ການເລືອກສະຖານທີ່ ແລະ ການສ້າງຄອກ
ສະຖານທີ່ທີ່ເໝາະສົມສໍາລັບການປຸກສ້າງຄອກໝູຄວນເປັນບ່ອນໂນນສູງ, ນໍ້າບໍ່ຖ້ວມ, ຄວນປຸກຄອກໝູຫ່າງຈາກເຮືອນຢ່າງໜ້ອຍ 15-20 ແມັດເພື່ອປ້ອງກັນກິ່ນເໝັນ.
ເນື້ອທີ່ບັນຈຸໝູແຕ່ລະລຸ້ນ:
– ໝູລ້ຽງລູກບັນຈຸ 4 ຕາແມັດຕໍ່ໂຕ.
– ໝູພໍ່ແມ່ພັນ 2 ຕາແມັດຕໍ່ໂຕ.
– ໝູລຸ້ນ 1 ຕາແມັດຕໍ່ໂຕ.
– ໝູນ້ອຍ 0,5 ຕາແມັດຕໍ່ໂຕ.
ການປູກສ້າງຄອກໝູບ້ານເຮົານິຍົມໃຊ້ 2 ຮູບແບບ:
ຄອກແບບຊູພື້ນ: ສ່ວນຫຼາຍເໝາະສົມກັບການລ້ຽງໝູຊີ້ນ (ຢູ່ໃນຟາມໃຫຍ່) ຄອກຊູພື້ນອາດເປັນພື້ນດິນຕໍາແໜ້ນ ຫຼື ດ້ວຍຊີມັງ (ແຕ່ບໍ່ໃຫ້ຂັດມັນເພາະຈະເຮັດໃຫ້ຄອກມື່ນ, ພື້ນຄອກຕ້ອງຄ້ອຍໄປທາງຫຼັງຄອກເພື່ອສະດວກໃນການອະນາໄມ, ພື້ນຄອກແບບນີ້ເໝາະສົມກັບການລ້ຍງໝູ່ຊີ້ນ, ໝູຖືພາ, ໝູ່ເກີດລູກໃໝ່, ໝູພໍ່ພັນ)
ແບບຄອກຍົກພື້ນ: ແບບຄອກຍົກພື້ນ (ເໝາະສົມກັບການລ້ຽງໝູທຸກລະດັບ ໂດຍສະເພາະແມ່ນການລ້ຽງແບບຄອບຄົວ) ພື້ນຄອກໝູທີ່ປູດ້ວຍໄມ້ແປ້ນຄວນໃຫ້ມີໄລຍະຫ່າງແປ້ນປູແຜ່ນຕໍ່ແຜ່ນ 0,5 ຊັງຕີແມັດເພື່ອປ້ອງກັນບໍ່ໃຫ້ຕີນໝູລົ່ມລົງ, ຖ້າເຮົາເທພື້ນຄອກດ້ວຍເບຕົງຕ້ອງເຮັດໃຫ້ມີຄວາມທ່ຽງພໍສົມຄວນເພື່ອສະດວກໃນການອະນາໄມຄອກ.
ຂະຫນາດຂອງຄອກ
– ໝູຖືພາ 1.5-2 ຕາແມັດຕໍ່ແມ່.
– ໝູແມ່ພັນລ້ຽງລູກ 4-6 ຕາແມັດຕໍ່ແມ່.
– ໝູນ້ອຍດູດນົມ 0.3-0.5 ຕາແມັດຕໍ່ໂຕ.
– ພໍ່ພັນ 6-8 ຕາແມັດຕໍ່ໂຕ.
ອາຫານ ແລະ ການໃຫ້ອາຫານ
ໝູເປັນສັດກະເພາະດຽວບໍ່ສາມາດຍ່ອຍອາຫານທີ່ມີເຍື້ອໄຍສູງໄດ້ດີຄືສັດກະເພາະລວມ (ງົວ, ຄວາຍ) ການຍ່ອຍມີໜ້າທີ່ຍ່ອຍອາຫານທີ່ຫມູກິນເຂົ້າໄປໃຫ້ຍ່ອຍອາຫານຈົນມີຂະໜາດນ້ອຍລົງເພື່ອສາມາດດູດຊືມໄປໃຊ້ເສີມສ້າງສ່ວນຕ່າງໆຂອງຮ່າງກາຍ, ໝູມີຄວາມຕ້ອງການໂພຊະນາການທີ່ຄົບຖ້ວນ, ຄໍາວ່າ: ໂພຊະນາການໝາຍສານອາຫານຄົບຖ້ວນ, ສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍປະກອບດ້ວຍ 6 ຊະນິດເຊັ່ນ:
– ນໍ້າ: ໃຫ້ນໍ້າສະອາດແກ່ໝູຕະຫຼອດເວລາ, ປົກກະຕິຈະກິນປະມານ 5-20 ລິດຕໍ່ວັນ (ຖ້າໝູຂາດນໍ້າ 10% ຂອງນ້ໍາໃນຮ່າງກາຍ, ສາມາດເກີດພະຍາດໄດ້ ແລະ ຖ້າໝູຂາດນ້ໍາ 20 ເປີເຊັນຂອງນ້ໍາໃນຮ່າງກາຍ ສາມາດຕາຍໄດ້).
– ທາດຊີ້ນ: ການໃຫ້ອາຫານໝູລາດທີ່ຢ່ານົມແລ້ວອາຍຸ 2-3 ເດືອນນ້ໍາໜັກ 6,5-2.1 ກິໂລ ໃຫ້ໂປຣຕີນ 1 ກິນອາຫານໄດ້ 5-6 % ຂອງນ້ໍາໜັກໂຕສາມາດຈະເລີນເຕີບໂຕໄດ້ 100 ກຼາມຕໍ່ມື້.
– ທາດແປ້ງ: ເປັນອາຫານທີ່ໃຫ້ພະລັງງານ ຫຼື ເອີ້ນງ່າຍໆວ່າທາດແປ້ງ ແລະ ນ້ໍາຕານລວມໄປເຖິງເຍື້ອໄຍທີ່ເປັນສ່ວນປະກອບໃນວັດຖຸດິບໃນອາຫານສັດ.
– ໄຂມັນ: ເປັນອາຫານທີ່ໃຫ້ພະລັງງານເຊັ່ນດຽວກັບຄາໂບໄຮເດຣດແຕ່ໃຫ້ພະລັງງານຕໍ່າກວ່າ.
– ແຮ່ທາດ: ເປັນສິ່ງຈໍາເປັນທີ່ສຸດສໍາລັບການເຮັດວຽກຂອງຮ່າງກາຍ, ມີໜ້າທີ່ເສີມສ້າງກະດູກ ແລະ ຕ້ານພະຍາດໃນຮ່າງກາຍ, ຫມູ່ມີແຮ່ທາດຫຼາຍກວ່ງ 40 ຊະນິດ.
ການໃຫ້ອາຫານ:
ການໃຫ້ອາຫານໝູໂດຍປົກກະຕິແມ່ນໃຫ້ 2 ຄາບຕໍ່ວັນຄື ຕອນເຊົ້າ ແລະ ຕອນແລງ, ຕ້ອງໃຫ້ອາຫານທີ່ເໝາະສົມກັບຂະໜາດຂອງໝູ. ວັດຖຸດິບທີ່ສາມາດໃຊ້ເປັນອາຫານໝູໄດ້ແກ່: ຮໍາ, ເຂົ້າປຽນ ຫຼື ເຂົ້າປາຍ, ມັນຕົ້ນແຫ້ງ, ສາລີ, ຖົ່ວເຫຼືອງ, ບອນ, ຕົ້ນກ້ວຍ, ໝາກແຕງ, ເສດພືດຜັກຕ່າງໆ.
ຫມາຍເຫດ: ບໍ່ຄວນນໍາມັນຕົ້ນສົດທີ່ມີອາຍຸຫຼາຍປີໃຫ້ສັດກິນໂດຍກົງເພາະຈະເຮັດໃຫ້ສັດຕາຍໄດ້ຍ້ອນສານພິດຢູ່ໃນຫົວມັນຕົ້ນ, ຄວນຖິ້ມ ຫຼື ຕາກແຫ້ງກ່ອນຈິງໃຫ້ກິນ.
ການຄັດເລືອກແນວພັນ
– ບໍ່ຄວນເອົາໝູທີ່ມາຈາກສາຍເລືອດໃກ້ຄຽງກັນມາລ້ຽງ.
– ເລືອກໂຕທີ່ໄດ້ມາຈາກແມ່ທີ່ລ້ຽງລູກດີ, ໃຫຍ່ໄວ, ໃຫ້ລູກຫຼາຍ ແລະ ຈະເລີນເຕີບໂຕໄວ.
– ເອົາໂຕທີ່ມີເຕົ້ານົມ 12 ເຕົ້າ, ມີໄລຍະຫ່າງສະໝໍ່າສະເໝີ.
– ເລືອກເອົາໂຕທີ່ມີຮູບຮ່າງສົມບຸນດີ, ຖ້າເປັນໂຕຄວນເລືອກເອົາໂຕທີ່ໃຫຍ່. ມີຂາໃຫຍ່ສະໝໍ່າສະເໝີ.
– ໝູພັນທີ່ນິຍົມລ້ຽງໃນບ້ານເຮົາມີ 3 ສາຍພັນຄື: ພັນລາກສະວາຍ (LW), ພັນແລນເດຣດ(DR) ແລະ ພັນດູຣອກ (DR).
ບາງພະຍາດທີ່ມັກເກີດກັບໝູ:
– ຍາດອະຫິວາໝູ: ເປັນພະຍາດທີ່ຮ້າຍແຮງ ແລະ ລະບາດຢ່າງຮ້າຍແຮງ, ຖ້າໝູຕິດເຊື້ອພະຍາດນີ້ແລ້ວຈະຕາຍເຖິງ 80-100 %, ສາເຫດເກີດຈາກເຊື້ອໄວຣັສ, ຄອກເປື້ອນ …ການປ້ອງກັນ ແລະ ປິ່ນປົວກັນໄດ້ໂດຍການສັກຢາວັກຊິນອະຫິວາໝູ, 2 ເທື່ອຕໍ່ປີ ແລະ ສາມາດສັກໃຫ້ໝູທີ່ມີອາຍຸ 1 ເດືອນຂຶ້ນໄປ.
– ພະຍາດຂີ້ເຈັບທ້ອງຂອງໝູນ້ອຍ: ຖ້າໝູນ້ອຍເປັນພະຍາດນີ້ແລ້ວໂຕທີ່ລອດຕາຍຈະລ້ຽງນານໃຫຍ່ ແລະ ຈະເກີດກັບໝູນ້ອຍທີ່ຍັງດູດນົມ ແລະ ໝູນ້ອຍທີ່ຢ່ານົມແລ້ວ. ສາເຫດເກີດຈາກເຊື້ອ ອີໂກລາຍ, ຈາກຄອກໝູທີ່ເປື້ອນ, ດູດເຕົ້ານົມແມ່ທີ່ບໍ່ສະອາດ, ຄອກບໍ່ໄດ້ຂ້າເຊື່ອ ແລະ ອາກາດມີການປ່ຽນແປງຢ່າງກະທັນ.
ການປ້ອງກັນແລະປິ່ນປົວ
ໃຫ້ໝູນ້ອຍເກີດໃໝ່ກິນນົມເຫຼືອງຈາກແມ່ໃຫ້ຫຼາຍ, ຮັກສາຄອກບໍ່ໃຫ້ປຽກຊຸມ, ໃຫ້ຄວາມອົບອຸ່ນຢ່າງພຽງພໍ. ສັກຢາຕ້ານເຊື້ອ ເຈນຕາໄມຊິນທີ, ສະເຕັບໂຕໄມຊິນ, ເປນີຊີລິນ, ເອໂລຝຣອກ ຕິດຕໍ່ກັນ 3 ວັນ, ນອກຈາກນີ້ຄວນໃຫ້ວິຕາມິນຕື່ມເພື່ອຊ່ວຍໃຫ້ໝູນ້ອຍແຂງແຮງ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ