນຕົ້ນທຶນການລ້ຽງໃຫ້ຕ່ໍາລົງ ແລະ ມີຜົນກໍາໄລຫຼາຍຂຶ້ນ.
– ການເລືອກສະຖານທີ່ລ້ຽງຖືວ່າເປັນບັນຫາສໍາຄັນ ແລະ ເປັນພື້ນຖານຂອງການລ້ຽງກົບ, ຄວນເລືອກເອົາສະຖານທີ່ : ງຽບສະຫງົບປາສະຈາກສິ່ງລົບກວນ, ໃກ້ກັບທີ່ພັກເຊົາ, ໃກ້ກັບແຫຼ່ງອາຫານ ແລະ ເສັ້ນທາງຄົມມະນາຄົມສະດວກເພື່ອສະດວກໃນການຂົນສົ່ງຈໍາຫນ່າຍສູ່ຕະຫຼາດ.
– ໃນບັນດາອາງທີ່ໃຊ້ລ້ຽງກົບນີ້ຖ້າຜູ້ລ້ຽງກົບຈໍານວນຫຼາຍກໍ່ຄວນລ້ຽງໃນອ່າງຊີມັງ, ສ່ວນຜູ້ທີ່ລ້ຽງໜ້ອຍກໍ່ຄວນລ້ຽງໃນໜອງດິນ ຫຼື ກະຊັງໂດຍຂຶ້ນກັບພື້ນທີ່ ແລະ ສະພາບແວດລ້ອມຂອງຜູ້ລ້ຽງ.
– ແນວພັນກັບຄວນເລືອກຊິເອົາແນວພັນກົບເລືອດປະສົມລະຫວ່າງກົບພັນກັບກົບນາ, ເພາະລູກກົບຈະມີການຕອບສະໜອງຕໍ່ອາຫານໄດ້ດີ ແລະ ໃຫຍ່ໄວ.
– ອາຫານທີ່ລ້ຽງກົບ: ຄວນນໍາໃຊ້ອາຫານທີ່ຫາໄດ້ໃນທ້ອງຖິ່ນເພື່ອຫຼຸດຜ່ອນການນໍາໃຊ້ອາຫານສໍາເລັດຮູບກໍ່ຄືຈະເຮັດໃຫ້ຕົ້ນທຶນການລ້ຽງຕໍ່າລົງ.
– ການລ້ຽງເປັນກັບຊີ້ນຄວນວາງແຜນການລ້ຽງໃນຊ່ວງທ້າຍລະດູຝົນເພາະໄລຍະຊ່ວງນີ້ກົບຊີ້ນທໍາມະຊາດຈະຂາດແຄນຕາມທ້ອງຕະຫຼາດ, ກົບມີໜ້ອຍ ແລະ ຈະໄດ້ລາຄາດີອີກດ້ວຍ.
ການປະສົມພັນກົບ
ການປະສົມພັນກົບແມ່ນມີ 2 ແບບ ຄືແບບທໍາມະຊາດ ແລະ ແບບປະສົມພັນທຽມຄືນ
ການປະສົມພັນແບບທໍາມະຊາດ
– ການຄັດພໍ່ພັນກົບ: ກົບພໍ່ພັນທີ່ເຮົາຈະຄັດມາປະສົມພັນຄວນສັງເກດເບິ່ງວ່າໂຕທີ່ແຂງແຮງ, ມີປາຍນີ້ວຕີນສົມບູນ ແລະ ປາຍນິ້ວຕີນຈະມີຄວາມໜຽວເມື່ອຣອດລະດູການປະສົມພັນ.
– ການຄັດເລືອກກົບແມ່ພັນ: ກົບແມ່ພັນທີ່ດີຄວນເປັນກົບທີ່ມີຂະໜາດໃຫຍ່, ລໍາໂຕມີຄວາມສົມບູນ, ມີຂາທີ່ແຂງແຮງດີ, ເມື່ອຮອດລະດູການປະສົມພັນ, ຂ້າງທັງ 2 ຂ້າງຈະມີຕຸ່ມຊາເພື່ອໃຫ້ກົບຜູ້ຈັບໄດ້ໝັ້ນຄົງ.
ການກະກຽມອ່າງທີ່ຈະປ່ອຍກົບພໍ່ແມ່ພັນ
ອ່າງປະສົມພັນຄວນມີການຂ້າເຊື້ອດ້ວຍປູນຂາວເສຍກ່ອນຫຼັງຈາກນັ້ນ 2-3 ວັນຈຶ່ງລ້າງດ້ວຍນ້ໍາໃຫ້ສະອາດ, ຈາກນັ້ນຈິ່ງປ່ອຍນໍາເຂົ້າອ່າງໃຫ້ເລິກປະມານ 5-10 ຊັງຕີແມັດ. ຫຼັງຈາກນັ້ນຈຶ່ງນໍາເອົາກ້ານພ້າວ ແລະ ກິ່ງໄມ້ມາວາງເທິງໜ້ານໍ້າ. ເຮົາຄວນເຮັດຝົນທຽມດ້ວຍການຫົດນໍ້າໃສ່ສັງກະສີ ຫຼື ກ້ານພ້າວ 2-3 ວັນຕິດຕໍ່ກັນເຮັດທັງເຊົ້າ ແລະ ແລງໃຊ້ເວລາປະມານ 20-30 ນາທີ.
ອ່າງສໍາລັບໃຫ້ກົບປະສົມພັນ
– ເຮົາຄວນຂ້າເຊື້ອໃນອ່າງດ້ວຍປູນຂາວເສຍກ່ອນຢ່າງໜ້ອຍ 1-3 ວັນແລ້ວຈຶ່ງລ້າງອອກ, ຫຼັງຈາກນັ້ນຈຶ່ງປ່ອຍນໍ້າເຂົ້າໃຫ້ເລິກປະມານ 5-10 ຊັງຕີແມັດ ແລະ ຊອກຫາພືດເຊັ່ນ: ຜັກບົ້ງ ຜັກກະເສດ ແລະ ອື່ນໆມາໃສ່.
– ນໍາເອົາກົບພໍ່ແມ່ພັນທີ່ມີການຈັບຄູ່ກັນມາແລ້ວ 3-4 ຄູ່ທັງນີ້ກໍ່ຂຶ້ນກັບຂະໜາດຂອງອ່າງ.
– ເມື່ອສັງເກດເຫັນວ່າໄຂ່ກົບຢູ່ຕາມອ່າງ ຫຼື ຕາມພືດນ້ໍາແລ້ວໃຫ້ນໍາເອົາກົບພໍ່ແມ່ພັນອອກຈາກອ່າງ, ຖ້າແມ່ໃດຫາກຍັງບໍ່ທັນໄຂ່ກໍ່ຕາມຄວນນໍາອອກຄືກັນ.
ການຟັກໄຂ່ກົບ
ພາຍຫຼັງກົບແມ່ວາງໄຂ່ສໍາເລັດແລ້ວກໍ່ນໍາເອົາກົບພໍ່ແມ່ພັນອອກຈາກອ່າງປະສົມພັນເຊິ່ງປະໄວ້ແຕ່ໄຂ່ພຽງເທົ່ານັ້ນ ແລະ ພວກເຮົາຄວນປະຕິບັດດັ່ງນີ້:
– ຄວນຕື່ມນໍ້າສະອາດລົງໃນອ່າງປະສົມພັນໃຫ້ມີຄວາມເລິກປະມານ 10-15 ຊັງຕິແມັດ ຕື່ມສານລະລາຍດາງທັບທິມລົງໄປເລັກນ້ອຍ.
– ເພີ່ມປະລິມານອົກຊີແຊນໃນນໍ້າຕະຫຼອດເວລາດ້ວຍປໍ້າລົມ.
– ເມື່ອໄຂ່ກົບແຕກເປັນກົບນ້ອຍແລ້ວຈຶ່ງເຮັດການອະນຸບານລູກກົບຕໍ່ໄປ.
ການອະນຸບານກົບນ້ອຍ (ຮວກ)
ຄວນອະນຸບານກົບນ້ອຍໃນອ່າງຊີມັງເພື່ອຊ່ວຍໃນການບົວລະບັດຮັກສາແກ້ໄຂບໍ່ໃຫ້ນໍ້າເນົ່າເສຍໄວ, ອ່າງອະນຸບານຄວນມີເນື້ອທີ 16-20 ຕາລາງແມັດເຊັ່ນ: ອ່າງ 4x4x1 ແມັດ ອ່າງນີ້ສາມາດປ່ອຍກົບນ້ອຍອະນຸບານໄດ້ 5,000-10,000 ໂຕ ທັງນີ້ກໍ່ຂຶ້ນກັບຊະນິດຂອງກົບ, ລະດັບນ້ໍາຢູ່ໃນອ້າງອະນຸບານກົບນ້ອຍໃນໄລຍະແຕກອອກມາໃໝ່ໆຄວນມີລະດັບນ້ໍາບໍ່ 20 ຊັງຕີແມັດ. ຈາກນັ້ນເຮົາຕ້ອງປ່ຽນນ້ໍາໃນອ່າງປະມານ 50% ຂອງປະລິມານນ້ໍາໃນອ່າງທຸກໆມື້ເຊິ່ງຈະຊ່ວຍໃຫ້ກົບນ້ອຍແຂງແຮງ, ກິນອາຫານໄດ້ດີ ແລະ ຈະເລີນເຕີບໂຕໄວ.
ເມື່ອກົບນ້ອຍອາຍຸໄດ້ 2-3 ວັນທໍາອິດກົບຈະບໍ່ກິນອາຫານເພາະລູກກົບຍັງນໍາໃຊ້ອາຫານແຮຖົງໄຂ່ແດງທີ່ຕິດມານໍາມັນເອງ, ຫຼັງຈາກນັ້ນຈຶ່ງໃຫ້ອາຫານເຊັ່ນ: ຮໍາອ່ອນໆ, ປາບົດລະອຽດ, ໄຂ່ແດງທີ່ຕົ້ມສຸກແລ້ວ, ໄຮນໍາ, ຜັກກາດ, ຜັກບົ້ງຕົ້ມໃຫ້ອ່ອນ ຫຼື ນໍາໃຊ້ອາຫານສໍາເລັດຮູບຂອງປາດຸກປະສົມກັບນ້ໍາເສຍກ່ອນ, ການໃຫ້ອາຫານຄວນໃຫ້ເທື່ອລະໜ້ອຍແຕ່ໃຫ້ເລື້ອຍໆ.
ຫຼັງຈາກກົບນ້ອຍອາຍຸໄດ້ 1 ເດືອນຂື້ນໄປ, ກົບນ້ອຍຈະມີການປົ່ງຂາ ແລະ ຂາຈະເລີ່ມສັ້ນເຂົ້າ, ສະນັ້ນໄລຍະນີ້ຍິ່ງເພີ່ມຄວາມເອົາໃຈໃສ່ ແລະ ປະຕິບັດດັ່ງນີ້:
– ໃຫ້ອາຫານກົບນ້ອຍດ້ວຍອາຫານກົບນ້ອຍ ຫຼື ອາຫານປາດຸກນ້ອຍທີ່ມີທາດໂປຣຕີນສູງ.
– ຄວນປ່ຽນນໍ້າໃນອ່າງເພາະອາຫານຈະພາໃຫ້ນໍ້າເນົ່າເສຍໄວ, ນໍ້າສະອາດເຮັດໃຫ້ກົບແຂງແຮງ, ກິນອາຫານ ໄດ້ດີ ແລະ ໃຫຍ່ໄວ.
– ຜູ້ລ້ຽງຄວນສັງເກດ ແລະ ຄັດແຍກກົບນ້ອຍທີ່ເປັນກົບນ້ອຍສົມບູນ, ຄວນຄັດໂຕທີ່ໃຫຍ່ຕາມຂະໜາດໄວ້ໃນອ່າງຕ່າງຫາກຖ້າບໍ່ຄັດອອກຈະເຮັດໃຫ້ສູນເສຍຈໍານວນກົບນ້ອຍຫຼາຍຄວນຄັດຕາມຂະໜາດຂອງກົບນ້ອຍ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ